Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 19:25 - ພຣະຄຳພີສັກສິ

25 ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ອວຍພອນ​ພວກເຂົາ​ວ່າ, “ເຮົາ​ຈະ​ອວຍພອນ​ເຈົ້າ ເອຢິບ​ປະຊາຊົນ​ຂອງເຮົາ; ອັດຊີເຣຍ ຜູ້​ທີ່​ເຮົາ​ໄດ້​ສ້າງ​ຂຶ້ນ​ມາ ແລະ​ອິດສະຣາເອນ ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກໄວ້.”

Uka jalj uñjjattʼäta Copia luraña




ເອຊາຢາ 19:25
30 Jak'a apnaqawi uñst'ayäwi  

ຈົ່ງ​ຮູ້ຈັກ​ວ່າ​ພຣະເຈົ້າຢາເວ​ຄື​ພຣະເຈົ້າ​ຜູ້​ສ້າງ​ພວກເຮົາ ພວກເຮົາ​ເປັນ​ໄພ່ພົນ​ແລະ​ຝູງແກະ​ຂອງ​ພຣະອົງ.


ຂໍ​ໃຫ້​ພວກເຈົ້າ​ໄດ້​ຮັບ​ພອນ​ຈາກ​ພຣະເຈົ້າຢາເວ ຄື​ຜູ້​ສ້າງ​ສະຫວັນ ແລະ​ແຜ່ນດິນ​ໂລກ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈະ​ກະທຳ​ທຸກສິ່ງ​ຕາມ​ທີ່​ໄດ້​ສັນຍາ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ. ຂໍ​ຈົ່ງ​ດຳເນີນ​ພຣະ​ຣາຊກິດ​ຂອງ​ພຣະອົງ​ໃຫ້​ສຳເລັດ​ຄົບຖ້ວນ​ສາ ຊຶ່ງ​ພຣະອົງ​ໄດ້​ເລີ່ມ​ດ້ວຍ​ສີມື​ຂອງ​ພຣະອົງ​ນັ້ນ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຊາດ​ອິດສະຣາເອນ​ຈະ​ມີ​ຕຳແໜ່ງ​ເທົ່າທຽມ​ກັນ​ກັບ​ປະເທດ​ເອຢິບ ແລະ​ອັດຊີເຣຍ ແລະ​ປະເທດ​ທັງ​ສາມ​ນີ້ ຈະ​ເປັນ​ທໍ່​ພຣະພອນ​ໃຫ້​ແກ່​ຊົນຊາດ​ທັງໝົດ​ໃນໂລກ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ສຽງ​ແກ​ຈະ​ດັງ​ຂຶ້ນ ເພື່ອ​ເອີ້ນ​ເອົາ​ພວກ​ອິດສະຣາເອນ​ທັງໝົດ​ທີ່​ໄດ້​ຖືກ​ເນລະເທດ​ໄປ​ນັ້ນ ໃຫ້​ກັບຄືນ​ມາ​ຈາກ​ອັດຊີເຣຍ ແລະ​ປະເທດ​ເອຢິບ. ພວກເຂົາ​ຈະ​ມາ​ນະມັດສະການ​ພຣະເຈົ້າຢາເວ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຄື​ທີ່​ເທິງ​ເນີນພູ​ສັກສິດ​ຂອງ​ພຣະອົງ.


ເມື່ອ​ພວກເຈົ້າ​ເຫັນ​ເດັກນ້ອຍ​ທີ່​ເຮົາ​ຈະ​ມອບ​ໃຫ້​ນັ້ນ ພວກເຈົ້າ​ຈະ​ຮັບຮູ້​ນາມຊື່​ຂອງ​ເຮົາ​ແມ່ນ​ອົງ​ບໍຣິສຸດ​ຂອງ​ຢາໂຄບ ແລະ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ. ພວກເຈົ້າ​ຈະ​ຍ້ອງຍໍ​ໃຫ້ກຽດ​ເຮົາ​ແລະ​ເກງກົວ​ເຮົາ.


ພຣະເຈົ້າຢາເວ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ແມ່ນ​ຜູ້​ທີ່​ຈັດຕຽມ​ຮູບຮ່າງ​ຂອງ​ອະນາຄົດ​ກ່າວ​ວ່າ, “ເຈົ້າ​ບໍ່​ມີ​ສິດ​ສອບ​ຖາມ​ເຖິງ​ລູກໆ​ຂອງເຮົາ ຫລື​ບອກ​ເຮົາ​ວ່າ​ຄວນ​ຈະ​ເຮັດ​ແນວໃດ​ແດ່


ພຣະເຈົ້າຢາເວ​ກ່າວ​ວ່າ, “ສົມບັດ​ຂອງ​ປະເທດ​ເອຢິບ​ກັບ​ປະເທດ​ເອທີໂອເປຍ​ຈະ​ເປັນ​ຂອງ​ເຈົ້າ ຄົນ​ໃຫຍ່​ສູງ​ແຫ່ງ​ເສບາ​ກໍ​ຈະ​ເປັນ​ທາດຮັບໃຊ້​ເຈົ້າ​ຄືກັນ ພວກເຂົາ​ຈະ​ຍ່າງ​ຕາມ​ເຈົ້າ​ໄປ​ໂດຍ​ຖືກ​ລ່າມໂສ້​ພ້ອມ. ພວກເຂົາ​ຈະ​ກົ້ມຂາບ​ເຈົ້າ ແລະ​ທັງ​ສາລະພາບ​ວ່າ ‘ພຣະເຈົ້າ​ຢູ່​ນຳ​ເຈົ້າ ເປັນ​ພຣະເຈົ້າ​ແຕ່​ອົງດຽວ.


ປະຊາຊົນ​ຂອງ​ເຈົ້າ​ຈະ​ເຮັດ​ສິ່ງ​ຖືກຕ້ອງ​ທັງໝົດ ແລະ​ໄດ້​ເປັນ​ເຈົ້າຂອງ​ດິນແດນ​ສືບໄປ​ເປັນນິດ. ເຮົາ​ໄດ້​ປູກ​ພວກເຂົາ​ໄວ້​ແລະ​ເຮົາ​ໄດ້​ສ້າງ​ພວກເຂົາ​ຂຶ້ນ​ມາ ເພື່ອ​ເຜີຍ​ຄວາມ​ຍິ່ງໃຫຍ່​ຂອງເຮົາ​ໃຫ້​ໂລກ​ໄດ້​ຮູ້.


ພວກເຂົາ​ຈະ​ມີ​ຊື່ສຽງ​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ທຸກໆຄົນ​ທີ່​ເຫັນ​ພວກເຂົາ​ກໍ​ຈະ​ຮູ້ຈັກກັນ​ທັງນັ້ນ ວ່າ​ພວກເຂົາ​ນັ້ນ​ແມ່ນ​ປະຊາຊົນ​ຊາດ​ໜຶ່ງ ທີ່​ພຣະເຈົ້າຢາເວ​ໄດ້​ອວຍພອນ​ພວກເຂົາ.”


ຂ້າແດ່​ພຣະເຈົ້າຢາເວ ເປັນຫຍັງ​ພຣະອົງ​ຈຶ່ງ​ໃຫ້​ພວກ​ຂ້ານ້ອຍ​ໜີໄປ​ຈາກ​ພຣະອົງ? ເປັນຫຍັງ​ຈຶ່ງ​ເຮັດ​ໃຫ້​ພວກ​ຂ້ານ້ອຍ​ດື້ດຶງ​ຈົນ​ຫັນໜີ​ໄປ​ຈາກ​ພຣະອົງ? ເພື່ອ​ເຫັນ​ແກ່​ພວກ​ທີ່​ຮັບໃຊ້​ພຣະອົງ ແລະ​ປະຊາຊົນ​ທີ່​ເປັນ​ພວກ​ຂອງ​ພຣະອົງ ຈົ່ງ​ກັບ​ມາ​ເທີ້ນ.


ແຕ່​ພຣະເຈົ້າຢາເວ​ເອີຍ ພຣະອົງ​ເປັນ​ພຣະບິດາ​ຂອງ​ພວກ​ຂ້ານ້ອຍ. ພວກ​ຂ້ານ້ອຍ​ເປັນ​ດິນ​ໜຽວ​ແລະ​ພຣະອົງ​ເປັນ​ຊ່າງ​ປັ້ນ. ພຣະອົງ​ໄດ້​ສ້າງ​ພວກ​ຂ້ານ້ອຍ​ມາ


ພວກເຂົາ​ຈະ​ເຮັດ​ວຽກງານ​ໂດຍ​ບໍ່​ເສຍ​ປະໂຫຍດ ແລະ​ລູກຫລານ​ຈະ​ບໍ່​ປະສົບ​ກັບ​ໄພພິບັດ. ພຣະເຈົ້າຢາເວ​ຈະ​ອວຍພອນ​ພວກເຂົາ​ແລະ​ເຊື້ອສາຍ​ທຸກຍຸກ​ທຸກສະໄໝ.


ພຣະເຈົ້າ​ຂອງ​ຢາໂຄບ ບໍ່​ຄື​ພະ​ເຫຼົ່ານີ້​ເລີຍ ຊົງ​ເປັນ​ຜູ້​ສ້າງ​ສັບພະທຸກສິ່ງ​ໃນ​ຈັກກະວານ​ນີ້. ພຣະອົງ​ໄດ້​ເລືອກ​ອິດສະຣາເອນ​ໃຫ້​ເປັນ​ຂອງ​ພຣະອົງ ນາມຊື່​ຂອງ​ພຣະອົງ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


ເຮົາ​ໄດ້​ນຳ​ພວກເຂົາ​ເຂົ້າ​ໄປ​ໃນ​ດິນແດນ​ອຸດົມ​ຮັ່ງມີ ເພື່ອ​ໃຫ້​ໄດ້​ຮັບ​ຜົນລະປູກ ແລະ ສິ່ງ​ທີ່ດີ​ອື່ນໆ. ແຕ່​ພວກເຂົາ​ພັດ​ໄດ້​ເຮັດ​ໃຫ້​ດິນແດນ​ຂອງເຮົາ​ຈິບຫາຍ ໂດຍ​ເຮັດ​ໃຫ້​ເປັນ​ມົນທິນ​ບ່ອນ​ທີ່​ເຮົາ​ມອບ​ໃຫ້​ພວກເຂົາ​ນັ້ນ.


ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ດິນແດນ ແລະ​ໃຫ້​ອຸດົມສົມບູນ​ຍິ່ງໆ​ຂຶ້ນ. ເຮົາ​ຈະ​ໃຫ້​ຄວາມຮັກ​ຕໍ່​ຜູ້​ທີ່​ຖືກ​ເອີ້ນ​ວ່າ, “ຂາດ​ຮັກ” ແລະ​ຜູ້​ທີ່​ຖືກ​ເອີ້ນ​ວ່າ, “ບໍ່ແມ່ນ​ປະຊາຊົນ​ຂອງເຮົາ” ດ້ວຍ. ເຮົາ​ຈະ​ກ່າວ​ວ່າ, “ພວກເຈົ້າ​ເປັນ​ປະຊາຊົນ​ຂອງເຮົາ.” ພວກເຂົາ​ຈະ​ຕອບ​ວ່າ, “ພຣະອົງ​ຊົງ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.”


ປະຊາຊົນ​ຢູດາ​ແລະ​ອິດສະຣາເອນ​ເອີຍ ໃນ​ອະດີດ​ນັ້ນ ຊາວ​ຕ່າງດ້າວ​ໄດ້​ສາບແຊ່ງ​ກັນແລະກັນ​ວ່າ, ‘ໃຫ້​ໄພພິບັດ​ທີ່​ຕົກ​ຖືກ​ຢູດາ​ແລະ​ອິດສະຣາເອນ​ນັ້ນ ຕົກ​ຖືກ​ພວກເຈົ້າ​ເຊັ່ນກັນ’ ແຕ່​ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນໄພ; ແລ້ວ​ບັນດາ​ຄົນຕ່າງດ້າວ​ເຫຼົ່ານັ້ນ​ກໍ​ຈະ​ເວົ້າ​ຕໍ່​ກັນແລະກັນ​ວ່າ, ‘ຂໍ​ໃຫ້​ພຣະພອນ​ທີ່​ໄດ້​ມາ​ສູ່​ຢູດາ​ແລະ​ອິດສະຣາເອນ​ນັ້ນ ມາ​ສູ່​ພວກເຈົ້າ​ເຊັ່ນກັນ.’ ສະນັ້ນ ຈົ່ງ​ກ້າຫານ​ແລະ​ຢ່າ​ຢ້ານກົວ​ເລີຍ.”


ໃນ​ເທື່ອ​ນີ້ ບາລາອາມ​ຮູ້​ວ່າ​ພຣະເຈົ້າຢາເວ​ຢາກ​ໃຫ້​ຕົນ​ອວຍພອນ​ປະຊາຊົນ​ອິດສະຣາເອນ; ສະນັ້ນ ລາວ​ຈຶ່ງ​ບໍ່ໄດ້​ໄປ​ເບິ່ງໂຊກ​ເບິ່ງລາງ​ຕາມ​ທີ່​ຕົນ​ໄດ້​ກະທຳ​ມາ. ລາວ​ໄດ້​ອ່ວາຍ​ໜ້າ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ


“ຂໍ​ພຣະເຈົ້າຢາເວ​ອວຍພອນ​ແລະ​ປົກປັກ​ຮັກສາ​ພວກເຈົ້າ;


“ຖ້າ​ພວກເຂົາ​ຫາກ​ກ່າວ​ຄຳອວຍພອນ​ແກ່​ລູກ​ຫຼານ​ອິດສະຣາເອນ ໃນ​ນາມຊື່​ຂອງເຮົາ​ດັ່ງນີ້ ເຮົາ​ກໍ​ຈະ​ອວຍພອນ​ພວກເຂົາ.”


ຫລື​ວ່າ ພຣະເຈົ້າ​ນັ້ນ​ເປັນ​ພຣະເຈົ້າ​ຂອງ​ຄົນ​ຢິວ​ເທົ່ານັ້ນ​ບໍ? ພຣະອົງ​ບໍ່ໄດ້​ເປັນ​ພຣະເຈົ້າ​ຂອງ​ຄົນຕ່າງຊາດ​ດ້ວຍ​ບໍ? ແມ່ນແລ້ວ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຄົນຕ່າງຊາດ​ດ້ວຍ.


ການ​ຮັບ​ພິທີຕັດ ຫລື​ບໍ່​ຮັບ​ກໍ​ບໍ່ແມ່ນ​ສິ່ງ​ສຳຄັນ, ແຕ່​ສິ່ງ​ສຳຄັນ​ແມ່ນ​ການ​ໄດ້​ຖືກ​ສ້າງ​ຂຶ້ນ​ໃໝ່.


ສາທຸການ​ແດ່​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຜູ້​ໄດ້​ຊົງ​ໂຜດ​ປະທານ​ພຣະພອນ​ທຸກປະການ​ຝ່າຍ​ວິນຍານ ໃຫ້​ແກ່​ເຮົາ​ທັງຫລາຍ​ໃນ​ສະຫວັນ​ສະຖານ​ໂດຍ​ພຣະຄຣິດ.


ເພາະວ່າ ເຮົາ​ທັງຫລາຍ​ເປັນ​ສີ​ພຣະຫັດ​ຂອງ​ພຣະອົງ ທີ່​ຊົງ​ສ້າງ​ຂຶ້ນ​ໃນ​ພຣະຄຣິດເຈົ້າ​ເຢຊູ ເພື່ອ​ໃຫ້​ປະກອບ​ການ​ດີ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ຈັດຕຽມ​ລ່ວງໜ້າ​ໄວ້​ກ່ອນ​ແລ້ວ ເພື່ອ​ໃຫ້​ເຮົາ​ທັງຫລາຍ​ໄດ້​ປະຕິບັດ​ຕາມ.


ແຕ່​ສ່ວນ​ຂອງ​ພຣະເຈົ້າຢາເວ​ແມ່ນ​ສຳລັບ​ພຣະອົງ ພວກ​ເຊື້ອສາຍ​ຂອງ​ຢາໂຄບ​ເປັນ​ມໍຣະດົກ​ຂອງ​ພຣະອົງ​ເອງ.


ເຮົາ​ແນ່ໃຈ​ວ່າ ພຣະອົງ​ຜູ້​ຊົງ​ຕັ້ງຕົ້ນ​ການ​ດີ​ໄວ້​ໃນ​ພວກເຈົ້າ​ແລ້ວ ຈະ​ຊົງ​ກະທຳ​ໃຫ້​ສຳເລັດ ຈົນເຖິງ​ວັນ​ແຫ່ງ​ພຣະເຢຊູ​ຄຣິດເຈົ້າ.


ຄື​ເມື່ອ​ກ່ອນ​ນັ້ນ ເຈົ້າ​ທັງຫຼາຍ​ບໍ່ມີ​ຊາດ, ແຕ່​ບັດນີ້​ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເມື່ອ​ກ່ອນ​ພວກເຈົ້າ​ບໍ່ໄດ້​ຮັບ​ພຣະ​ກະລຸນາ, ແຕ່​ບັດນີ້​ພວກເຈົ້າ​ໄດ້​ຮັບ​ພຣະ​ກະລຸນາ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka