Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 19:4 - ພຣະຄຳພີສັກສິ

4 ເຮົາ​ຈະ​ຍົກ​ຊາວ​ເອຢິບ​ໃຫ້​ແກ່​ນັກ​ກົດຂີ່​ຄົນ​ໜຶ່ງ ຄື​ໃຫ້​ກະສັດ​ທີ່​ໂຫດຫ້ຽມ​ຜູ້ໜຶ່ງ​ທີ່​ຈະ​ປົກຄອງ​ພວກເຂົາ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້ແຫລະ.

Uka jalj uñjjattʼäta Copia luraña




ເອຊາຢາ 19:4
9 Jak'a apnaqawi uñst'ayäwi  

ພຣະອົງ​ບໍ່ໄດ້​ມອບ​ຂ້ານ້ອຍ​ໄວ້​ໃນ​ມື​ຂອງ​ພວກ​ສັດຕູ ແຕ່​ໃຫ້​ຂ້ານ້ອຍ​ມີ​ອິດສະຫລະ​ໄປ​ທີ່​ໃດ​ກໍໄດ້.


“ເຮົາ​ຈະ​ເຮັດ​ໃຫ້​ປະເທດ​ເອຢິບ​ສັ່ນ​ສະທ້ານ ແລະ​ເກີດ​ເສິກ​ກາງເມືອງ; ອ້າຍ​ນ້ອງ​ຈະ​ຕໍ່ສູ້​ກັນ ແລະ​ເພື່ອນບ້ານ​ຈະ​ສູ້ຮົບ​ກັນ. ເມືອງຕ່າງໆ​ຈະ​ຕໍ່ສູ້​ກັນ​ເອງ​ເພາະ​ການ​ເປັນສັດຕູ​ກັນ ແລະ​ກະສັດ​ທີ່​ເປັນ​ສັດຕູ​ກັນ​ກໍ​ຈະ​ຍາດແຍ່ງ​ອຳນາດກັນ.


ເມື່ອ​ເມືອງ​ອາຊະໂດດ​ຖືກ​ຢຶດເອົາ​ແລ້ວ ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ເອຊາຢາ ຜູ້ຮັບໃຊ້​ຂອງເຮົາ​ໄດ້​ຍ່າງ​ໄປມາ​ຕີນ​ເປົ່າ ແລະ​ເປືອຍຕົວ ເປັນ​ເວລາ​ເຖິງ​ສາມ​ປີ. ອັນ​ນີ້​ແມ່ນ​ໝາຍສຳຄັນ​ທີ່​ບອກ​ໃຫ້​ຮູ້​ເຖິງ ສິ່ງ​ທີ່​ຈະ​ເກີດຂຶ້ນ​ກັບ​ປະເທດ​ເອຢິບ ແລະ​ປະເທດ​ເອທີໂອເປຍ.


ກະສັດ​ແຫ່ງ​ອັດຊີເຣຍ​ຈະ​ນຳ​ຊະເລີຍເສິກ ພວກ​ທີ່​ເພິ່ນ​ໄດ້​ຈັບ​ຈາກ​ສອງ​ຕົວເມືອງ​ໃຫ້​ຍ່າງ​ເປືອຍຕົວ​ໄປ ບໍ່​ວ່າ​ໜຸ່ມ​ຫລື​ແກ່ ຕ່າງ​ກໍ​ຈະ​ຍ່າງ​ຕີນ​ເປົ່າ​ແລະ​ເປືອຍຕົວ ແລະ​ເປີດກົ້ນ​ຍ່າງ​ໄປ ອັນ​ຈະ​ນຳ​ຄວາມ​ອັບອາຍ​ມາ​ສູ່​ປະເທດ​ເອຢິບ.


ໄປ​ມອບ​ໃຫ້​ແກ່​ຄົນ​ທີ່​ຕ້ອງການ​ຢາກ​ຂ້າ​ພວກເຂົາ​ນັ້ນ ຄື​ມອບ​ໃຫ້​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ແລະ​ກອງທັບ​ຂອງ​ລາວ. ແຕ່​ຕໍ່ມາ ປະຊາຊົນ​ຈະ​ໄດ້​ອາໄສ​ຢູ່​ໃນ​ປະເທດ​ເອຢິບ​ອີກ ດັ່ງ​ພວກເຂົາ​ໄດ້​ເປັນມາ​ໃນ​ອະດີດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ກ່າວ​ວ່າ ເຮົາ​ກຳລັງ​ມອບ​ດິນແດນ​ຂອງ​ເອຢິບ​ໃຫ້​ແກ່​ກະສັດ​ເນບູ​ກາດເນັດຊາ. ລາວ​ຈະ​ລັກ​ແລະ​ປຸ້ນ​ປະເທດ​ທັງ​ຈະ​ຂົນ​ເອົາ​ຊັບສົມບັດ​ທຸກຢ່າງ ໄປ​ເປັນ​ຄ່າຈ້າງ​ແກ່​ກອງທັບ​ຂອງຕົນ.


ເຮົາ​ຈະ​ເຮັດ​ໃຫ້​ແມ່ນໍ້ານິນ​ແຫ້ງ ແລະ​ຈະ​ມອບ​ເອຢິບ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ຄົນຊົ່ວຮ້າຍ. ຊາວ​ຕ່າງດ້າວ​ຈະ​ທຳລາຍ​ລ້າງຜານ​ທັງໝົດ​ປະເທດ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.”


ແຕ່​ປະຊາຊົນ​ເມືອງ​ເທເບ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ບັນດາ​ລູກໆ​ຂອງ​ພວກເຂົາ​ໄດ້​ຖືກ​ຕີ​ຈົນຕາຍ​ຢູ່​ຕາມ​ທຸກ​ແຈ​ຂອງ​ຖະໜົນ​ຫົນທາງ. ບັນດາ​ຜູ້ນຳ​ຂອງ​ພວກເຂົາ​ໄດ້​ຖືກ​ລ່າມໂສ້​ຄຸມ​ໄປ ແລະ​ຖືກ​ແບ່ງປັນ​ໃຫ້​ພວກ​ທີ່​ຈັບ​ພວກເຂົາ​ໄປ​ນັ້ນ.


ຕໍ່ມາ ໄດ້​ມີ​ຄົນ​ມາ​ບອກ​ກະສັດ​ໂຊນ​ວ່າ​ດາວິດ​ຢູ່​ທີ່​ເມືອງ​ເກອີລາ ແລະ​ເພິ່ນ​ກໍ​ເວົ້າ​ວ່າ, “ພຣະເຈົ້າ​ມອບ​ດາວິດ​ໄວ້​ໃນ​ກຳມື​ຂອງເຮົາ​ແລ້ວ. ລາວ​ຫ້າງ​ແຮ້ວ​ໃສ່​ຕົນເອງ​ທີ່​ເຂົ້າ​ໄປ​ຢູ່​ໃນ​ເມືອງ​ທີ່​ມີ​ກຳແພງ​ອ້ອມ ແລະ​ທັງ​ມີ​ປະຕູ​ອັນ​ແໜ້ນໜາ​ອີກ​ດ້ວຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka