Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 2:16 - ພຣະຄຳພີສັກສິ

16 ພຣະອົງ​ຈະ​ເຮັດ​ໃຫ້​ແມ່ນແຕ່​ເຮືອໃຫຍ່​ແລະ​ງາມ​ທີ່ສຸດ​ຈົມ.

Uka jalj uñjjattʼäta Copia luraña




ເອຊາຢາ 2:16
13 Jak'a apnaqawi uñst'ayäwi  

ກະສັດ​ໂຊໂລໂມນ​ຍັງ​ມີ​ຂະບວນ​ເຮືອ​ແຫ່ງ​ຕາກຊິດ ທີ່​ແລ່ນ​ໄປ​ກັບ​ຂະບວນ​ເຮືອ​ຂອງ​ກະສັດ​ຮີຣາມ. ໃນ​ທຸກ​ສາມ​ປີ​ໃດ ຂະບວນ​ເຮືອ​ຂອງ​ເພິ່ນ​ໄດ້​ແລ່ນ​ກັບຄືນ​ມາ ທັງ​ບັນທຸກ​ເອົາ​ຄຳ, ເງິນ, ງາ​ຊ້າງ, ລີງໃຫຍ່ ແລະ​ລີງນ້ອຍ​ມາ​ນຳ​ດ້ວຍ.


ພຣະເຈົ້າ​ເປັນ​ເຈົ້າ​ກະສັດ​ທົ່ວ​ທັງ​ແຜ່ນດິນ​ໂລກ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ດ້ວຍ​ບົດເພງ​ເຖີດ.


ຄວາມ​ອວດອົ່ງ​ຈອງຫອງ​ຂອງ​ມະນຸດ​ຈະ​ຈົບ​ລົງ ແລະ​ຄວາມ​ອວດດີ​ຂອງ​ມະນຸດ​ຈະ​ຖືກ​ທຳລາຍ. ຮູບເຄົາຣົບ​ທັງຫລາຍ​ຈະ​ສູນສິ້ນ​ໄປ ແລະ​ແມ່ນ​ພຣະເຈົ້າຢາເວ​ເທົ່ານັ້ນ ທີ່​ຈະ​ໄດ້​ຮັບ​ກຽດ​ແລະ​ຄຳ​ຍົກຍໍ​ສັນລະເສີນ​ໃນ​ວັນ​ນັ້ນ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ຕີເຣ. ຈົ່ງ​ໂສກເສົ້າ​ຮໍ່າໄຮ​ເຖີດ ພວກ​ແລ່ນ​ເຮືອ​ແຫ່ງ​ຕາກຊິດ​ເອີຍ ທ່າ​ເຮືອ​ໃນ​ເມືອງ​ທ່າ​ຂອງ​ພວກເຈົ້າ​ຖືກ​ທຳລາຍ​ສາ​ແລ້ວ; ບ້ານ​ເຮືອນ​ກັບ​ທ່າ​ເຮືອ​ຖືກ​ພັງ​ພິນາດ​ສາ​ແລ້ວ. ພວກເຈົ້າ​ຮູ້​ຂ່າວ​ຕ່າງໆ ເມື່ອ​ເຮືອ​ຂອງ​ພວກເຈົ້າ​ກັບ​ມາ​ແຕ່​ເມືອງ​ໄຊປຣັດ.


ຈົ່ງ​ໂສກເສົ້າ​ຮໍ່າໄຮ​ເຖີດ ບັນດາ​ເຮືອ​ແຫ່ງ​ຕາກຊິດ​ເອີຍ ເມືອງ​ທີ່​ພວກເຈົ້າ​ເພິ່ງພາ​ອາໄສ​ໄດ້​ຖືກ​ທຳລາຍ​ສາ​ແລ້ວ.


ແມ່ນ​ຂະບວນ​ເຮືອ​ໃຫຍ່​ທີ່​ກຳລັງ​ມາ​ຈາກ​ແດນໄກ ກຳລັງ​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ​ບ້ານ. ພວກເຂົາ​ເອົາ​ເງິນ​ແລະ​ຄຳ​ກັບຄືນ​ມາ​ນຳ ເພື່ອ​ຖວາຍ​ເປັນ​ກຽດ​ແກ່​ນາມຊື່​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ສຳລັບ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ທີ່​ເຮັດ​ໃຫ້​ທຸກ​ຊົນຊາດ​ຍົກຍໍ​ປະຊາຊົນ​ຂອງ​ພຣະອົງ.


ແລະ​ເຮົາ​ຈະ​ຕັ້ງ​ໝາຍສຳຄັນ​ໄວ້​ໃນ​ທ່າມກາງ​ພວກເຂົາ. ເຮົາ​ຈະ​ໄວ້​ຊີວິດ​ບາງຄົນ​ໃນ​ພວກເຂົາ ແລະ​ສົ່ງ​ພວກເຂົາ​ໄປ​ຍັງ​ຊົນຊາດ​ຕ່າງໆ​ແລະ​ສູ່​ດິນແດນ​ທີ່​ຫ່າງໄກ ບ່ອນ​ທີ່​ບໍ່ໄດ້ຍິນ​ເຖິງ​ຊື່ສຽງ ຫລື​ໄດ້​ເຫັນ​ຄວາມ​ຍິ່ງໃຫຍ່​ແລະ​ຣິດອຳນາດ​ຂອງເຮົາ​ເລີຍ​ຄື: ສະເປນ, ລີເບຍ, ແລະ​ລີເດຍ ພ້ອມ​ດ້ວຍ​ນັກຍິງທະນູ​ຜູ້​ທີ່​ຊຳນິ​ຊຳນານ ແລະ​ໄປ​ຍັງ​ຕູບານ​ແລະ​ກຣີກ. ໃນ​ທ່າມກາງ​ຊົນຊາດ​ເຫຼົ່ານີ້ ພວກເຂົາ​ຈະ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງເຮົາ.


ຂະບວນ​ເຮືອ​ສິນຄ້າ​ຂະໜາດ​ໃຫຍ່​ທີ່ສຸດ​ແຫ່ງ​ຕາກຊິດ​ໄດ້​ມາ​ຂົນ​ສິນຄ້າ​ຂອງເຈົ້າ. ເຈົ້າ​ເປັນ​ດັ່ງ​ເຮືອ​ລຳ​ໜຶ່ງ​ນອນ​ຢູ່​ເທິງ​ທ້ອງ​ທະເລ ເປັນ​ເຮືອ​ໃຫຍ່​ດີ​ທີ່​ບັນທຸກ​ສິນຄ້າ​ຂະໜາດ​ໃຫຍ່.


ພວກເຈົ້າ​ຕ້ອງ​ຂັບໄລ່​ປະຊາຊົນ​ໃນ​ດິນແດນ​ນັ້ນ​ອອກ​ໄປ​ໃຫ້​ໝົດ. ໃຫ້​ທຳລາຍ​ເສົາ​ຫີນ​ແລະ​ຮູບເຄົາຣົບ​ທີ່​ເປັນ​ໂລຫະ​ພ້ອມ​ບ່ອນ​ນະມັດສະການ​ຮູບ​ເຫຼົ່ານັ້ນ​ທັງໝົດ​ຖິ້ມ.


ບັນດາ​ພໍ່ຄ້າ​ແຫ່ງ​ແຜ່ນດິນ​ໂລກ ຕ່າງ​ກໍ​ຈະ​ຮ້ອງໄຫ້​ແລະ​ໂສກເສົ້າ ເພາະ​ນະຄອນ​ນັ້ນ​ເໝືອນກັນ, ເພາະວ່າ​ບໍ່ມີ​ຜູ້ໃດ​ຊື້​ສິນຄ້າ​ທີ່​ພວກເຂົາ​ບັນທຸກ​ມາ​ນັ້ນ.


ໜຶ່ງ​ສ່ວນ​ສາມ​ຂອງ​ສິ່ງທີ່ມີ​ຊີວິດ​ຢູ່​ໃນ​ທະເລ​ກໍໄດ້​ຕາຍໄປ ແລະ​ໜຶ່ງ​ສ່ວນ​ສາມ​ຂອງ​ເຮືອ​ທັງຫລາຍ​ໄດ້​ຖືກ​ທຳລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka