Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 2:10 - ພຣະຄຳພີສັກສິ

10 ພວກເຂົາ​ຈະ​ລີ້​ຢູ່​ໃນ​ຖໍ້າ ຢູ່​ໃນ​ໂງ່ນຫີນ​ຕາມ​ເນີນພູ ຫລື​ຂຸດ​ຮູ​ຢູ່​ໃນ​ດິນ ເພື່ອ​ຊອກ​ຫາ​ທີ່​ຈະ​ປົບໜີ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ ແລະ​ຫລົບລີ້​ຈາກ​ຣິດອຳນາດ​ແລະ​ສະຫງ່າຣາສີ​ຂອງ​ພຣະອົງ

Uka jalj uñjjattʼäta Copia luraña




ເອຊາຢາ 2:10
22 Jak'a apnaqawi uñst'ayäwi  

ເພາະວ່າ​ຂ້ອຍ​ຢ້ານ​ພຣະເຈົ້າ​ລົງໂທດ​ທັນ ຈຶ່ງ​ບໍ່​ກ້າ​ທີ່​ຈະ​ກະທຳ​ສິ່ງໃດໆ​ເຊັ່ນນັ້ນ.


ຝັງ​ພວກເຂົາ​ທັງໝົດ​ໄວ້​ຢູ່​ໃນ​ພື້ນດິນ​ສາ ມັດ​ພວກເຂົາ​ໄວ້​ກັບ​ແດນ​ມໍຣະນາ​ເຖີດ.


ເພື່ອ​ທຸກຄົນ​ຈະ​ໄດ້​ຮູ້​ກິດຈະການ​ອັນ​ຍິ່ງໃຫຍ່ ຣິດອຳນາດ​ແລະ​ຣັດສະໝີ​ແຫ່ງ​ຣາຊອານາຈັກ​ຂອງ​ພຣະອົງ.


ໃຜ​ຮູ້​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ເຕັມ​ຂະນາດ​ຂອງ​ພຣະອົງ​ໄດ້? ຜູ້ໃດ​ຮູ້​ວ່າ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ໄດ້​ນຳພາ​ຄວາມ​ໜ້າຢ້ານ​ສໍ່າໃດ​ແທ້?


ພວກເຈົ້າ​ຈະ​ເຮັດ​ຢ່າງໃດ​ເມື່ອ​ພຣະເຈົ້າ​ລົງໂທດ​ພວກເຈົ້າ? ພວກເຈົ້າ​ຈະ​ເຮັດ​ຢ່າງໃດ ເມື່ອ​ພຣະອົງ​ນຳ​ໄພພິບັດ​ຈາກ​ດິນແດນ​ທີ່​ຫ່າງໄກ​ມາ​ສູ່​ພວກເຈົ້າ? ພວກເຈົ້າ​ຈະ​ແລ່ນ​ໄປ​ຫາ​ຜູ້ໃດ​ໃຫ້​ມາ​ຊ່ວຍເຫລືອ? ພວກເຈົ້າ​ຈະ​ເຊື່ອງ​ຊັບສົມບັດ​ຂອງ​ພວກເຈົ້າ​ໄວ້​ຢູ່​ທີ່ໃດ?


ພວກເຂົາ​ຈະ​ເດ່​ມື​ອອກ​ເໝືອນ​ຄົນ​ທີ່​ພະຍາຍາມ​ລອຍນໍ້າ​ໄປ, ແຕ່​ພຣະອົງ​ຈະ​ເຮັດ​ໃຫ້​ພວກເຂົາ​ອ່ອນແຮງ ແລະ​ມື​ພວກເຂົາ​ຈະ​ຈົມ​ລົງ​ຢ່າງ​ຂາດ​ຜູ້​ຊ່ວຍ.


ແຕ່​ບັດນີ້ ປະຊາຊົນ​ຂອງ​ພຣະອົງ​ໄດ້​ຖືກ​ປຸ້ນ ຖືກ​ຂັງ​ທີ່​ຫ້ອງ​ໃຕ້​ດິນ​ລັບໆ​ກັບ​ພວກ​ນັກໂທດ. ພວກເຂົາ​ຖືກ​ປຸ້ນ​ຈົນ​ສິ້ນເນື້ອ​ປະດາຕົວ ແລະ​ບໍ່ມີ​ຜູ້ໃດ​ມາ​ຊ່ວຍກູ້​ເອົາ​ພວກ​ເຂົາເຈົ້າ.


ແຕ່​ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ​ແຫ່ງ​ຄວາມຈິງ ພຣະອົງ​ຊົງ​ເປັນ​ຊີວິດ​ແລະ​ເປັນ​ກະສັດ​ຕະຫລອດໄປ. ເມື່ອ​ພຣະອົງ​ໂກດຮ້າຍ ໂລກນີ້​ກໍ​ສະທ້ານ​ຫວັ່ນໄຫວ ທຸກ​ຊົນຊາດ​ບໍ່​ອາດ​ທົນທານ​ຕໍ່​ຄວາມ​ໂກດຮ້າຍຂອງ​ພຣະອົງ​ໄດ້. (


ຜູ້ໃດ​ແດ່​ບໍ່​ຍ້ອງຍໍ​ໃຫ້ກຽດ? ກະສັດ​ທຸກ​ຊົນຊາດ​ເອີຍ ພຣະອົງ​ເປັນ​ຜູ້​ສົມຄວນ​ຈະ​ໄດ້​ຮັບ​ກຽດຕິຍົດ. ທ່າມກາງ​ພວກ​ນັກປາດ​ຂອງ​ຊົນຊາດ​ທັງຫລາຍ ໃນ​ບັນດາ​ກະສັດ​ຂອງ​ພວກເຂົາ​ບໍ່ມີ​ຜູ້ໃດ​ຄື​ພຣະອົງ​ໄດ້.


“ດ້ວຍ​ວິທີ​ນີ້​ແຫຼະ ເຮົາ​ຈະ​ທຳລາຍ​ຄວາມ​ຈອງຫອງ​ຂອງ​ຢູດາ ແລະ​ຄວາມ​ຈອງຫອງ​ອັນໃຫຍ່​ຂອງ​ຊາວ​ນະຄອນ​ເຢຣູຊາເລັມ.


ຮ້ານ​ເທວະຮູບ​ຢູ່​ເທິງ​ພູ​ອາເວນ ບ່ອນ​ທີ່​ພວກ​ອິດສະຣາເອນ​ຂາບໄຫວ້​ຮູບເຄົາຣົບ​ຈະ​ຖືກ​ທຳລາຍ​ຖິ້ມ. ກໍ​ໜາມ​ແລະ​ຕົ້ນຫຍ້າ​ຈະ​ປົ່ງ​ຂຶ້ນ​ປົກ​ຫຸ້ມ​ແທ່ນບູຊາ​ຂອງ​ພວກເຂົາ. ປະຊາຊົນ​ຈະ​ຮ້ອງ​ໃສ່​ພູເຂົາ​ທັງຫລາຍ​ວ່າ, “ຈົ່ງ​ບັງ​ພວກເຮົາ​ໄວ້​ແດ່” ແລະ​ເວົ້າ​ຕໍ່​ພູນ້ອຍ​ວ່າ, “ຈົ່ງ​ກວມ​ພວກເຮົາ​ໄວ້​ສາ.”


ນີເນເວ​ເອີຍ ເຈົ້າ​ເອງ​ກໍ​ຈະ​ຕົກ​ຢູ່​ໃນ​ຄວາມ​ມືດມົວ​ເຊັ່ນດຽວ​ກັນ ເຈົ້າເອງ​ຈະ​ພະຍາຍາມ​ປົບໜີ​ຈາກ​ພວກ​ສັດຕູ​ຄືກັນ.


ເຮົາ​ຈະ​ເຕືອນ​ໃຫ້​ພວກເຈົ້າ​ຮູ້​ວ່າ ຜູ້ໃດ​ທີ່​ພວກເຈົ້າ​ຄວນ​ຢ້ານ ຈົ່ງ​ຢ້ານ​ພຣະເຈົ້າ​ຜູ້​ທີ່​ມີ​ສິດ​ອຳນາດ ທີ່​ຈະ​ຂ້າ​ແລະ​ຖິ້ມ​ລົງ​ໃນ​ນະຣົກ​ໄດ້ ແມ່ນ​ແທ້​ເຮົາ​ບອກ​ພວກເຈົ້າ​ວ່າ ຈົ່ງ​ຢ້ານ​ພຣະອົງ​ນັ້ນ​ແຫຼະ.”


ໃນ​ເວລາ​ນັ້ນ ປະຊາຊົນ​ກໍ​ຈະ​ເວົ້າ​ກັບ​ພູ​ທັງຫລາຍ​ວ່າ, ‘ຈົ່ງ​ເຈື່ອນ​ລົງ​ມາ​ທັບ​ພວກເຮົາ​ສາ’ ແລະ​ເວົ້າ​ກັບ​ໂນນ​ພູ​ທັງຫລາຍ​ວ່າ ‘ຈົ່ງ​ປົກບັງ​ພວກເຮົາ​ໄວ້​ເທີ້ນ.’


ພຣະເຈົ້າ​ຈະ​ເຮັດ​ໃຫ້​ພວກເຂົາ​ຖືກ​ທົນທຸກ​ແລະ​ໄດ້​ຮັບ​ໂທດ ແລະ​ຖືກ​ທຳລາຍ​ຕະຫລອດໄປ ຄື​ຖືກ​ແຍກ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຈາກ​ຣິດທານຸພາບ ສະຫງ່າຣາສີ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka