Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 18:6 - ພຣະຄຳພີສັກສິ

6 ຊາກສົບ​ທະຫານ​ຂອງ​ພວກເຂົາ​ຈະ​ຖືກ​ປະປ່ອຍ​ໄວ້​ໃຫ້​ຝູງນົກ​ແລະ​ສັດປ່າ. ໃນ​ລະດູຮ້ອນ​ໂຕ​ນົກ​ຈະ​ມາ​ເຈາະ ແລະ​ໃນ​ລະດູໜາວ​ສັດປ່າ​ຈະ​ມາ​ກິນ.”

Uka jalj uñjjattʼäta Copia luraña




ເອຊາຢາ 18:6
12 Jak'a apnaqawi uñst'ayäwi  

ແຕ່​ເຈົ້າ​ພັດ​ບໍ່ມີ​ຂຸມຝັງສົບ. ຊາກສົບ​ຂອງ​ເຈົ້າ​ຖືກ​ໂຍນ​ອອກ​ໄປ ປະ​ໃຫ້​ເປື່ອຍເນົ່າ​ຢູ່​ລຸ່ມ​ຊາກສົບ​ຂອງ​ພວກ​ທະຫານ​ຊຶ່ງ​ຖຶກ​ຂ້າ​ໃນ​ສະໜາມຮົບ ແລະ​ໄດ້​ຖືກ​ໂຍນ​ລົງ​ພ້ອມ​ກັນ​ໄປ​ໃນ​ເຫວ​ແລະ​ຖືກ​ຢຽບຢໍ່າ.


ແມ່ນ​ຊາວ​ບາບີໂລນ ແຕ່​ບໍ່ແມ່ນ​ຊາວ​ອັດຊີເຣຍ ທີ່​ໄດ້​ປ່ອຍ​ໃຫ້​ພວກ​ສັດປ່າ​ຢຽບຢໍ່າ​ເມືອງ​ຕີເຣ. ແມ່ນ​ຊາວ​ບາບີໂລນ​ທີ່​ໄດ້​ປິດລ້ອມ​ຫໍຄອຍ​ຕ່າງໆ ຮື້​ປ້ອມ​ທີ່​ປ້ອງກັນ​ເມືອງ​ຕີເຣ ແລະ​ປະປ່ອຍ​ໃຫ້​ເປັນ​ເມືອງ​ຮົກຮ້າງ​ເພພັງ.


ແຕ່​ທິດ​ຕາເວັນອອກ ເຮົາ​ກຳລັງ​ເອີ້ນ​ເອົາ​ຄົນ​ໜຶ່ງ​ມາ ລາວ​ຈະ​ຊັດ​ຫົວ​ລົງ​ດັ່ງ​ໂຕ​ແຫລວ​ບິນ​ເຈີດ ລາວ​ຈະ​ເຮັດ​ສຳເລັດ​ຕາມ​ທີ່​ເຮົາ​ໄດ້​ວາງແຜນ ເຮົາ​ກ່າວ​ໄວ້​ຢ່າງໃດ​ກໍ​ຈະ​ເກີດຂຶ້ນ​ຢ່າງນັ້ນ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ບອກ​ຊາດ​ຕ່າງດ້າວ​ທັງຫລາຍ​ໃຫ້​ມາ​ດັ່ງ​ຝູງ​ສັດປ່າ ແລະ​ກັດ​ກິນ​ປະຊາຊົນ​ຂອງ​ພຣະອົງ.


ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ຕັດສິນໃຈ​ແລ້ວ​ວ່າ ຈະ​ໃຫ້​ສິ່ງ​ທີ່​ໜ້າຢ້ານ​ສີ່​ປະການ​ນີ້​ເກີດຂຶ້ນ​ກັບ​ພວກເຂົາ​ເຊັ່ນ: ພວກເຂົາ​ຈະ​ຖືກ​ຂ້າ​ໃນ​ເສິກ​ສົງຄາມ; ຝູງ​ໝາ​ຈະ​ລາກ​ຊາກສົບ​ຂອງ​ພວກເຂົາ​ໄປ​ກິນ; ຝູງນົກ​ຈະ​ສັບຕອດ​ກິນ​ຊາກສົບ​ເຫຼົ່ານັ້ນ ແລະ​ອັນ​ທີ່​ເຫຼືອ​ນັ້ນ​ສັດປ່າ​ຈະ​ກິນ​ໃຫ້​ກ້ຽງ.


ພວກເຂົາ​ຈະ​ຕາຍ​ດ້ວຍ​ການ​ເຈັບໄຂ້​ໄດ້ປ່ວຍ​ໜັກ ແລະ​ຈະ​ບໍ່ມີ​ຜູ້ໃດ​ໄວ້ທຸກ​ໃຫ້​ພວກເຂົາ ແລະ​ຝັງ​ພວກເຂົາ​ໄວ້. ຊາກສົບ​ຂອງ​ພວກເຂົາ​ຈະ​ຢຽດຢາຍ​ດັ່ງ​ກອງຝຸ່ນ​ຢູ່​ຕາມ​ເທິງ​ໜ້າດິນ. ພວກເຂົາ​ຈະ​ຖືກ​ຂ້າ​ໃນ​ສົງຄາມ ຫລື​ຕາຍອຶດ​ຕາຍຢາກ ແລະ​ຊາກສົບ​ຂອງ​ພວກເຂົາ​ຈະ​ເປັນ​ອາຫານ​ສຳລັບ​ຝູງນົກ ແລະ​ຝູງ​ສັດປ່າ.”


ຊາກສົບ​ຕ່າງໆ​ຈະ​ກາຍເປັນ​ອາຫານ​ຂອງ​ຝູງນົກ ແລະ​ສັດປ່າ​ທັງຫລາຍ ແລະ​ຈະ​ບໍ່ມີ​ຜູ້ໃດ​ໄລ່​ມັນ​ໜີໄປ​ຈາກ​ທີ່ນັ້ນ.


ຝູງນົກ​ຈະ​ມາ​ງອຍ​ຢູ່​ເທິງ​ຕົ້ນໄມ້​ທີ່​ຕາຍ​ນັ້ນ ແລະ​ຝູງ​ສັດປ່າ​ກໍ​ຈະ​ຢຽບ​ງ່າ​ຂອງ​ມັນ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka