Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 19:2 - ພຣະຄຳພີສັກສິ

2 “ເຮົາ​ຈະ​ເຮັດ​ໃຫ້​ປະເທດ​ເອຢິບ​ສັ່ນ​ສະທ້ານ ແລະ​ເກີດ​ເສິກ​ກາງເມືອງ; ອ້າຍ​ນ້ອງ​ຈະ​ຕໍ່ສູ້​ກັນ ແລະ​ເພື່ອນບ້ານ​ຈະ​ສູ້ຮົບ​ກັນ. ເມືອງຕ່າງໆ​ຈະ​ຕໍ່ສູ້​ກັນ​ເອງ​ເພາະ​ການ​ເປັນສັດຕູ​ກັນ ແລະ​ກະສັດ​ທີ່​ເປັນ​ສັດຕູ​ກັນ​ກໍ​ຈະ​ຍາດແຍ່ງ​ອຳນາດກັນ.

Uka jalj uñjjattʼäta Copia luraña




ເອຊາຢາ 19:2
20 Jak'a apnaqawi uñst'ayäwi  

ປະຊາຊົນ​ອິດສະຣາເອນ​ໄດ້​ແຕກແຍກ​ກັນ. ບາງຄົນ​ຢາກ​ຕັ້ງ​ຕິບນີ​ລູກຊາຍ​ຂອງ​ກີນາດ​ໃຫ້​ຂຶ້ນ​ເປັນ​ກະສັດ; ແຕ່​ບາງຄົນ​ຍັງ​ພໍໃຈ​ກັບ​ອົມຣີ​ຢູ່.


ຊົນຊາດ​ໜຶ່ງ​ກົດຂີ່​ອີກ​ຊົນຊາດ​ໜຶ່ງ ແລະ​ເມືອງ​ໜຶ່ງ​ກົດຂີ່​ອີກ​ເມືອງ​ໜຶ່ງ, ເພາະ​ພຣະເຈົ້າ​ໄດ້​ນຳ​ຄວາມ​ເດືອດຮ້ອນ ແລະ​ຄວາມ​ຍາກ​ລຳບາກ​ມາ​ສູ່​ພວກເຂົາ.


ທຸກຄົນ​ຈະ​ເອົາລັດ​ເອົາປຽບ​ຊຶ່ງກັນແລະກັນ. ຄົນໜຸ່ມ​ຈະ​ບໍ່​ໃຫ້​ຄວາມນັບຖື​ແກ່​ພວກ​ຜູ້​ອາວຸໂສ ແລະ​ຄົນຊົ່ວ​ຈະ​ບໍ່​ໃຫ້​ຄວາມນັບຖື​ແກ່​ຜູ້ມີກຽດ.


ປະຊາຊົນ​ຂອງ​ເຜົ່າ​ມານາເຊ ແລະ​ຂອງ​ເຜົ່າ​ເອຟຣາອິມ​ໄດ້​ສູ້ຮົບ​ກັນ ແລະ​ພວກເຂົາ​ຮ່ວມກັນ​ໂຈມຕີ​ຢູດາຍ. ເຖິງ​ປານ​ນັ້ນ​ກໍຕາມ ພຣະອົງ​ຍັງ​ບໍ່​ເຊົາ​ໂກດຮ້າຍ, ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຂົາ.


ຊົນຊາດ​ຕ່າງ​ກໍ​ໄດ້​ຍິນ​ວ່າ​ພວກເຈົ້າ​ອັບອາຍ ທຸກຄົນ​ຕ່າງ​ກໍ​ໄດ້​ຍິນ​ສຽງ​ພວກເຈົ້າ​ຮ້ອງໄຫ້. ທະຫານ​ຜູ້ໜຶ່ງ​ເຕັ້ນ​ໃສ່​ຜູ້​ອື່ນ​ທີ່​ເປັນ​ໝູ່​ຂອງຕົນ ແລະ​ທັງສອງ​ຕ່າງ​ກໍ​ລົ້ມລົງ​ດິນ​ທັງນັ້ນ.


ຢ່າ​ສູ່​ເສຍ​ຄວາມ​ກ້າຫານ ແລະ​ຢ່າສູ່ຢ້ານ​ຍ້ອນ​ເລື່ອງ​ເລົ່າລື​ທີ່​ແຜ່​ໄປ​ນັ້ນ ຄື​ເລື່ອງ​ເລົ່າລື​ຂອງ​ຄວາມ​ຮຸນແຮງ​ທີ່​ເກີດຂຶ້ນ​ແຕ່ລະປີ​ໃນ​ດິນແດນ ແລະ​ເລື່ອງ​ຂອງ​ກະສັດ​ຜູ້ໜຶ່ງ​ທີ່​ກຳລັງ​ສູ້ຮົບ​ກັບ​ກະສັດ​ຜູ້​ອື່ນ​ອີກ.


ເຮົາ​ຈະ​ເຮັດ​ໃຫ້​ໂກກ​ສະທ້ານ​ຢ້ານກົວ​ດ້ວຍ​ໄພພິບັດ​ນາໆ​ປະການ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ. ທະຫານ​ຂອງ​ລາວ​ຈະ​ໃຊ້​ດາບ​ຫັນ​ມາ​ຕໍ່ສູ້​ຊຶ່ງກັນແລະກັນ.


ກ່ອນ​ເວລາ​ນັ້ນ ບໍ່ມີ​ຜູ້ໃດ​ສາມາດ​ຈ້າງ​ຄ່າ​ແຮງງານ​ຂອງ​ຄົນ​ກັບ​ສັດ ແລະ​ບໍ່ມີ​ຜູ້ໃດ​ຢູ່​ຢ່າງ​ປອດໄພ​ຈາກ​ເຫຼົ່າ​ສັດຕູ​ຂອງຕົນ​ໄດ້. ເຮົາ​ໄດ້​ບັນດານ​ໃຫ້​ຄົນ​ທັງຫລາຍ​ຕໍ່ສູ້​ຊຶ່ງ​ກັນແລະກັນ.


“ອ້າຍ​ເອື້ອຍ​ນ້ອງ​ຈະ​ມອບ​ກັນແລະກັນ​ໃຫ້​ເຖິງ​ແກ່​ຄວາມຕາຍ ແລະ​ພໍ່​ກໍ​ຈະ​ເຮັດ​ຢ່າງ​ດຽວກັນ​ຕໍ່​ລູກ, ລູກ​ຈະ​ຫັນ​ມາ​ຕໍ່ສູ້​ພໍ່​ແມ່​ຂອງຕົນ​ໃຫ້​ເຖິງ​ແກ່​ຄວາມ​ຕາຍ.


ແລະ​ສະມາຊິກ​ໃນ​ຄອບຄົວ​ຂອງຕົນ​ກໍ​ຈະ​ເປັນ​ສັດຕູ​ຜູ້ຮ້າຍ​ຕໍ່​ກັນ.”


ພຣະເຢຊູເຈົ້າ​ຊົງ​ຮູ້​ຄວາມ​ຄິດ​ຂອງ​ພວກເຂົາ ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ອານາຈັກ​ໃດ​ທີ່​ແຕກແຍກ​ຕໍ່ສູ້ ຊຶ່ງກັນແລະກັນ ກໍ​ຈະ​ພິນາດ​ຈິບຫາຍ, ເມືອງ​ໃດ​ຫລື​ຄອບຄົວ​ໃດ​ທີ່​ແຕກແຍກ​ກັນ ຈະ​ຕັ້ງໝັ້ນຄົງ​ຢູ່​ບໍ່ໄດ້.


ປະເທດ​ທັງຫລາຍ​ຈະ​ລົບລາ​ຂ້າຟັນ​ກັນ, ອານາຈັກ​ຕ່າງໆ​ຈະ​ໂຈມຕີ​ກັນ, ການ​ອຶດຢາກ ແລະ​ແຜ່ນດິນ​ໄຫວ​ຈະ​ເກີດຂຶ້ນ​ໃນ​ທຸກ​ແຫ່ງຫົນ.


ຖ້າ​ອານາຈັກ​ໃດ​ເກີດ​ແຕກແຍກ​ກັນ​ແລ້ວ ອານາຈັກ​ນັ້ນ​ກໍ​ຈະ​ຕັ້ງໝັ້ນ​ຢູ່​ຕໍ່ໄປ​ບໍ່ໄດ້,


ໃນ​ຂະນະທີ່​ທະຫານ​ຂອງ​ກີເດໂອນ​ເປົ່າແກ​ຂຶ້ນ​ນັ້ນ ພຣະເຈົ້າຢາເວ​ກໍ​ບັນດານ​ໃຫ້​ຄົນ​ທີ່​ຢູ່​ໃນ​ຄ້າຍພັກ​ຈັບ​ດາບ​ຂຶ້ນ​ຕໍ່ສູ້​ກັນ​ເອງ. ພວກເຂົາ​ແລ່ນ​ໜີໄປ​ທາງ​ເມືອງ​ຊາເຣທານ ຈົນເຖິງ​ເມືອງ​ເບັດຊິດຕາ​ແລະ​ເມືອງ​ອາເບັນ​ເມໂຮລາ​ທີ່​ຢູ່​ໃກ້​ບ້ານ​ຕັບບັດ.


ຕໍ່ມາ ພຣະເຈົ້າ​ໄດ້​ເຮັດ​ໃຫ້​ອາບີເມເຫຼັກ​ແລະ​ຊາວ​ຊີເຄມ​ເປັນ​ສັດຕູ​ກັນ ແລະ​ພວກເຂົາ​ໄດ້​ກະບົດ​ຕໍ່​ອາບີເມເຫຼັກ.


ທະຫານ​ຂອງ​ກະສັດ​ໂຊນ​ທີ່​ເຝົ້າຍາມ​ເມືອງ​ກີເບອາ​ໃນ​ເຂດແດນ​ເບັນຢາມິນ ໄດ້​ເຫັນ​ພວກ​ຟີລິດສະຕິນ​ແລ່ນ​ໄປມາ​ຢ່າງ​ສັບສົນ​ວຸ້ນວາຍ​ກັນ​ຢູ່.


ແລ້ວ​ເພິ່ນ​ກັບ​ພວກ​ທະຫານ​ກໍ​ຍົກທັບ​ເຂົ້າ​ໄປ​ສູ່​ສະໜາມຮົບ ເພື່ອ​ໂຈມຕີ​ພວກ​ຟີລິດສະຕິນ​ທີ່​ພວມ​ຕໍ່ສູ້​ກັນ​ຢ່າງ​ສັບສົນ​ວຸ້ນວາຍ​ຢູ່​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka