ເອຊາຢາ 19:18 - ພຣະຄຳພີສັກສິ18 ເມື່ອເວລານັ້ນມາເຖິງ ຄົນໃນຫ້າຕົວເມືອງຂອງເອຢິບຈະເວົ້າພາສາເຮັບເຣີ. ປະຊາຊົນທີ່ຢູ່ໃນບ່ອນນັ້ນ ຈະສາບານໂດຍພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່. ເມືອງໜຶ່ງໃນຈຳນວນເມືອງທັງຫລາຍຈະມີຄົນເອີ້ນວ່າ, “ເມືອງແຫ່ງດວງອາທິດ.” Uka jalj uñjjattʼäta |
ຂໍຮ່ວມກັບບັນດາຜູ້ນຳຂອງພວກຂ້ານ້ອຍໃນທີ່ນີ້ ພາຍໃຕ້ຄຳສາບແຊ່ງອັນມີໂທດຮ້າຍແຮງ ຖ້າພວກຂ້ານ້ອຍຝ່າຝືນຂໍ້ຕົກລົງນີ້ ຂໍສາບານວ່າພວກຂ້ານ້ອຍຈະດຳເນີນຊີວິດຕາມກົດບັນຍັດ ຊຶ່ງພຣະເຈົ້າໄດ້ມອບໃຫ້ຜ່ານທາງໂມເຊ ຜູ້ຮັບໃຊ້ຂອງພຣະເຈົ້າ; ວ່າພວກຂ້ານ້ອຍຈະກະທຳຕາມສິ່ງທັງໝົດທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍໄດ້ສັ່ງ; ແລະວ່າພວກຂ້ານ້ອຍຈະຢຶດຖືກົດບັນຍັດ ແລະຂໍ້ກຳນົດຕ່າງໆຂອງພຣະອົງ.
ເມື່ອວັນນັ້ນມາເຖິງ ອີກເທື່ອໜຶ່ງ ອົງພຣະຜູ້ເປັນເຈົ້າຈະໃຊ້ຣິດອຳນາດຂອງພຣະອົງ ແລະນຳປະຊາຊົນຂອງພຣະອົງກັບຄືນມາຈາກດິນແດນເຫຼົ່ານີ້: ຄົນທີ່ເຫຼືອຢູ່ໃນປະເທດອັດຊີເຣຍ ແລະໃນປະເທດເອຢິບ, ໃນດິນແດນປັດໂຣດ, ປະເທດເອທີໂອເປຍ, ປະເທດເອລາມ, ປະເທດບາບີໂລນ ແລະປະເທດຮາມັດ ແລະໃນດິນແດນຕາມຝັ່ງທະເລແລະທີ່ເທິງໝູ່ເກາະ.
ຖ້າພວກເຂົາຍອມຮັບເອົາວິທີທາງດຳເນີນຊີວິດ ຂອງປະຊາຊົນຂອງເຮົາດ້ວຍໝົດຈິດໝົດໃຈ ແລະຈະສາບານໃນນາມຂອງພຣະເຈົ້າຢາເວອົງຊົງພຣະຊົນຢູ່ ດັ່ງພວກເຂົາໄດ້ສັ່ງສອນປະຊາຊົນຂອງເຮົາໃຫ້ສາບານຕໍ່ພະບາອານນັ້ນ ແລ້ວພວກເຂົາກໍຈະເປັນສ່ວນໜຶ່ງຂອງປະຊາຊົນຂອງເຮົາເໝືອນກັນ ແລະພວກເຂົາຈະຈະເລີນຮຸ່ງເຮືອງດ້ວຍ.