Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 19:11 - ພຣະຄຳພີສັກສິ

11 ບັນດາ​ຜູ້ນຳ​ໃນ​ເມືອງ​ໂຊອານ​ປ່ວງບ້າ ຄົນສະຫລາດ​ທີ່ສຸດ​ໃນ​ເອຢິບ​ໃຫ້​ຄຳເຫັນ​ອັນ​ໂງ່ຈ້າ ພວກເຂົາ​ກ້າ​ບອກ​ກະສັດ​ໄດ້​ຢ່າງໃດ​ວ່າ ພວກຕົນ​ເປັນ​ຜູ້​ສືບແທນ​ນັກຮຽນ​ຮູ້​ໃນ​ສະໄໝ​ບູຮານ​ແລະ​ບັນດາ​ກະສັດ?

Uka jalj uñjjattʼäta Copia luraña




ເອຊາຢາ 19:11
31 Jak'a apnaqawi uñst'ayäwi  

ກະສັດ​ໂຊໂລໂມນ​ສະຫລາດ​ກວ່າ ພວກ​ນັກປາດ​ຊາວ​ຕາເວັນອອກ ຫລື​ພວກ​ນັກປາດ​ໃນ​ປະເທດ​ເອຢິບ.


ດັ່ງນັ້ນ ກະສັດ​ຮີຣາມ​ຈຶ່ງ​ໄດ້​ຈັດ​ສົ່ງ​ໄມ້ແປກ ແລະ​ໄມ້​ສົນ​ທັງໝົດ​ໄປ​ໃຫ້​ຕາມ​ທີ່​ກະສັດ​ໂຊໂລໂມນ​ຕ້ອງການ.


ພຣະອົງ​ເອົາ​ປັນຍາ​ໄປ​ຈາກ​ພວກ​ຜູ້ປົກຄອງ ແລະ​ໃຫ້​ພວກ​ຜູ້ນຳ​ເຮັດ​ເໝືອນ​ຄົນໂງ່ຈ້າ.


ພຣະເຈົ້າຢາເວ​ມ້າງ​ຈຸດປະສົງ​ຊົນຊາດ​ທັງຫລາຍ ພຣະອົງ​ກີດກັ້ນ​ພວກເຂົາ​ບໍ່​ໃຫ້​ວາງແຜນ​ອອກ​ໄດ້.


ຂ້ານ້ອຍ​ນີ້​ໂງ່ຈ້າ​ດັ່ງ​ສັດ​ເດຍລະສານ ແລະ​ບໍ່​ເຂົ້າໃຈ​ກ່ຽວກັບ​ພຣະອົງ​ແທ້ໆ.


ພຣະອົງ​ໄດ້​ຊົງ​ກະທຳ​ສິ່ງ​ອັດສະຈັນ​ທັງຫຼາຍ​ຕໍ່ໜ້າ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ ໃນ​ດິນແດນ​ເອຢິບ ຄື​ໃນ​ທົ່ງ​ໂຊອານ.


ກິດຈະການ​ຍິ່ງໃຫຍ່​ກັບ​ສິ່ງ​ອັດສະຈັນ​ຂອງ​ພຣະອົງ ທີ່​ທົ່ງພຽງ​ເມືອງ​ໂຊອານ​ໃນ​ເອຢິບ​ນັ້ນ.


ອັນ​ນີ້​ເປັນ​ສິ່ງ​ທີ່​ຄົນໂງ່​ບໍ່​ສາມາດ​ຮູ້ຈັກ ຄົນ​ເບົາປັນຍາ​ບໍ່​ສາມາດ​ເຂົ້າໃຈ​ໄດ້


ຊາວ​ເອຢິບ​ເອົາ​ກົບ​ຕາຍ​ມາ​ໂຮມ​ໄວ້​ເປັນ​ກອງ​ໃຫຍ່ ອັນ​ເປັນ​ເຫດ​ໃຫ້​ປະເທດ​ເອຢິບ​ເນົ່າເໝັນ​ທົ່ວໄປ.


ມັນ​ຈະ​ເຕັ້ນ​ຂຶ້ນ​ເທິງ​ຕົວ​ທ່ານ, ເທິງ​ປະຊາຊົນ​ຂອງທ່ານ, ແລະ​ເທິງ​ຂ້າຣາຊການ​ທັງໝົດ​ຂອງທ່ານ.”’


ຂ້ານ້ອຍ​ເປັນ​ເໝືອນ​ສັດ​ໂຕໜຶ່ງ ແທນ​ທີ່​ຈະ​ເປັນ​ຄົນ ຂ້ານ້ອຍ​ຂາດ​ຄວາມ​ຮູ້ສຶກ ສົມ​ກັບ​ທີ່​ຄົນ​ຄວນ​ມີ​ນັ້ນ.


ບັນດາ​ຜູ້ນຳ​ຂອງ​ເມືອງ​ໂຊອານ ແລະ​ເມືອງ​ມຳຟິດ​ໂງ່​ຫລາຍ. ພວກເຂົາ​ຖື​ຕົນ​ວ່າ​ເປັນ​ຜູ້ນຳ​ຂອງ​ຊາດ ແຕ່​ພັດ​ໄດ້​ນຳ​ຊາດ​ໄປ​ໃນ​ທາງ​ຜິດ.


ເຮົາ​ກຳລັງ​ຈະ​ເຮັດ​ໃຫ້​ແຜນການ​ຂອງ​ຊາວ​ເອຢິບ​ບໍ່​ສົມຫວັງ ແລະ​ເຮັດ​ໃຫ້​ພວກເຂົາ​ເສຍຂວັນ. ພວກເຂົາ​ຈະ​ໄປ​ຂໍ​ໃຫ້​ຮູບເຄົາຣົບ​ຊ່ວຍເຫລືອ​ພວກເຂົາ ແລະ​ຈະ​ໄປ​ປຶກສາ​ໝໍ​ຜີ ແລະ​ຈະ​ໄປ​ຖາມ​ເອົາຄວາມ​ນຳ​ຄົນຕາຍ.


ສະນັ້ນ ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ສະດຸ້ງ​ຕື່ນ​ຕົກໃຈ ດ້ວຍ​ການ​ງຶດງໍ້​ແລ້ວ​ງຶດງໍ້​ອີກ​ໂດຍ​ບໍ່ໄດ້​ຄາດຝັນ. ຄົນສະຫລາດ​ຈະ​ກາຍເປັນ​ຄົນໂງ່ ແລະ​ຄວາມ​ຫລັກແຫລມ​ທຸກຢ່າງ​ຂອງ​ພວກເຂົາ​ກໍ​ຈະ​ບໍ່ມີ​ປະໂຫຍດ.”


ເຖິງ​ແມ່ນ​ວ່າ​ບັນດາ​ທູດ​ຂອງ​ພວກເຂົາ​ໄດ້​ມາຮອດ ເມືອງ​ໂຊອານ ແລະ​ຮາເນັດ​ໃນ​ເອຢິບ​ແລ້ວ​ກໍຕາມ


ເຮົາ​ໄດ້​ເຮັດ​ໃຫ້​ພວກ​ໝໍດູ​ໝໍມໍ​ໂງ່ຈ້າ​ໝົດ ເຮັດ​ໃຫ້​ຜູ້​ເບິ່ງເລີກ​ເບິ່ງຍາມ​ເຫລືອອົກ​ເຫລືອໃຈ​ດ້ວຍ. ເຮົາ​ຂັດແຍ້ງ ໂຕ້ຕອບ​ຄຳເວົ້າ​ຄົມ​ຂອງ​ຄົນມີ​ປັນຍາ ແລະ​ຊີ້​ໃຫ້​ເຫັນ​ວ່າ​ປັນຍາ​ຂອງ​ພວກເຂົາ​ນັ້ນ​ໂງ່ຈ້າ.


ເມື່ອ​ເບິ່ງ​ສິ່ງ​ນີ້ ຄົນ​ຊ່າງ​ໂງ່ຈ້າ ແລະ​ບໍ່​ເຂົ້າໃຈ; ຄື​ພວກ​ທີ່​ເຮັດ​ຮູບເຄົາຣົບ ກໍ​ງົມງາຍ​ກັນ​ທັງນັ້ນ ເພາະ​ບັນດາ​ພະ​ທີ່​ພວກເຂົາ​ໄດ້​ເຮັດ​ຂຶ້ນ​ມາ ລ້ວນແຕ່​ເປັນ​ພະ​ຈອມປອມ​ແລະ​ບໍ່ມີ​ຊີວິດ.


ຂ້ານ້ອຍ​ຕອບ​ວ່າ, “ພວກ​ຜູ້ນຳ​ຂອງ​ພວກເຮົາ​ເປັນ​ຄົນ​ໂງ່ຈ້າ​ທີ່ສຸດ ແລະ​ບໍ່ໄດ້​ຮ້ອງຂໍ​ພຣະເຈົ້າຢາເວ​ນຳພາ. ດ້ວຍເຫດນີ້ ພວກເຂົາ​ຈຶ່ງ​ໄດ້​ພາກັນ​ລົ້ມລົງ ປະຊາຊົນ​ຂອງ​ພວກເຮົາ​ຈຶ່ງ​ໄດ້​ແຕກ​ຊະຊາຍ​ໄປສິ້ນ.


ຈົ່ງ​ໃສ່​ຊື່​ໃໝ່​ໃຫ້​ກະສັດ​ແຫ່ງ​ເອຢິບ​ສາ​ວ່າ, ‘ຄົນ​ເວົ້າ​ຂີ້ສະຫາວ ໃຊ້​ການ​ຫຍັງ​ບໍ່ໄດ້.’


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ກ່າວ​ເຖິງ​ເອໂດມ​ວ່າ, “ປະຊາຊົນ​ເມືອງ​ເຕມານ​ໝົດ​ປັນຍາ​ແລ້ວ​ບໍ? ບັນດາ​ທີ່ປຶກສາ​ຂອງ​ພວກເຂົາ​ບໍ່ໄດ້​ບອກ​ວ່າ ຄວນ​ເຮັດ​ຢ່າງໃດ​ບໍ? ສະຕິປັນຍາ​ຂອງ​ພວກເຂົາ​ໄປ​ໃສ​ໝົດແລ້ວ?


ນັກປາດ​ຂອງ​ພວກເຈົ້າ​ກໍ​ຖືກ​ອັບອາຍ; ພວກເຂົາ​ສັບສົນ ແລະ​ຖືກ​ບ້ວງແຮ້ວ. ພວກເຂົາ​ປະຖິ້ມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ; ບັດນີ້ ພວກເຂົາ​ມີ​ສະຕິປັນຍາ​ຫຍັງ​ແດ່?


ເຈົ້າ​ອວດອົ່ງ​ທະນົງ​ຕົວ​ເພາະ​ຮູບຮ່າງ​ອັນ​ສະຫງ່າງາມ​ຂອງເຈົ້າ ແລະ​ຊື່ສຽງ​ຂອງ​ເຈົ້າ​ກໍໄດ້​ພາ​ໃຫ້​ເຈົ້າ​ປະພຶດ​ຕົນ​ດັ່ງ​ຄົນໂງ່ຈ້າ. ຍ້ອນ​ເລື່ອງ​ນີ້ ເຮົາ​ຈຶ່ງ​ໂຍນ​ເຈົ້າ​ລົງ​ໄປ​ສູ່​ພື້ນດິນ ແລະ​ປ່ອຍປະ​ເຈົ້າ​ໃຫ້​ເປັນ​ສິ່ງ​ເຕືອນໃຈ​ແກ່​ກະສັດ​ຄົນອື່ນໆ.


ເຮົາ​ຈະ​ເຮັດ​ໃຫ້​ເອຢິບ​ທາງ​ພາກໃຕ້​ຮົກຮ້າງ​ຫວ່າງເປົ່າ ທັງ​ຈະ​ຈູດ​ໄຟ​ເຜົາ​ເມືອງ​ໂຊອານ​ທາງ​ທິດເໜືອ​ດ້ວຍ. ເຮົາ​ຈະ​ລົງໂທດ​ເມືອງເອກ​ຂອງ​ເທເບ.


ໄພພິບັດ​ຈະ​ມາ​ເຖິງ​ພວກເຈົ້າ​ບໍ່​ຂາດສາຍ ແລະ​ຂ່າວ​ຮ້າຍ​ກໍ​ຈະ​ມາ​ເຖິງ​ພວກເຈົ້າ​ດັ່ງ​ສາຍນໍ້າ. ພວກເຈົ້າ​ຈະ​ຮ້ອງຂໍ​ໃຫ້​ບັນດາ​ຜູ້ທຳນວາຍ​ບອກ​ເຖິງ​ເຫດການ​ທີ່​ຈະ​ເກີດຂຶ້ນ​ລ່ວງໜ້າ​ສູ່​ພວກເຈົ້າ​ຟັງ. ບັນດາ​ປະໂຣຫິດ​ຈະ​ບໍ່ມີ​ຫຍັງ​ສັ່ງສອນ​ປະຊາຊົນ ແລະ​ບັນດາ​ເຖົ້າແກ່​ກໍ​ຈະ​ບໍ່​ໃຫ້​ຄຳແນະນຳ​ຫຍັງ.


ພັນທະມິດ​ຂອງ​ພວກເຈົ້າ​ໄດ້​ຫລອກລວງ​ພວກເຈົ້າ​ສາ​ແລ້ວ; ພວກເຂົາ​ໄດ້​ໄລ່​ໃຫ້​ໜີ​ຈາກ​ດິນແດນ​ຂອງ​ພວກເຈົ້າ​ເອງ​ແລ້ວ. ປະຊາຊົນ​ທີ່​ເຄີຍ​ຢູ່​ຢ່າງ​ສະຫງົບສຸກ​ກັບ​ພວກເຈົ້າ ມາບັດນີ້ ພວກເຂົາ​ກໍໄດ້​ຕີ​ຊະນະ​ພວກເຈົ້າ​ສາ​ແລ້ວ. ພວກ​ເພື່ອນ​ເຫຼົ່ານັ້ນ​ທີ່​ໄດ້​ກິນ​ເຂົ້າ​ຮ່ວມກັນ ຕ່າງ​ກໍໄດ້​ຫ້າງແຮ້ວ​ດັກຈັບ​ພວກເຈົ້າ; ພວກເຂົາ​ຕ່າງ​ກໍໄດ້​ເວົ້າ​ກ່ຽວກັບ​ເຈົ້າ​ວ່າ, ‘ຄວາມ​ຫລັກແຫລມ​ທີ່​ລາວ​ມີ​ນັ້ນ​ໄປ​ໃສ​ໝົດ?’


ພຣະເຈົ້າຢາເວ​ກ່າວ​ວ່າ ໃນ​ມື້​ນັ້ນ ເຮົາ​ຈະ​ລົງໂທດ​ທັນ​ຄົນ​ຫລັກແຫລມ ໃນ​ເອໂດມ​ໃຫ້​ໝົດສິ້ນ​ຕາມ​ເທິງ​ພູ​ຂອງ​ພວກເຂົາ ແລະ​ກຳຈັດ​ສະຕິປັນຍາ​ທັງໝົດ​ຂອງ​ພວກເຂົາ.


ພວກເຂົາ​ໄດ້​ໄປ​ທາງ​ເຂດໃຕ້​ຂອງ​ດິນແດນ​ກ່ອນ ແລະ​ຈຶ່ງ​ມາ​ເຖິງ​ເມືອງ​ເຮັບໂຣນ ບ່ອນ​ທີ່​ຕະກຸນ​ຕ່າງໆ​ຂອງ​ອາຮີມານ, ເຊຊາຍ ແລະ​ຕານໄມ ຊຶ່ງ​ເປັນ​ເຊື້ອສາຍ​ຂອງ​ຊົນຊາດ​ຮູບຮ່າງ​ໃຫຍ່​ອາໄສ​ຢູ່​ເອີ້ນ​ວ່າ, ອານາກີມ. (ເມືອງ​ເຮັບໂຣນ​ໄດ້​ຕັ້ງ​ຂຶ້ນ​ກ່ອນ​ເມືອງ​ໂຊອານ​ໃນ​ປະເທດ​ເອຢິບ​ເຈັດ​ປີ.)


ໂມເຊ​ໄດ້​ຮັບ​ການ​ສິດສອນ​ຮຽນຮູ້ ໃນ​ວິຊາການ​ທຸກຢ່າງ​ຂອງ​ຊາວ​ເອຢິບ ແລະ​ກາຍເປັນ​ຜູ້​ມີ​ຄວາມ​ສາມາດ​ໃນ​ຄຳ​ເວົ້າຈາ ແລະ​ການ​ກະທຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka