15 ຫໍຄອຍສູງແລະປ້ອມປ້ອງກັນເມືອງທຸກແຫ່ງເຫຼົ່ານັ້ນໃຫ້ຮາບກ້ຽງ.
ພວກເຂົາຈະເດ່ມືອອກເໝືອນຄົນທີ່ພະຍາຍາມລອຍນໍ້າໄປ, ແຕ່ພຣະອົງຈະເຮັດໃຫ້ພວກເຂົາອ່ອນແຮງ ແລະມືພວກເຂົາຈະຈົມລົງຢ່າງຂາດຜູ້ຊ່ວຍ.
ພຣະອົງຈະທຳລາຍປ້ອມປ້ອງກັນເມືອງບ່ອນສູງໆໃນດິນແດນໂມອາບລົງ ແລະເຮັດໃຫ້ມັນຮົກຮ້າງເພພັງຈົນກາຍເປັນຂີ້ຝຸ່ນ.
ວັນໃດທີ່ປ້ອມປ້ອງກັນຂອງເຫຼົ່າສັດຕູຂອງພວກເຈົ້າ ຖືກຢຶດໄດ້ ແລະປະຊາຊົນຖືກຂ້າ ວັນນັ້ນແຫຼະ ສາຍນໍ້າກໍຈະໄຫລອອກຈາກພູແລະເນີນພູທຸກໆໜ່ວຍ.
ມື້ທີ່ເຕັມໄປດ້ວຍສຽງແກລະດົມພົນເຮັດເສິກ ແລະສຽງຂອງພວກທະຫານໂຮຮ້ອງໃນສະໜາມຮົບ ເພື່ອບຸກໂຈມຕີເມືອງທັງຫລາຍ ທີ່ມີປ້ອມປ້ອງກັນ ແລະມີຫໍຄອຍສູງ.