Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 19:13 - ພຣະຄຳພີສັກສິ

13 ບັນດາ​ຜູ້ນຳ​ຂອງ​ເມືອງ​ໂຊອານ ແລະ​ເມືອງ​ມຳຟິດ​ໂງ່​ຫລາຍ. ພວກເຂົາ​ຖື​ຕົນ​ວ່າ​ເປັນ​ຜູ້ນຳ​ຂອງ​ຊາດ ແຕ່​ພັດ​ໄດ້​ນຳ​ຊາດ​ໄປ​ໃນ​ທາງ​ຜິດ.

Uka jalj uñjjattʼäta Copia luraña




ເອຊາຢາ 19:13
14 Jak'a apnaqawi uñst'ayäwi  

ບັນດາ​ຜູ້ນຳ​ໃນ​ເມືອງ​ໂຊອານ​ປ່ວງບ້າ ຄົນສະຫລາດ​ທີ່ສຸດ​ໃນ​ເອຢິບ​ໃຫ້​ຄຳເຫັນ​ອັນ​ໂງ່ຈ້າ ພວກເຂົາ​ກ້າ​ບອກ​ກະສັດ​ໄດ້​ຢ່າງໃດ​ວ່າ ພວກຕົນ​ເປັນ​ຜູ້​ສືບແທນ​ນັກຮຽນ​ຮູ້​ໃນ​ສະໄໝ​ບູຮານ​ແລະ​ບັນດາ​ກະສັດ?


ແມ່ນແລ້ວ ຊາວ​ເມືອງ​ມຳຟິດ​ແລະ​ຕາປັນເຮັດ ຕ່າງ​ກໍໄດ້​ຕີ​ກະໂຫລກ​ຫົວ​ລາວ​ຈົນ​ແຕກ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ກ່ຽວກັບ​ຊາວ​ອິດສະຣາເອນ​ທັງໝົດ ທີ່​ກຳລັງ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ ຄື​ໃນ​ເມືອງ​ມິກໂດນ, ຕາປັນເຮັດ, ມຳຟິດ ແລະ​ໃນ​ທາງ​ພາກໃຕ້​ຂອງ​ປະເທດ.


“ຈົ່ງ​ປະກາດ​ຂ່າວ​ນີ້​ໃນ​ເມືອງ​ຂອງ​ເອຢິບ ໃນ​ມິກໂດນ, ມຳຟິດ ແລະ​ຕາປັນເຮັດ​ວ່າ, ‘ຈົ່ງ​ຕຽມພ້ອມ​ເພື່ອ​ປ້ອງກັນ​ພວກ​ເຈົ້າເອງ​ສາ ພວກເຈົ້າ​ທັງໝົດ​ຈະ​ຖືກ​ສົງຄາມ​ກຳຈັດ​ໃຫ້​ພິນາດ


ຈົ່ງ​ຕຽມຕົວ​ສາ​ເຖີດ ປະຊາຊົນ​ເອຢິບ​ເອີຍ ຈົ່ງ​ຕຽມຕົວ​ໃຫ້​ພວກເຂົາ​ຈັບ​ໄປ​ເປັນ​ຊະເລີຍ​ສາ​ເຖີດ ມຳຟິດ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ຮົກຮ້າງ​ເພພັງ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ທຳລາຍ​ບັນດາ​ຮູບເຄົາຣົບ ແລະ​ພຣະປອມ​ທັງຫລາຍ​ທີ່​ເມືອງ​ມຳຟິດ ບໍ່ມີ​ຜູ້ໃດ​ຈະ​ຂຶ້ນ​ປົກຄອງ​ເອຢິບ ແລະ​ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ທັງໝົດ​ສະທ້ານ​ຢ້ານກົວ.


ເຮົາ​ຈະ​ເຮັດ​ໃຫ້​ເອຢິບ​ທາງ​ພາກໃຕ້​ຮົກຮ້າງ​ຫວ່າງເປົ່າ ທັງ​ຈະ​ຈູດ​ໄຟ​ເຜົາ​ເມືອງ​ໂຊອານ​ທາງ​ທິດເໜືອ​ດ້ວຍ. ເຮົາ​ຈະ​ລົງໂທດ​ເມືອງເອກ​ຂອງ​ເທເບ.


ເຮົາ​ຈະ​ຈູດ​ໄຟ​ເຜົາ​ເອຢິບ​ແລະ​ເມືອງ​ເປລູສີອຳ​ກໍ​ຈະ​ແຄ້ນໃຈ ກຳແພງ​ເມືອງ​ເທເບ​ຈະ​ພັງ​ທະລາຍ ແລະ​ນໍ້າ​ກໍ​ຈະ​ໄຫລ​ຖ້ວມ​ເມືອງ.


ເມື່ອ​ໄພພິບັດ​ມາເຖິງ ແລະ​ປະຊາຊົນ​ຖືກ​ກະຈັດ​ກະຈາຍ​ໄປ ຊາວ​ເອຢິບ​ຈະ​ທ້ອນໂຮມ​ເອົາ​ພວກເຂົາ ຄື​ໂຮມ​ເອົາ​ໄປ​ຝັງ​ໄວ້​ຢູ່​ໃນ​ເມືອງ​ມຳຟິດ ຊັບສົມບັດ​ທີ່​ເປັນ​ເຄື່ອງ​ເງິນ ແລະ​ບ່ອນ​ທີ່​ຕັ້ງ​ບ້ານເຮືອນ​ຂອງ​ພວກເຂົາ ກໍ​ຈະ​ມີ​ຫຍ້າ​ແລະ​ພຸ່ມໜາມ​ເກີດຂຶ້ນ.


ຈາກ​ທ່າມກາງ​ພວກເຂົາ​ນັ້ນ​ຈະ​ມີ​ບັນດາ​ຜູ້ປົກຄອງ, ບັນດາ​ຜູ້ນຳ ແລະ​ບັນດາ​ຜູ້​ບັນຊາການ​ທະຫານ​ປົກຄອງ​ປະຊາຊົນ​ຂອງເຮົາ.


ຂ້າພະເຈົ້າ​ແນມ​ເບິ່ງ ໄປ​ໃນ​ຄັ້ງໜ້າ​ຄັ້ງໃນ ແລະ​ຂ້າພະເຈົ້າ​ໄດ້​ເຫັນ ຊົນຊາດ​ອິດສະຣາເອນ​ນີ້. ມີ​ກະສັດ​ອົງ​ໜຶ່ງ​ຈະ​ເກີດຂຶ້ນ ດັ່ງ​ດວງ​ແຈ້ງ​ໃນ​ຊົນຊາດ​ຂອງ​ພວກເຂົາ ເໝືອນ​ດາວ​ຫາງ​ອັນ​ຊົງຣິດ ທີ່​ມາ​ຈາກ​ຊາດ​ອິດສະຣາເອນ​ນັ້ນ ເພິ່ນ​ຈະ​ເຂັ່ນຂ້າ​ເປັນ​ໝູ່ ຜູ້ນຳ​ຂອງ​ໂມອາບ​ທັງຫລາຍ ຜູ້​ທີ່​ໂຫດຮ້າຍ​ແລະ​ຈອງຫອງ. ເພິ່ນ​ຈະ​ປາບ​ພວກເຂົາ​ໝົດ​ທຸກຄົນ​ຖິ້ມ.


ພວກເຂົາ​ອ້າງ​ຕົນ​ວ່າ ເປັນ​ຄົນ​ສະຫລາດ ພວກເຂົາ​ຈຶ່ງ​ກາຍເປັນ​ຄົນ​ໂງ່​ໄປ,


ຫີນ​ທີ່​ມີຄ່າສູງ​ຫລາຍນີ້ ມີ​ສຳລັບ​ເຈົ້າ​ທັງຫລາຍ​ທີ່​ວາງໃຈເຊື່ອ ແຕ່​ສຳລັບ​ຄົນ​ທັງຫລາຍ​ທີ່​ບໍ່​ເຊື່ອ​ນັ້ນ “ຫີນ​ທີ່​ຊ່າງກໍ່​ຖິ້ມ​ເສຍ​ແລ້ວ ຫີນ​ນັ້ນ​ແຫຼະ ໄດ້​ກັບ​ກາຍ​ມາ​ເປັນ​ຫີນ​ເສົາ​ເອກ.”


ກະສັດ​ໂຊນ​ຈຶ່ງ​ກ່າວ​ແກ່​ບັນດາ​ຜູ້ນຳ​ຂອງ​ປະຊາຊົນ​ວ່າ, “ຈົ່ງ​ພາກັນ​ມາ​ທີ່​ນີ້ ແລະ​ໄປ​ສອບ​ຖາມ​ເບິ່ງ​ວ່າ​ໃນ​ມື້ນີ້​ມີ​ຜູ້ໃດ​ເຮັດ​ຜິດ​ຫຍັງແດ່?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka