Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 2:13 - ພຣະຄຳພີສັກສິ

13 ພຣະອົງ​ຈະ​ທຳລາຍ​ຕົ້ນແປກ​ສູງ​ແຫ່ງ​ເລບານອນ ແລະ​ຕົ້ນໂອກ​ທັງໝົດ​ຢູ່​ໃນ​ດິນແດນ​ລົງ.

Uka jalj uñjjattʼäta Copia luraña




ເອຊາຢາ 2:13
9 Jak'a apnaqawi uñst'ayäwi  

ສຽງ​ຂອງ​ພຣະເຈົ້າຢາເວ​ຜ່າ​ຕົ້ນແປກ​ທັງຫລາຍ​ລົງ ພຣະເຈົ້າຢາເວ​ຜ່າ​ແມ່ນແຕ່​ຕົ້ນແປກ​ທີ່​ຢູ່​ດົງ​ເລບານອນ​ນັ້ນ.


ຕົ້ນສົນ​ແລະ​ຕົ້ນ​ແປກ​ຂອງ​ເລບານອນ​ຕ່າງ​ກໍ​ຊົມຊື່ນ​ຍິນດີ ທີ່​ກະສັດ​ຜູ້​ນີ້​ໄດ້​ລົ້ມລົງ; ບັດນີ້​ຈຶ່ງ​ບໍ່ມີ​ຜູ້ໃດ​ຕັດ​ມັນ​ລົງ​ອີກ ຍ້ອນ​ກະສັດ​ຜູ້ນັ້ນ​ໄດ້​ສາບສູນໄປ​ແລ້ວ.


ດິນແດນ​ຖືກ​ປະຖິ້ມ​ໃຫ້​ຮົກຮ້າງ​ຫວ່າງເປົ່າ. ປ່າໄມ້​ຂອງ​ນະຄອນ​ເລບານອນ​ຫ່ຽວແຫ້ງ​ໄປ ຮ່ອມພູ​ທີ່​ອຸດົມສົມບູນ​ດີ​ໃນ​ຊາໂຣນ​ກໍ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໃນ​ຖິ່ນ​ບາຊານ ແລະ​ເທິງ​ພູ​ກາເມນ ໃບໄມ້​ກໍ​ຫລົ່ນ​ລົງ​ຈາກ​ຕົ້ນ​ໝົດ.


ເຈົ້າ​ໄດ້​ສົ່ງ​ຜູ້ຮັບໃຊ້​ຂອງ​ເຈົ້າ​ມາ​ຄຸຍໂມ້​ໃສ່​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເຈົ້າ​ໄດ້ກ່າວ​ວ່າ ດ້ວຍ​ລົດຮົບ​ທັງໝົດ​ເຈົ້າ​ໄດ້​ຕີ​ເອົາ​ພູເຂົາ​ໜ່ວຍ​ສູງ​ທີ່ສຸດ​ຂອງ​ເລບານອນ. ເຈົ້າ​ຄຸຍໂມ້​ວ່າ​ເຈົ້າ​ໄດ້​ຕັດ​ຕົ້ນແປກ​ທີ່​ງາມ​ທີ່ສຸດ ແລະ​ຕົ້ນ​ສົນ​ທີ່​ສູງ​ທີ່ສຸດ​ລົງ ແລະ​ທັງ​ໄດ້​ເຂົ້າ​ໄປ​ໃນ​ປ່າ​ເລິກ​ທີ່ສຸດ​ດ້ວຍ.


ພວກເຂົາ​ໄດ້​ຕົ້ນກໍ່​ມາ​ຈາກ​ບາຊານ​ເຮັດ​ໄມ້​ພາຍ ໄດ້​ໄມ້​ສົນ​ຈາກ​ໄຊປຣັດ​ເຮັດ​ຂົວ​ເຮືອ​ຂັດ​ງາ​ຊ້າງ.


ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ຢູດາ ແລະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ນະຄອນ​ເຢຣູຊາເລັມ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka