Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 19:12 - ພຣະຄຳພີສັກສິ

12 ກະສັດ​ແຫ່ງ​ເອຢິບ​ເອີຍ ບັນດາ​ທີ່ປຶກສາ​ຜູ້​ຫລັກແຫລມ​ຂອງເຈົ້າ​ໄປ​ໃສ​ໝົດ? ບາງທີ​ພວກເຂົາ​ອາດ​ບອກ​ເຈົ້າ​ໄດ້​ວ່າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ມີ​ແຜນການ​ຫຍັງແດ່​ຕໍ່ສູ້​ເອຢິບ​ກໍໄດ້.

Uka jalj uñjjattʼäta Copia luraña




ເອຊາຢາ 19:12
13 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສາບານ​ວ່າ: “ສິ່ງ​ທີ່​ເຮົາ​ໄດ້​ວາງແຜນ​ໄວ້ແລ້ວ​ຈະ​ຕ້ອງ​ເກີດຂຶ້ນ. ສິ່ງ​ທີ່​ເຮົາ​ໄດ້​ຕັ້ງໃຈ​ໄວ້ແລ້ວ ເຮົາ​ຈະ​ຕ້ອງ​ເຮັດ.


ມີ​ຜູ້ໃດ​ອີກ​ແດ່​ເຮັດ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ມາ? ຜູ້ໃດ​ແດ່​ບອກ​ເຖິງ​ສິ່ງ​ທີ່​ເກີດຂຶ້ນ​ລ່ວງໜ້າ​ໄດ້ ຄື​ເຫດການ​ທັງໝົດ​ນັ້ນ​ທີ່​ໄດ້​ເກີດຂຶ້ນ​ມາ ຕັ້ງແຕ່​ປະຖົມມະການ​ເຖິງ​ອະວະສານ​ພຸ້ນ?


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ຄິດ​ວ່າ​ຕົນ​ເປັນ​ຄົນ​ສະຫລາດ ແລະ​ເປັນ​ຄົນ​ຫລັກແຫລມ​ຫລາຍ​ແທ້ນໍ.


ພະ​ຕ່າງໆ​ທີ່​ພວກເຈົ້າ​ໄດ້​ສ້າງ​ຂຶ້ນ​ສຳລັບ​ພວກ​ເຈົ້າເອງ​ນັ້ນ​ໄປ​ໃສ​ໝົດ? ເມື່ອ​ພວກເຈົ້າ​ມີ​ຄວາມ​ເດືອດຮ້ອນ​ນັ້ນ ໃຫ້​ພວກເຂົາ​ມາ​ຊ່ວຍຊູ​ພວກເຈົ້າ​ແມ ຖ້າ​ພວກເຂົາ​ຊ່ວຍ​ໄດ້ ຢູດາ​ເອີຍ ພວກເຈົ້າ​ມີ​ພະ​ຕັ້ງ​ຫລວງຫລາຍ​ເທົ່າກັບ​ມີ​ເມືອງ​ຕ່າງໆ.


ພຣະເຈົ້າຢາເວ​ກ່າວ​ວ່າ ໃນ​ມື້​ນັ້ນ ເຮົາ​ຈະ​ລົງໂທດ​ທັນ​ຄົນ​ຫລັກແຫລມ ໃນ​ເອໂດມ​ໃຫ້​ໝົດສິ້ນ​ຕາມ​ເທິງ​ພູ​ຂອງ​ພວກເຂົາ ແລະ​ກຳຈັດ​ສະຕິປັນຍາ​ທັງໝົດ​ຂອງ​ພວກເຂົາ.


ເພາະ​ພຣະຄຳພີ​ກ່າວ​ແກ່​ກະສັດ​ແຫ່ງ​ເອຢິບ​ວ່າ, “ເຮົາ​ໄດ້​ແຕ່ງຕັ້ງ​ເຈົ້າ​ເປັນ​ກະສັດ ເພື່ອ​ໃຊ້​ເຈົ້າ​ໃຫ້​ສຳແດງ​ຣິດອຳນາດ​ຂອງເຮົາ ແລະ​ເພື່ອ​ນາມ​ຂອງເຮົາ​ຈະ​ປະກາດ​ແຜ່​ອອກ​ໄປ​ທົ່ວ​ໂລກ.”


ຄົນມີ​ປັນຍາ​ຢູ່​ໃສ? ຫລື​ຄົນ​ສະຫລາດ​ຢູ່​ໃສ? ຫລື​ນັກ​ໂຕ້ຕອບ​ບັນຫາ​ຂອງ​ໂລກນີ້​ຢູ່​ໃສ? ພຣະເຈົ້າ​ກະທຳ​ໃຫ້​ເຫັນ​ວ່າ ປັນຍາ​ຂອງ​ຝ່າຍ​ໂລກນີ້​ເປັນ​ຄວາມ​ໂງ່​


ແລ້ວ​ເຊບູນ​ກໍ​ເວົ້າ​ຕໍ່​ລາວ​ວ່າ, “ຄຳ​ເວົ້າ​ຂີ້ຄູຍ​ຂອງ​ເຈົ້າ​ນັ້ນ​ໄປ​ໃສ​ໝົດ? ເຈົ້າ​ເອງ​ເປັນ​ຄົນ​ຖາມ​ວ່າ, ‘ເປັນຫຍັງ​ພວກເຮົາ​ຈຶ່ງ​ຮັບໃຊ້​ອາບີເມເຫຼັກ.’ ຄົນ​ເຫຼົ່ານັ້ນ​ແມ່ນ​ພວກ​ທີ່​ເຈົ້າ​ເວົ້າ​ເຍາະເຍີ້ຍ​ສຽດສີ​ນັ້ນ​ແຫຼະ. ບັດນີ້ ເຈົ້າ​ອອກ​ໄປ​ສູ້ຮົບ​ພວກເຂົາ​ແມ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka