14 ພຣະເຈົ້າຢາເວໄດ້ເຮັດໃຫ້ພວກເຂົາໃຫ້ຄຳແນະນຳອັນສັບສົນ. ຜົນທີ່ໄດ້ຮັບຄືເອຢິບກະທຳທຸກສິ່ງຜິດພາດ ແລະຍ່າງໂຊເຊໄປດັ່ງຄົນເມົາເຫຼົ້າທີ່ພະລາດລົ້ມເທິງຮາກຂອງຕົນ.
ແລະມີກາອີຢາກໍມ້ວນທ້າຍວ່າ, “ເຫດການກໍເປັນຢ່າງນີ້ແຫລະ ພຣະເຈົ້າຢາເວໄດ້ເຮັດໃຫ້ພວກຜູ້ທຳນວາຍເຫຼົ່ານີ້ເວົ້າຕົວະຕໍ່ທ່ານ. ແຕ່ພຣະເຈົ້າຢາເວໄດ້ປະກາດວ່າທ່ານຈະປະສົບກັບໄພພິບັດ.”
ພຣະອົງເຂັ້ມແຂງແລະໄຊຊະນະສະເໝີໄປ ຜູ້ຖືກລໍ້ລວງ ແລະຜູ້ຫລອກລວງກໍຢູ່ໃນພຣະອົງ.
ພວກເຂົາງົມທາວໄປໃນຄວາມມືດແລະໂຊເຊ ດັ່ງນັກດື່ມສຸຣາມືນເມົາທີ່ຍ່າງເຊຊັດໄປນັ້ນ.
ຄົນມີປັນຍາຈະໄດ້ຮັບຄຳຍ້ອງຍໍ, ແຕ່ຄົນໂງ່ຈ້າຈະໄດ້ຮັບຄຳຫຍໍ້ຫຍັນ.
“ເຮົາຈະເຮັດໃຫ້ປະເທດເອຢິບສັ່ນສະທ້ານ ແລະເກີດເສິກກາງເມືອງ; ອ້າຍນ້ອງຈະຕໍ່ສູ້ກັນ ແລະເພື່ອນບ້ານຈະສູ້ຮົບກັນ. ເມືອງຕ່າງໆຈະຕໍ່ສູ້ກັນເອງເພາະການເປັນສັດຕູກັນ ແລະກະສັດທີ່ເປັນສັດຕູກັນກໍຈະຍາດແຍ່ງອຳນາດກັນ.
ແຜ່ນດິນໂລກຈະໂຊເຊໄປມາດັ່ງຄົນເມົາເຫຼົ້າ ຫລືໂຢກເຢກດັ່ງຕູບໄມ້ໃນທ່າມກາງພະຍຸຮ້າຍ. ບາບໄດ້ເຮັດໃຫ້ໂລກນີ້ເສື່ອມໂຊມລົງຈົນລົ້ມທະລາຍ ແລະແຜ່ນດິນໂລກກໍຈະຟື້ນຕົວຂຶ້ນມາອີກບໍ່ໄດ້ຈັກເທື່ອ.
ສະນັ້ນ ເຮົາຈະເຮັດໃຫ້ພວກເຂົາສະດຸ້ງຕື່ນຕົກໃຈ ດ້ວຍການງຶດງໍ້ແລ້ວງຶດງໍ້ອີກໂດຍບໍ່ໄດ້ຄາດຝັນ. ຄົນສະຫລາດຈະກາຍເປັນຄົນໂງ່ ແລະຄວາມຫລັກແຫລມທຸກຢ່າງຂອງພວກເຂົາກໍຈະບໍ່ມີປະໂຫຍດ.”
ພວກໃຫ້ກູ້ຢືມເງິນ ກົດຂີ່ປະຊາຊົນຂອງເຮົາ ແລະພວກເຈົ້າໜີ້ກໍສໍ້ໂກງພວກເຂົາ. ປະຊາຊົນຂອງເຮົາເອີຍ ບັນດາຜູ້ນຳຂອງພວກເຈົ້າກຳລັງນຳພວກເຈົ້າໄປໃນທາງຜິດ ພວກເຈົ້າຈຶ່ງບໍ່ຮູ້ເລີຍວ່າຄວນລ້ຽວໄປທາງໃດດີ.
ພວກເຂົາໄດ້ນຳພາປະຊາຊົນເຫຼົ່ານີ້ໄປໃນທາງຜິດ ແລະເຮັດໃຫ້ພວກເຂົາສັບສົນວຸ້ນວາຍ.
ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຈົ່ງບອກປະຊາຊົນວ່າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ສັ່ງໃຫ້ພວກເຂົາດື່ມຈາກຈອກນີ້ຈົນຮາກອອກມາ ຈົນພວກເຂົາລົ້ມລົງແລະລຸກຂຶ້ນບໍ່ໄດ້ ເພາະສົງຄາມທີ່ເຮົາຈະສົ່ງໄປຕໍ່ສູ້ພວກເຂົານັ້ນ.
ພຣະເຈົ້າຢາເວກ່າວວ່າ, “ຈົ່ງເຮັດໃຫ້ໂມອາບມືນເມົາເພາະໄດ້ກະບົດຕໍ່ເຮົາ. ໂມອາບຈະເກືອກກົ້ວຢູ່ໃນຮາກຂອງຕົນເອງ ແລະປະຊາຊົນຈະຫົວເຍາະເຍີ້ຍ.
ພຣະເຢຊູເຈົ້າຕອບວ່າ, “ໂອ ຄົນສະໄໝທີ່ຂາດຄວາມເຊື່ອ ແລະຊົ່ວຊ້າເອີຍ ເຮົາຈະຕ້ອງຢູ່ກັບພວກເຈົ້າອີກດົນນານປານໃດ? ເຮົາຈະຕ້ອງອົດທົນກັບພວກເຈົ້າອີກດົນປານໃດ? ຈົ່ງພາເດັກມາຫາເຮົາເບິ່ງດູ.”
ດັ່ງນັ້ນ ພຣະເຈົ້າຈຶ່ງໃຫ້ອິດທິພົນອັນຫລອກລວງນັ້ນ ເຮັດການຢູ່ພາຍໃນ ເພື່ອໃຫ້ພວກເຂົາເຊື່ອຟັງຄວາມບໍ່ຈິງ.
ຕໍ່ມາ ພຣະເຈົ້າໄດ້ເຮັດໃຫ້ອາບີເມເຫຼັກແລະຊາວຊີເຄມເປັນສັດຕູກັນ ແລະພວກເຂົາໄດ້ກະບົດຕໍ່ອາບີເມເຫຼັກ.