ເອຊາຢາ 19:1 - ພຣະຄຳພີສັກສິ1 ຕໍ່ໄປນີ້ແມ່ນຖ້ອຍຄຳກ່ຽວກັບເອຢິບ. ພຣະເຈົ້າຢາເວກຳລັງມາສູ່ເອຢິບເທິງເມກຢ່າງວ່ອງໄວ. ຮູບເຄົາຣົບທັງຫລາຍຂອງຊາວເອຢິບສັ່ນເຊັນຕໍ່ໜ້າພຣະອົງ ແລະປະຊາຊົນຊາວເອຢິບກໍສູນເສຍຄວາມກ້າຫານຂອງພວກເຂົາ. Uka jalj uñjjattʼäta |
ເປັນຫຍັງພວກເຈົ້າຈຶ່ງເຮັດໃຫ້ເຮົາໂກດຮ້າຍ ໂດຍຂາບໄຫວ້ຮູບເຄົາຣົບ ແລະຖວາຍບູຊາແກ່ບັນດາພະອື່ນໃນປະເທດເອຢິບ ຄືບ່ອນທີ່ພວກເຈົ້າໄດ້ມາພັກອາໄສຢູ່ນີ້? ພວກເຈົ້າຢາກເຮັດສິ່ງນີ້ເພື່ອທຳລາຍພວກເຈົ້າເອງບໍ? ເພື່ອທຸກຊົນຊາດໃນໂລກຈະຫົວເຍາະເຍີ້ຍພວກເຈົ້າ ແລະໃຊ້ຊື່ຂອງພວກເຈົ້າເປັນຄຳສາບແຊ່ງບໍ?