ເອຊາຢາ 19:3 - ພຣະຄຳພີສັກສິ3 ເຮົາກຳລັງຈະເຮັດໃຫ້ແຜນການຂອງຊາວເອຢິບບໍ່ສົມຫວັງ ແລະເຮັດໃຫ້ພວກເຂົາເສຍຂວັນ. ພວກເຂົາຈະໄປຂໍໃຫ້ຮູບເຄົາຣົບຊ່ວຍເຫລືອພວກເຂົາ ແລະຈະໄປປຶກສາໝໍຜີ ແລະຈະໄປຖາມເອົາຄວາມນຳຄົນຕາຍ. Uka jalj uñjjattʼäta |
ເມື່ອພວກເຂົາຖາມເຈົ້າວ່າ, ‘ເປັນຫຍັງເຈົ້າຈຶ່ງຄໍ່າຄວນ?’ ຈົ່ງບອກພວກເຂົາວ່າ, ‘ເນື່ອງຈາກຂ່າວຮ້າຍທີ່ກຳລັງມາ. ເມື່ອມັນມາຮອດ ຈິດໃຈຂອງພວກເຂົາຈະເຕັມໄປດ້ວຍຄວາມຢ້ານກົວ, ມືຂອງພວກເຂົາຈະອ່ອນເພຍລົງ, ຄວາມກ້າຫານຂອງພວກເຂົາຈະໝົດໄປ ແລະຫົວເຂົ່າຂອງພວກເຂົາກໍຈະສັ່ນເຊັນ.’ ເວລາມາຮອດແລ້ວ; ມັນຈະຢູ່ທີ່ນີ້.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
ເພິ່ນຮ້ອງບອກໃຫ້ຄົນນຳເອົາໝໍມົນ, ໝໍວິຊາອາຄົມ ແລະໝໍໂຫນເຂົ້າມາ. ເມື່ອພວກເຂົາມາຮອດ ກະສັດກ່າວຕໍ່ພວກເຂົາວ່າ, “ຜູ້ໃດຜູ້ໜຶ່ງທີ່ອ່ານ ແລະແປຄວາມໝາຍທີ່ຂຽນນີ້ໄດ້ ຈະໄດ້ນຸ່ງເສື້ອຄຸມສີມ່ວງຂອງກະສັດ ແລະຈະໄດ້ຄ້ອງຄໍສາຍສ້ອຍຄຳກຽດຕິຍົດ ທັງຈະໄດ້ເປັນຜູ້ທີ່ມີອຳນາດຄົນທີສາມໃນອານາຈັກ.”