14 ພຣະອົງຈະເຮັດໃຫ້ພູສູງທຸກໜ່ວຍພ້ອມທັງເນີນພູທັງຫລາຍ
ໂອ ພູເຂົາຫຼາຍຍອດເອີຍ ເປັນຫຍັງເຈົ້າຈຶ່ງຫຼຽວລົງມາຢ່າງອິດສາ ໃສ່ທີ່ເທິງພູ ບ່ອນທີ່ພຣະເຈົ້າເອງໄດ້ເລືອກເປັນບ່ອນຢູ່? ພຣະເຈົ້າຢາເວຈະຢູ່ທີ່ນັ້ນຕະຫລອດໄປ.
ຫໍຄອຍສູງແລະປ້ອມປ້ອງກັນເມືອງທຸກແຫ່ງເຫຼົ່ານັ້ນໃຫ້ຮາບກ້ຽງ.
ວັນໃດທີ່ປ້ອມປ້ອງກັນຂອງເຫຼົ່າສັດຕູຂອງພວກເຈົ້າ ຖືກຢຶດໄດ້ ແລະປະຊາຊົນຖືກຂ້າ ວັນນັ້ນແຫຼະ ສາຍນໍ້າກໍຈະໄຫລອອກຈາກພູແລະເນີນພູທຸກໆໜ່ວຍ.
ຈົ່ງຖົມຮ່ອມພູທຸກບ່ອນໃຫ້ຮາບພຽງກັນ ຈົ່ງຂຸດພູທຸກໜ່ວຍລົງໃຫ້ຮາບພຽງກັນໄວ້. ເນີນພູທັງຫລາຍຈະກາຍເປັນທົ່ງຮາບພຽງ ທີ່ແຂງແລະຫຍາບຈະຖືກປ່ຽນໃຫ້ເປັນດິນອ່ອນ.
ແລະຄວາມດື້ດຶງທຸກປະການ ທີ່ຕັ້ງຕົວຂຶ້ນຂັດຂວາງຄວາມຮູ້ຈັກພຣະເຈົ້າ ແລະປາບຄວາມຄິດທຸກປະການລົງໃຫ້ຢູ່ໃຕ້ບັງຄັບ ຈົນເຖິງນ້ອມຟັງພຣະຄຣິດ.