Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 19:5 - ພຣະຄຳພີສັກສິ

5 ແມ່ນໍ້ານິນ​ຈະ​ລົດ​ລົງ ແລະ​ນໍ້າ​ໃນ​ຫ້ວຍ​ຈະ​ແຫ້ງ​ລົງ​ເລື້ອຍໆ.

Uka jalj uñjjattʼäta Copia luraña




ເອຊາຢາ 19:5
9 Jak'a apnaqawi uñst'ayäwi  

ເໝືອນ​ດັ່ງ​ຫ້ວຍນໍ້າ​ທີ່​ເຊົາ​ຢຸດໄຫລ ແລະ​ດັ່ງ​ໜອງ​ບຶງ​ທີ່​ເຫືອດແຫ້ງ​ໄປ​ໝົດສິ້ນ


ນໍ້າ​ຫ້ວຍ​ນິມຣິມ​ກໍ​ແຫ້ງແລ້ງ ຫຍ້າ​ທີ່​ແຄມຝັ່ງ​ກໍ​ຫ່ຽວແຫ້ງ ແລະ​ບໍ່ມີ​ສິ່ງ​ຂຽວ​ຫຍັງ​ເຫຼືອ​ຢູ່​ເລີຍ.


ພຣະເຈົ້າຢາເວ​ໄດ້​ຢຽດ​ມື​ຂອງ​ພຣະອົງ​ອອກ​ເທິງ​ທະເລ ແລະ​ໄດ້​ໂຄ່ນລົ້ມ​ຣາຊອານາຈັກ​ຕ່າງໆ. ພຣະອົງ​ໄດ້​ສັ່ງ​ໃຫ້​ສູນ​ການຄ້າ​ຕ່າງໆ​ໃນ​ໂຟນີເຊຍ​ຖືກ​ທຳລາຍ.


ເຈົ້າ​ຄຸຍໂມ້​ວ່າ​ເຈົ້າ​ໄດ້​ຂຸດ​ນໍ້າສ້າງ ແລະ​ດື່ມ​ນໍ້າ​ໃນ​ດິນແດນ​ຕ່າງດ້າວ ແລະ​ທັງ​ຄຸຍ​ອີກ​ວ່າ​ທະຫານ​ຂອງ​ເຈົ້າ​ໄດ້​ຢຽບ​ແມ່ນໍ້ານິນ ຈົນ​ແຫ້ງ.


ເປັນຫຍັງ​ປະຊາຊົນ​ຂອງເຮົາ​ຈຶ່ງ​ບໍ່​ຍອມ​ຕອບ​ນໍ ເມື່ອ​ເຮົາ​ມາ​ຊ່ວຍກູ້​ເອົາ​ພວກ​ເຂົາເຈົ້າ. ເມື່ອ​ເຮົາ​ເອີ້ນ​ຫາ ເປັນຫຍັງ​ພວກເຂົາ​ຈຶ່ງ​ບໍ່​ຕອບ​ນໍ? ຫລື​ວ່າ​ເຮົາ​ອ່ອນແອ​ຫຼາຍ​ທີ່​ຈະ​ຊ່ວຍ​ໃຫ້​ພົ້ນ? ເຮົາ​ສັ່ງ​ຄຳດຽວ​ເທົ່ານັ້ນ ນໍ້າ​ໃນ​ທະເລ​ກໍ​ແຫ້ງ​ລົງ ແລະ​ແມ່ນໍ້າ​ນັ້ນ​ກໍ​ກາຍເປັນ​ຖິ່ນ​ແຫ້ງແລ້ງ ແລ້ວ​ຝູງ​ປາ​ໃນ​ແມ່ນໍ້າ​ນັ້ນ​ກໍ​ຈະ​ຕາຍໄປ ຍ້ອນ​ນໍ້າ​ໃນ​ລຳທານ​ບໍ່ມີ​ເສຍ​ແລ້ວ.


ເພາະສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ດັ່ງນີ້​ວ່າ, “ເຮົາ​ຈະ​ພິຈາລະນາ​ຄະດີ​ຂອງ​ເຈົ້າ ແລະ​ຈະ​ເຮັດ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ເຈົ້າ ຊົດໃຊ້​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ເຈົ້າ. ເຮົາ​ຈະ​ເຮັດ​ໃຫ້​ບໍ່ນໍ້າ​ຂອງ​ບາບີໂລນ​ບົກລົງ ແລະ​ຈະ​ເຮັດ​ໃຫ້​ແມ່ນໍ້າ​ທັງຫລາຍ​ແຫ້ງ.


ເຮົາ​ຈະ​ເຮັດ​ໃຫ້​ແມ່ນໍ້ານິນ​ແຫ້ງ ແລະ​ຈະ​ມອບ​ເອຢິບ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ຄົນຊົ່ວຮ້າຍ. ຊາວ​ຕ່າງດ້າວ​ຈະ​ທຳລາຍ​ລ້າງຜານ​ທັງໝົດ​ປະເທດ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.”


ເມື່ອ​ພວກເຂົາ​ຜ່ານ​ທະເລ​ທີ່​ໃຫ້​ຄວາມ​ເດືອດຮ້ອນ​ໃຈ ພຣະອົງ​ຈະ​ຕີ​ຄື້ນ​ໃຫ້​ສະຫງັດ​ງຽບ ສ່ວນ​ທ້ອງ​ນໍ້າ​ເລິກ​ຂອງ​ແມ່ນໍ້ານິນ ກໍ​ຈະ​ບົກລົງ ແລະ​ເຫືອດແຫ້ງ​ໄປ​ຈົນກ້ຽງ. ອັດຊີເຣຍ​ຜູ້​ທີ່​ຈອງຫອງ​ຈະ​ອ່ອນນ້ອມ​ຖ່ອມຕົວ ແລະ​ປະເທດ​ເອຢິບ​ຜູ້​ທີ່​ມີ​ກຳລັງ​ກໍ​ຈະ​ສູນເສຍ​ອຳນາດ.


ຖ້າ​ຊາວ​ເອຢິບ​ບໍ່​ຍອມ​ສະເຫລີມ​ສະຫລອງ​ເທດສະການ​ປຸກຕູບຢູ່ ພວກເຂົາ​ກໍ​ຈະ​ຖືກ​ທຳລາຍ​ດ້ວຍ​ໂຣກ​ລະບາດ ຊຶ່ງ​ພຣະເຈົ້າຢາເວ​ສົ່ງ​ມາ​ສູ່​ທຸກ​ຊົນຊາດ ທີ່​ບໍ່​ຍອມ​ໄປ​ທີ່​ນັ້ນ​ຄືກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka