Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 2:17 - ພຣະຄຳພີສັກສິ

17-18 ຄວາມ​ອວດອົ່ງ​ຈອງຫອງ​ຂອງ​ມະນຸດ​ຈະ​ຈົບ​ລົງ ແລະ​ຄວາມ​ອວດດີ​ຂອງ​ມະນຸດ​ຈະ​ຖືກ​ທຳລາຍ. ຮູບເຄົາຣົບ​ທັງຫລາຍ​ຈະ​ສູນສິ້ນ​ໄປ ແລະ​ແມ່ນ​ພຣະເຈົ້າຢາເວ​ເທົ່ານັ້ນ ທີ່​ຈະ​ໄດ້​ຮັບ​ກຽດ​ແລະ​ຄຳ​ຍົກຍໍ​ສັນລະເສີນ​ໃນ​ວັນ​ນັ້ນ.

Uka jalj uñjjattʼäta Copia luraña




ເອຊາຢາ 2:17
11 Jak'a apnaqawi uñst'ayäwi  

ຝ່າຍ​ຄົນ​ເຫຼົ່ານັ້ນ​ກໍ​ຈະ​ລົ້ມ​ຍ້ອນ​ເຕະ​ສະດຸດ ແຕ່​ພວກເຮົາ​ຈະ​ລຸກຢືນ​ຂຶ້ນ​ຢ່າງ​ໜັກແໜ້ນ.


ພຣະອົງ​ຊົງ​ກ່າວ​ວ່າ, “ຈົ່ງ​ງຽບສະຫງົບ​ຢູ່ ແລະ​ຈົ່ງ​ຮູ້​ເຖີດ​ວ່າ​ເຮົາ​ຄື​ພຣະເຈົ້າ ເຮົາ​ເປັນ​ທີ່​ຍົກຍໍ​ໃນ​ທ່າມກາງ​ບັນດາ​ປະຊາຊາດ ເຮົາ​ເປັນ​ທີ່​ຍົກຍໍ​ເທິງ​ແຜ່ນດິນ​ໂລກ.”


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຢູ່​ກັບ​ພວກ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຢາໂຄບ​ເປັນ​ປ້ອມ​ປ້ອງກັນ​ຂອງ​ພວກ​ຂ້ານ້ອຍ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ໄພພິບັດ​ມາ​ເທິງ​ແຜ່ນດິນ​ໂລກ ແລະ​ລົງໂທດ​ຄົນຊົ່ວຮ້າຍ​ທຸກຄົນ​ເພາະ​ການບາບ​ຂອງ​ພວກເຂົາ. ເຮົາ​ຈະ​ເຮັດ​ໃຫ້​ຄົນ​ອວດອົ່ງ​ຈອງຫອງ​ທຸກຄົນ​ຖ່ອມໃຈ ແລະ​ຈະ​ລົງໂທດ​ຄົນ​ອວດດີ​ແລະ​ຄົນ​ຮ້າຍກາດ​ທຸກຄົນ.


ວັນ​ໜຶ່ງ​ຈະ​ມາ​ເຖິງ ເມື່ອ​ຄວາມ​ອວດອົ່ງ​ຈອງຫອງ​ຂອງ​ມະນຸດ​ຈະ​ສິ້ນສຸດ​ລົງ ແລະ​ຄວາມ​ອວດດີ​ຂອງ​ພວກເຂົາ​ຈະ​ຖືກ​ທຳລາຍ. ແລ້ວ​ແມ່ນ​ພຣະເຈົ້າຢາເວ​ເທົ່ານັ້ນ ທີ່​ຈະ​ໄດ້​ຮັບ​ກຽດ​ແລະ​ຄຳ​ຍົກຍໍ​ສັນລະເສີນ.


ພຣະອົງ​ຈະ​ເຮັດ​ໃຫ້​ແມ່ນແຕ່​ເຮືອໃຫຍ່​ແລະ​ງາມ​ທີ່ສຸດ​ຈົມ.


ເຖິງປານນັ້ນ​ກໍຕາມ ພຣະເຈົ້າຢາເວ​ກໍ​ຍັງ​ລໍຖ້າ ເພື່ອ​ໃຫ້​ຄວາມ​ເມດຕາ​ແກ່​ພວກເຈົ້າ​ຢູ່. ພຣະອົງ​ພ້ອມ​ທີ່​ຈະ​ໃຫ້​ຄວາມ​ເມດຕາ​ສົງສານ​ແກ່​ພວກເຈົ້າ ຍ້ອນ​ພຣະເຈົ້າຢາເວ​ແມ່ນ​ພຣະເຈົ້າ​ແຫ່ງ​ການ​ຕັດສິນ. ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະອົງ.


ແຕ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ສຳແດງ​ຣິດທານຸພາບ​ຂອງ​ພຣະອົງ​ໂດຍ​ເຮັດ​ໃນ​ສິ່ງ​ທີ່​ຍຸດຕິທຳ ແລະ​ເປີດເຜີຍ​ໃຫ້​ເຫັນ​ຄວາມ​ບໍຣິສຸດ​ຂອງ​ພຣະອົງ ໂດຍ​ຕັດສິນ​ປະຊາຊົນ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka