Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 19:17 - ພຣະຄຳພີສັກສິ

17 ປະຊາຊົນ​ຊາວ​ເອຢິບ​ຈະ​ຢ້ານກົວ​ຊາວ​ຢູດາ​ຫລາຍ ໃນ​ທຸກ​ເທື່ອ​ທີ່​ພວກເຂົາ​ລະນຶກເຖິງ​ຊາຕາກຳ ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ຈັດຕຽມ​ໄວ້​ສຳລັບ​ພວກເຂົາ.

Uka jalj uñjjattʼäta Copia luraña




ເອຊາຢາ 19:17
12 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສາບານ​ວ່າ: “ສິ່ງ​ທີ່​ເຮົາ​ໄດ້​ວາງແຜນ​ໄວ້ແລ້ວ​ຈະ​ຕ້ອງ​ເກີດຂຶ້ນ. ສິ່ງ​ທີ່​ເຮົາ​ໄດ້​ຕັ້ງໃຈ​ໄວ້ແລ້ວ ເຮົາ​ຈະ​ຕ້ອງ​ເຮັດ.


ໃນ​ຣາຊການ​ປີ​ທີ​ສິບສີ່​ຂອງ​ເຈົ້າ​ເຮເຊກີຢາ ກະສັດ​ແຫ່ງ​ຢູດາຍ; ເຊັນນາເກຣິບ​ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ບຸກໂຈມຕີ​ບັນດາ​ເມືອງ ທີ່​ມີ​ປ້ອມ​ປ້ອງກັນ​ຂອງ​ຢູດາຍ​ແລະ​ຢຶດ​ເມືອງ​ເຫຼົ່ານັ້ນ​ໄດ້.


ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ຜູ້​ທີ່​ຖືກ​ບັງຄັບ​ໃຫ້​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ຈອກ ມີ​ດັ່ງນີ້: ກະສັດ​ຟາໂຣ​ແຫ່ງ​ເອຢິບ, ຂ້າຣາຊການ ແລະ​ພວກ​ເຈົ້ານາຍ​ຂອງເພິ່ນ;


ເມື່ອ​ວັນ​ນັ້ນ​ມາ​ເຖິງ ແລະ​ເມື່ອ​ປະເທດ​ເອຢິບ​ຖືກ​ທຳລາຍ​ແລ້ວ ເຮົາ​ຈະ​ສົ່ງ​ຄະນະ​ຜູ້ນຳຂ່າວ​ລົງ​ເຮືອ​ໄປ​ປຸກປັ່ນ​ປະຊາຊົນ​ເອທີໂອເປຍ ໃຫ້​ມີ​ຄວາມ​ປອດໄພ​ອັນ​ຈອມປອມ ແລະ​ພວກເຂົາ​ກໍ​ຈະ​ສະທ້ານ​ຢ້ານກົວ​ໃຫຍ່. ວັນ​ນັ້ນ​ໃກ້​ເຂົ້າ​ມາ​ສາ​ແລ້ວ.”


ພຣະອົງ​ຖື​ວ່າ​ຄົນ​ໃນ​ໂລກນີ້​ບໍ່ມີ​ຫຍັງ​ໝົດ ຕ່າງ​ກໍ​ບໍ່ມີ​ຄຸນຄ່າ​ບໍ່ມີ​ຫຍັງ​ທັງນັ້ນ; ມະນຸດ​ໃນໂລກ ແລະ​ເທວະດາ​ເທິງ​ສະຫວັນ ກໍ​ຢູ່​ໃຕ້​ການປົກຄອງ​ຂອງ​ພຣະອົງ​ທັງນັ້ນ. ບໍ່ມີ​ຜູ້ໃດ​ສາມາດ​ຂັດຂວາງ​ພຣະປະສົງ ຫລື​ສອບຖາມ​ເຖິງ​ສິ່ງ​ທີ່​ພຣະອົງ​ຊົງ​ກະທຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka