ເອຊາຢາ 19:19 - ພຣະຄຳພີສັກສິ19 ເມື່ອເວລານັ້ນມາເຖິງ ຢູ່ໃນເອຢິບຈະມີແທ່ນບູຊາຖວາຍແກ່ພຣະເຈົ້າຢາເວ ແລະມີເສົາຫີນທີ່ໄດ້ຕັ້ງຂຶ້ນທີ່ຊາຍແດນຂອງປະເທດເພື່ອອຸທິດໃຫ້ແກ່ພຣະເຈົ້າຢາເວ. Uka jalj uñjjattʼäta |
ຜູ້ທີ່ຢູ່ຫ່າງໄກກໍຈະມາຊ່ວຍສ້າງພຣະວິຫານຂອງພຣະເຈົ້າຢາເວຂຶ້ນໃໝ່. ແລະເມື່ອສ້າງຂຶ້ນໃໝ່ແລ້ວ ພວກເຈົ້າຈະຮູ້ວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ໃຊ້ຂ້າພະເຈົ້າມາຫາພວກເຈົ້າ. ເຫດການທັງໝົດນີ້ຈະເກີດຂຶ້ນແທ້ ຖ້າພວກເຈົ້າເຮັດຕາມຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຢ່າງຄົບຖ້ວນ.
ແຕ່ເປັນເຄື່ອງໝາຍສຳລັບຄົນຂອງພວກຂ້ອຍແລະຄົນຂອງພວກເຈົ້າ ແລະສຳລັບເຊື້ອສາຍທີ່ຈະມາພາຍຫລັງພວກເຮົາວ່າ ພວກເຮົານະມັດສະການພຣະເຈົ້າຢາເວແທ້ໆຢູ່ຕໍ່ໜ້າຫໍເຕັນສັກສິດຂອງພຣະອົງ ໂດຍການເຜົາເຄື່ອງຖວາຍບູຊາ, ການຖວາຍບູຊາຕ່າງໆ ແລະການຖວາຍເພື່ອຄວາມສາມັກຄີທຳ. ການກະທຳເຊັ່ນນີ້ກໍເພື່ອປ້ອງກັນບໍ່ໃຫ້ລູກຫລານຂອງພວກເຈົ້າເວົ້າວ່າ ລູກຫລານຂອງພວກຂ້ອຍບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົ້າຢາເວ.
ມັນເປັນຄວາມນຶກຄິດຂອງພວກຂ້ອຍທີ່ວ່າ ຖ້າເຫດການຢ່າງນີ້ເກີດຂຶ້ນ ລູກຫລານຂອງພວກຂ້ອຍອາດເວົ້າວ່າ, ‘ເບິ່ງແມ! ປູ່ຍ່າຕາຍາຍພວກເຮົາໄດ້ສ້າງແທ່ນບູຊາຂຶ້ນ ຄ້າຍຄືກັບແທ່ນບູຊາຂອງພຣະເຈົ້າຢາເວ. ແທ່ນບູຊານີ້ບໍ່ແມ່ນເປັນບ່ອນເຜົາເຄື່ອງຫອມຖວາຍບູຊາ ຫລືເປັນບ່ອນຖວາຍບູຊາໃດໆ ແຕ່ເປັນພຽງເຄື່ອງໝາຍສຳລັບຄົນຂອງພວກຂ້ອຍ ແລະຄົນຂອງພວກເຈົ້າເທົ່ານັ້ນ.’