16 ເມື່ອເວລານັ້ນມາເຖິງ ປະຊາຊົນຊາວເອຢິບຈະເປັນດັ່ງພວກຜູ້ຍິງ. ພວກເຂົາຈະສັ່ນເຊັນດ້ວຍຄວາມຢ້ານກົວ ເມື່ອເຫັນພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຢຽດມືອອກເພື່ອລົງໂທດພວກເຂົາ.
ໃນທີ່ນັ້ນ ພວກເຂົາຕ່າງກໍຢ້ານໃຫຍ່ທັງເຈັບປວດໜັກ ດັ່ງຍິງຄົນໜຶ່ງທີ່ກຳລັງຈະເກີດລູກ
ສຽງຮ້ອງໄຫ້ຈະດັງກ້ອງສະໜັ່ນທົ່ວປະເທດເອຢິບ ຢ່າງບໍ່ເຄີຍມີມາກ່ອນຫລືຈະບໍ່ມີອີກຈັກເທື່ອ.
ມື້ນີ້ສັດຕູໄດ້ມາຮອດເມືອງໂນບແລ້ວ ແລະຢູ່ໃນທີ່ນັ້ນພວກເຂົາກຳລັງຍົກກຳປັ້ນໃສ່ພູເຂົາຊີໂອນ ຄືໃສ່ນະຄອນເຢຣູຊາເລັມ.
ພຣະເຈົ້າຢາເວຈະເຮັດໃຫ້ນໍ້າໃນອ່າວຊູແອດແຫ້ງ ແລະພຣະອົງຈະບັນດານໃຫ້ລົມຮ້ອນມາພັດແມ່ນໍ້າເອີຟຣັດໃຫ້ແຫ້ງ ໂດຍປະເຈັດຫ້ວຍນ້ອຍເທົ່ານັ້ນໃຫ້ມີນໍ້າ ເພື່ອວ່າຜູ້ໃດໆກໍຈະສາມາດຂ້າມໄປໄດ້.
ທີ່ຈອມພູຫົວໂຫລ້ນ ຈົ່ງຍົກທຸງສູ້ຮົບຂຶ້ນສາ ຈົ່ງຮ້ອງສັ່ງພວກທະຫານ ແລະຍົກອາວຸດຂຶ້ນເປັນສັນຍານໃຫ້ບຸກໂຈມຕີ ປະຕູເມືອງຂອງພວກທີ່ອວດອົ່ງຈອງຫອງ.
ພວກເຈົ້າພັນຄົນຈະແລ່ນໜີເມື່ອເຫັນທະຫານຜູ້ໜຶ່ງຂອງສັດຕູ ແລະທະຫານຫ້າຄົນຂອງສັດຕູກໍພຽງພໍ ທີ່ຈະເຮັດໃຫ້ພວກເຈົ້າແລ່ນໜີໄປໝົດ. ໃນກອງທັບຂອງພວກເຈົ້າຈະບໍ່ມີຫຍັງເຫຼືອເລີຍ ນອກຈາກຫລັກທຸງທີ່ຈອມເນີນພູເທົ່ານັ້ນ.
ຈົ່ງທຳລາຍຝູງມ້າ ແລະລົດຮົບປະເທດນີ້ສາ ຈົ່ງໃຫ້ຄວາມຕາຍມາສູ່ພວກທະຫານຮັບຈ້າງ. ພວກເຂົາຊ່າງອິດອ່ອນເມື່ອຍຫລາຍແທ້ໆນໍ ຈົ່ງທຳລາຍຂຸມຊັບໂດຍໃຫ້ຖືກປຸ້ນເອົາຈົນກ້ຽງ.
ພວກທະຫານບາບີໂລນຕ່າງກໍຢຸດສູ້ຮົບ ແລະພັກຢູ່ໃນປ້ອມປ້ອງກັນຂອງພວກເຂົາ. ພວກເຂົາສູນເສຍຄວາມກ້າຫານ ແລະກາຍເປັນດັ່ງຜູ້ຍິງໄປສາແລ້ວ. ປະຕູເມືອງຖືກທຳລາຍໃຫ້ພັງທະລາຍລົງແລະເຮືອນກໍຖືກເຜົາຜານ.
ພວກນັກຮົບຂອງເຕມານຈະສະທ້ານຢ້ານກົວ ແລະທະຫານທຸກຄົນໃນເອໂດມຈະຖືກຂ້າກ້ຽງ.
ບັນດາທະຫານຂອງພວກເຈົ້າເປັນດັ່ງແມ່ຍິງ ແລະປະເທດຂອງເຈົ້າກໍຢືນຢູ່ຕໍ່ໜ້າສັດຕູ ຢ່າງບໍ່ມີໜ່ວຍປ້ອງກັນ. ໄຟຈະທຳລາຍທ່ອນເຫລັກທີ່ໃຊ້ກາດປະຕູເມືອງຂອງເຈົ້າ.
ເມື່ອພວກເຂົາຜ່ານທະເລທີ່ໃຫ້ຄວາມເດືອດຮ້ອນໃຈ ພຣະອົງຈະຕີຄື້ນໃຫ້ສະຫງັດງຽບ ສ່ວນທ້ອງນໍ້າເລິກຂອງແມ່ນໍ້ານິນ ກໍຈະບົກລົງ ແລະເຫືອດແຫ້ງໄປຈົນກ້ຽງ. ອັດຊີເຣຍຜູ້ທີ່ຈອງຫອງຈະອ່ອນນ້ອມຖ່ອມຕົວ ແລະປະເທດເອຢິບຜູ້ທີ່ມີກຳລັງກໍຈະສູນເສຍອຳນາດ.
ທຸກໆຄົນຈົ່ງງຽບສະຫງົບຢູ່ຊ້ອງໜ້າພຣະເຈົ້າຢາເວ ເພາະພຣະອົງກຳລັງມາແຕ່ສະຖານທີ່ຢູ່ອັນບໍຣິສຸດຂອງພຣະອົງ.
“ພຣະອົງເອງຈະຕໍ່ສູ້ພວກເຈົ້າ ແລະພວກເຈົ້າຈະຖືກປຸ້ນຈີ້ໂດຍປະຊາຊົນ ທີ່ຄັ້ງໜຶ່ງເຄີຍເປັນຂ້ອຍໃຊ້ຂອງພວກເຈົ້າ. ເມື່ອເຫດການນີ້ເກີດຂຶ້ນ ທຸກຄົນຈະຮູ້ວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ໃຊ້ຂ້າພະເຈົ້າມາ.”
ເພາະສະນັ້ນ ເມື່ອເຮົາໄດ້ມາຫາພວກເຈົ້າ ເຮົາກໍອ່ອນກຳລັງ ແລະຢ້ານກົວຈົນຕົວສັ່ນ
ເພາະເຫດທີ່ພວກເຮົາຮູ້ຈັກຢຳເກງອົງພຣະຜູ້ເປັນເຈົ້າ ພວກເຮົາຈຶ່ງຊັກຊວນຄົນທັງຫລາຍໃຫ້ເຮັດຕາມດ້ວຍ ພວກເຮົາເປັນຢ່າງໃດ ພຣະເຈົ້າກໍຊົງຮູ້ດີຢູ່ແລ້ວ ແລະພວກເຮົາກໍຫວັງວ່າ ໃຈສຳນຶກຜິດແລະຊອບຂອງພວກເຈົ້າ ກໍຄົງຮູ້ຈັກພວກເຮົາດີເໝືອນກັນ.
ການຕົກຢູ່ໃນເງື້ອມມືຂອງພຣະເຈົ້າ ອົງຊົງຊີວິດຢູ່ນັ້ນ ເປັນສິ່ງທີ່ໜ້າຢ້ານກົວຢ່າງໃຫຍ່ຫລວງ.