Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 18:7 - ພຣະຄຳພີສັກສິ

7 ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ຮັບ​ເອົາ​ເຄື່ອງ​ຖວາຍ ຈາກ​ດິນແດນ​ທີ່​ຖືກ​ແບ່ງແຍກ​ດ້ວຍ​ແມ່ນໍ້າ​ທັງຫລາຍ​ນີ້, ຈາກ​ຊົນຊາດ​ທີ່​ເຂັ້ມແຂງ ແລະ​ມີ​ອຳນາດ​ນີ້, ຈາກ​ປະຊາຊົນ​ທີ່​ມີ​ຮູບຮ່າງ​ສູງ ແລະ​ມີ​ຜິວພັນ​ກ້ຽງໃສ​ນີ້ ຊຶ່ງ​ຄົນ​ທັງ​ໂລກ​ຢ້ານກົວ​ພວກເຂົາ. ພວກເຂົາ​ຈະ​ມາ​ທີ່​ພູເຂົາ​ຊີໂອນ ຊຶ່ງ​ເປັນ​ບ່ອນຢູ່​ແຫ່ງ​ນາມຊື່​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.

Uka jalj uñjjattʼäta Copia luraña




ເອຊາຢາ 18:7
17 Jak'a apnaqawi uñst'ayäwi  

ມີ​ຫລາຍ​ຄົນ​ໄດ້​ມາ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ນຳ​ເຄື່ອງຂອງ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ພ້ອມ​ທັງ​ນຳ​ຂອງຂວັນ​ມາ​ໃຫ້​ເຮເຊກີຢາ​ດ້ວຍ; ສະນັ້ນ ຕັ້ງແຕ່​ນັ້ນ​ມາ ຊົນຊາດ​ທັງຫລາຍ​ຈຶ່ງ​ຍ້ອງຍໍ​ໃຫ້ກຽດ​ເຮເຊກີຢາ.


ຈົ່ງ​ຮ້ອງເພງ​ຖວາຍ​ແກ່​ພຣະເຈົ້າ​ເຖີດ ບັນດາ​ອານາຈັກ​ແຫ່ງ​ໂລກ​ເອີຍ ຈົ່ງ​ຮ້ອງເພງ​ຖວາຍ​ຄຳ​ຍ້ອງຍໍ​ສັນລະເສີນ ແກ່​ອົງພຣະ​ຜູ້​ເປັນເຈົ້າ​ເຖີດ


ຈາກ​ເມືອງ​ເສລາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ປະຊາຊົນ​ແຫ່ງ​ໂມອາບ​ສົ່ງ​ລູກແກະ​ໄປ ເພື່ອ​ເປັນ​ຂອງຂວັນ​ໃຫ້​ຜູ້ປົກຄອງ​ໃນ​ນະຄອນ​ເຢຣູຊາເລັມ.


ຈາກ​ດິນແດນ​ນັ້ນ ພວກ​ອັກຄະຣາຊທູດ​ຂີ່​ເຮືອ​ທີ່​ເຮັດ​ດ້ວຍ​ກົກອໍ້ ລ່ອງ​ໄປ​ຕາມ​ແມ່ນໍ້ານິນ. ບັນດາ​ຜູ້​ສົ່ງຂ່າວ​ທີ່​ວ່ອງໄວ​ເອີຍ ຈົ່ງ​ກັບ​ເມືອ​ສາ​ເຖີດ ຈົ່ງ​ນຳ​ຂ່າວ​ຄືນ​ເມືອ​ສູ່​ດິນແດນ​ຂອງ​ພວກເຈົ້າ​ທີ່​ມີ​ແມ່ນໍ້າ​ທັງຫລາຍ​ແບ່ງ​ແຍກ, ສູ່​ຊົນຊາດ​ທີ່​ເຂັ້ມແຂງ ແລະ​ມີ​ອຳນາດ​ຂອງ​ພວກເຈົ້າ, ສູ່​ປະຊາຊົນ​ທີ່​ມີ​ຮູບຮ່າງ​ໃຫຍ່ ແລະ​ຜິວພັນ​ກ້ຽງໃສ​ດີ​ຂອງ​ພວກເຈົ້າ ຄື​ພວກ​ທີ່​ຄົນ​ທັງໂລກ​ຢ້ານກົວ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຮົາ​ຈະ​ເບິ່ງ​ລົງ​ຈາກ​ສະຫວັນ​ຢ່າງ​ງຽບໆ ດັ່ງ​ນໍ້າ​ຄ້າງ​ຕອນ​ກາງຄືນ​ອັນ​ອົບເອົ້າ​ທີ່​ລວມຕົວ​ກັນ​ໃນ​ລະດູ​ເກັບກ່ຽວ ດັ່ງ​ດວງອາທິດ​ອັນ​ງຽບ​ສະຫງັດ​ໃນ​ຕອນ​ກາງເວັນ​ທີ່​ສ່ອງແຈ້ງ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ສົມບັດ​ຂອງ​ປະເທດ​ເອຢິບ​ກັບ​ປະເທດ​ເອທີໂອເປຍ​ຈະ​ເປັນ​ຂອງ​ເຈົ້າ ຄົນ​ໃຫຍ່​ສູງ​ແຫ່ງ​ເສບາ​ກໍ​ຈະ​ເປັນ​ທາດຮັບໃຊ້​ເຈົ້າ​ຄືກັນ ພວກເຂົາ​ຈະ​ຍ່າງ​ຕາມ​ເຈົ້າ​ໄປ​ໂດຍ​ຖືກ​ລ່າມໂສ້​ພ້ອມ. ພວກເຂົາ​ຈະ​ກົ້ມຂາບ​ເຈົ້າ ແລະ​ທັງ​ສາລະພາບ​ວ່າ ‘ພຣະເຈົ້າ​ຢູ່​ນຳ​ເຈົ້າ ເປັນ​ພຣະເຈົ້າ​ແຕ່​ອົງດຽວ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ປະຊາຊົນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄປ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ສາ ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ແຂງແຮງ​ເໝືອນ​ດັ່ງ​ງົວ​ກະທິງ ທີ່​ມີ​ເຂົາ​ເປັນ​ເຫຼັກ​ແລະ​ມີ​ກີບຕີນ​ເປັນ​ທອງສຳຣິດ. ພວກເຈົ້າ​ຈະ​ຢຽບຢໍ່າ​ທຳລາຍ​ຫລາຍ​ຊົນຊາດ​ໃຫ້​ໝຸ່ນ​ທະລາຍ​ໄປ ເຮົາ​ຈະ​ມອບ​ສິ່ງ​ທີ່​ໄດ້​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ຊັບສົມບັດ​ຂອງ​ພວກເຂົາ​ໄດ້​ມາ​ຈາກ​ການ​ໃຊ້​ກຳລັງ​ຢຶດເອົາ​ນັ້ນ ເຮົາ​ຈະ​ເອົາ​ມາ​ອຸທິດ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ແຜ່ນດິນ​ໂລກ​ທັງໝົດ.”


ພວກເຂົາ​ສ້າງ​ຄວາມ​ຢ້ານກົວ​ແລະ​ຄວາມ​ສັບສົນ​ວຸ້ນວາຍ​ຂຶ້ນ ໂດຍ​ເປັນ​ຜູ້​ອອກ​ກົດໝາຍ​ແລະ​ໃຊ້​ກົດໝາຍ​ເອງ.


ແມ່ນແຕ່​ຈາກ​ທີ່​ຫ່າງ​ໄກ​ສຸດ​ຂອງ​ເອທິໂອເປຍ ຄື​ປະຊາຊົນ​ທີ່​ເຮົາ​ໄດ້​ກະຈັດ​ກະຈາຍ​ໄປ​ນັ້ນ ພວກເຂົາ​ກໍ​ຈະ​ນຳ​ເຄື່ອງ​ມາ​ຖວາຍ​ແກ່​ເຮົາ.


ນາມຊື່​ຂອງ​ເຮົາ​ເປັນ​ທີ່​ຍິ່ງໃຫຍ່​ໃນ​ທ່າມກາງ​ບັນດາ​ປະຊາຊາດ​ທົ່ວໂລກ ຈາກ​ທິດ​ຕາເວັນອອກ​ເຖິງ​ທິດ​ຕາເວັນຕົກ. ໃນ​ທຸກທີ່​ທຸກບ່ອນ​ມີ​ຄົນ​ເຜົາ​ເຄື່ອງຫອມ​ຖວາຍ​ແກ່​ນາມຊື່​ຂອງ​ເຮົາ ແລະ​ໄດ້ນຳ​ເຄື່ອງບູຊາ​ທີ່​ບໍຣິສຸດ​ມາຖວາຍ​ແກ່​ນາມຊື່​ຂອງ​ເຮົາ. ເພາະ​ນາມຊື່​ຂອງ​ເຮົາ​ເປັນ​ທີ່​ຍິ່ງໃຫຍ່​ໃນ​ທ່າມກາງ​ບັນດາ​ປະຊາຊາດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເມື່ອ​ພວກເຂົາ​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ ກໍໄດ້​ເຫັນ​ກຸມມານ ແລະ ມາຣີ​ແມ່​ຂອງ​ເພິ່ນ, ແລ້ວ​ພວກເຂົາ​ຈຶ່ງ​ກົ້ມ​ລົງ​ຂາບໄຫວ້​ນະມັດສະການ​ກຸມມານ​ນັ້ນ ແລ້ວ​ກໍ​ໄຂ​ຫີບ​ເອົາ​ຊັບ​ຂອງ​ພວກເຂົາ​ອອກ​ມາ​ຖວາຍ​ແກ່​ກຸມມານ​ມີ​ດັ່ງນີ້: ຄຳ, ກຳຍານ ແລະ ຢາງ​ໄມ້​ຫອມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka