ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ວ່າ, “ຈົ່ງບອກອາໂຣນໃຫ້ເດ່ໄມ້ຄ້ອນເທົ້າໃສ່ແມ່ນໍ້າລຳຄອງ ຕະຫລອດທັງໜອງບຶງ ແລະອ່າງນໍ້າໃນປະເທດເອຢິບ. ແລ້ວນໍ້າໃນບ່ອນທັງໝົດນັ້ນຈະກາຍເປັນເລືອດ ແລະທົ່ວປະເທດກໍຈະມີແຕ່ເລືອດ ແມ່ນແຕ່ໃນແອ່ງທີ່ເຮັດດ້ວຍໄມ້ ແລະໃນໄຫທີ່ເຮັດດ້ວຍຫີນ.”