Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 19:6 - ພຣະຄຳພີສັກສິ

6 ຄອງ​ຂອງ​ຫ້ວຍ​ນໍ້າ​ທັງຫລາຍ​ຈະ​ເໝັນ ເມື່ອ​ມັນ​ແຫ້ງ​ລົງ​ເທື່ອເລັກ​ເທື່ອໜ້ອຍ. ກົກອໍ້​ແລະ​ກົກ​ຫຍ້າ​ຈະ​ຫ່ຽວແຫ້ງ​ໄປ

Uka jalj uñjjattʼäta Copia luraña




ເອຊາຢາ 19:6
10 Jak'a apnaqawi uñst'ayäwi  

ໃນ​ຂະນະ​ນັ້ນ ມີ​ງົວແມ່​ທີ່​ຕຸ້ຍພີ​ເຈັດ​ໂຕ​ຂຶ້ນ​ມາ​ຈາກ​ແມ່ນໍ້າ ແລະ​ກິນ​ຫຍ້າ​ທີ່​ເທິງ​ຝັ່ງ.


ເຈົ້າ​ເວົ້າ​ອວດ​ວ່າ​ເຈົ້າ​ໄດ້​ຂຸດ​ນໍ້າສ້າງ​ຕ່າງໆ ໄດ້​ດື່ມ​ນໍ້າ​ໃນ​ຕ່າງ​ແດນ ແລະ​ວ່າ​ຕີນ​ທະຫານ​ຂອງ​ເຈົ້າ​ໄດ້​ຢຽບ​ຢໍ່າ​ແມ່ນໍ້າ​ຕ່າງໆ​ໃນ​ເອຢິບ​ຈົນ​ບົກ.


ຕົ້ນອໍ້​ເກີດ​ບໍ່ໄດ້​ໃນ​ບ່ອນ​ບໍ່ມີ​ນໍ້າ; ເຮົາ​ຈະ​ບໍ່​ພົບ​ມັນ​ໃນ​ບຶງ​ບ່ອນ​ທີ່​ບໍ່ມີ​ຕົມ​ໄດ້ດອກ.


ຄັນ​ນໍ້າ​ແຫ້ງ ມັນ​ກໍ​ຈະ​ຫ່ຽວແຫ້ງ​ໄປ ໃນ​ຂະນະທີ່​ມັນ​ຍັງ​ອ່ອນໆ​ພໍ​ຈະ​ຕັດ​ນຳ​ເອົາ​ໄປ​ໃຊ້​ໄດ້.


ແຕ່​ເມື່ອ​ນາງ​ເຊື່ອງ​ລູກຊາຍ​ນັ້ນ​ໄວ້​ບໍ່ໄດ້​ອີກ​ຕໍ່ໄປ. ສະນັ້ນ ນາງ​ຈຶ່ງ​ເອົາ​ໄມ້ອໍ້​ມາ​ເຮັດ​ເປັນ​ອູ່ ແລະ​ທາ​ດ້ວຍ​ຢາງໄມ້​ເພື່ອ​ໃຫ້​ມັນ​ຟູ. ນາງ​ເອົາ​ລູກ​ວາງ​ນອນ​ລົງ​ໃນ​ອູ່​ນັ້ນ ແລ້ວ​ນາງ​ກໍໄດ້​ນຳ​ອູ່​ນັ້ນ​ໄປ​ປະ​ໄວ້​ທີ່​ແຄມ​ແມ່ນໍ້ານິນ ບ່ອນ​ທີ່​ມີ​ກໍ​ຫຍ້າອໍ້​ແຄມ​ຕາຝັ່ງ.


ປາ​ຈະ​ຕາຍ​ໝົດ, ນໍ້າ​ຈະ​ເນົ່າເໝັນ ແລະ​ຊາວ​ເອຢິບ​ກໍ​ຈະ​ດື່ມ​ນໍ້າ​ບໍ່ໄດ້.”’


ນໍ້າ​ຫ້ວຍ​ນິມຣິມ​ກໍ​ແຫ້ງແລ້ງ ຫຍ້າ​ທີ່​ແຄມຝັ່ງ​ກໍ​ຫ່ຽວແຫ້ງ ແລະ​ບໍ່ມີ​ສິ່ງ​ຂຽວ​ຫຍັງ​ເຫຼືອ​ຢູ່​ເລີຍ.


ຈາກ​ດິນແດນ​ນັ້ນ ພວກ​ອັກຄະຣາຊທູດ​ຂີ່​ເຮືອ​ທີ່​ເຮັດ​ດ້ວຍ​ກົກອໍ້ ລ່ອງ​ໄປ​ຕາມ​ແມ່ນໍ້ານິນ. ບັນດາ​ຜູ້​ສົ່ງຂ່າວ​ທີ່​ວ່ອງໄວ​ເອີຍ ຈົ່ງ​ກັບ​ເມືອ​ສາ​ເຖີດ ຈົ່ງ​ນຳ​ຂ່າວ​ຄືນ​ເມືອ​ສູ່​ດິນແດນ​ຂອງ​ພວກເຈົ້າ​ທີ່​ມີ​ແມ່ນໍ້າ​ທັງຫລາຍ​ແບ່ງ​ແຍກ, ສູ່​ຊົນຊາດ​ທີ່​ເຂັ້ມແຂງ ແລະ​ມີ​ອຳນາດ​ຂອງ​ພວກເຈົ້າ, ສູ່​ປະຊາຊົນ​ທີ່​ມີ​ຮູບຮ່າງ​ໃຫຍ່ ແລະ​ຜິວພັນ​ກ້ຽງໃສ​ດີ​ຂອງ​ພວກເຈົ້າ ຄື​ພວກ​ທີ່​ຄົນ​ທັງໂລກ​ຢ້ານກົວ.


ເຈົ້າ​ຄຸຍໂມ້​ວ່າ​ເຈົ້າ​ໄດ້​ຂຸດ​ນໍ້າສ້າງ ແລະ​ດື່ມ​ນໍ້າ​ໃນ​ດິນແດນ​ຕ່າງດ້າວ ແລະ​ທັງ​ຄຸຍ​ອີກ​ວ່າ​ທະຫານ​ຂອງ​ເຈົ້າ​ໄດ້​ຢຽບ​ແມ່ນໍ້ານິນ ຈົນ​ແຫ້ງ.


ນີເນເວ​ເອີຍ ເຈົ້າ​ດີກວ່າ​ເທເບ​ເມືອງເອກ​ຂອງ​ເອຢິບ​ຊັ້ນບໍ່? ເມືອງ​ນີ້​ມີ​ແມ່ນໍ້າ​ສອງ​ສາຍ ເປັນ​ຄື​ກຳແພງ​ປ້ອງກັນ​ເມືອງ​ໄວ້ ຄື​ແມ່ນໍ້າ​ນິນ​ເປັນ​ບ່ອນ​ປ້ອງກັນ​ຂອງມັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka