Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 18:5 - ພຣະຄຳພີສັກສິ

5 ກ່ອນ​ເຖິງ​ຍາມ​ເກັບ​ໝາກອະງຸ່ນ ເມື່ອ​ດອກ​ຂອງ​ມັນ​ຫລົ່ນ ແລະ​ໝາກອະງຸ່ນ​ກຳລັງ​ສຸກ ສັດຕູ​ຈະ​ມາ​ທຳລາຍ​ຊາວ​ເອທີໂອເປຍ​ຢ່າງ​ງ່າຍດາຍ ດັ່ງ​ເອົາ​ມີດ​ຕັດ​ຕົ້ນ​ອະງຸ່ນ​ຖິ້ມ.

Uka jalj uñjjattʼäta Copia luraña




ເອຊາຢາ 18:5
6 Jak'a apnaqawi uñst'ayäwi  

ສ່ວນ​ຕົ້ນ​ເດື່ອເທດ​ນັ້ນ ໝາກ​ມັນ​ກໍ​ກຳລັງ​ສຸກ ຕົ້ນອະງຸ່ນ​ດອກບານ​ສົ່ງ​ກິ່ນ​ຫອມ​ໄປ​ທົ່ວແຄວ້ນ. ທີ່ຮັກ​ເອີຍ ຈົ່ງ​ລຸກ​ຂຶ້ນ​ມາ​ຫາ​ອ້າຍ​ສາ​ເທາະ ຈົ່ງ​ໄປ​ກັບ​ອ້າຍ​ສາ​ເຖີດ ຄົນ​ງາມ​ຂອງ​ອ້າຍ​ເອີຍ


ຈົ່ງ​ຈັບ​ຝູງ​ໝາຈອກ ຄື​ໝາຈອກ​ນ້ອຍ​ທັງຫລາຍ ກ່ອນ​ມັນ​ຈະ​ທຳລາຍ​ສວນອະງຸ່ນ​ບານ​ຂອງ​ພວກເຮົາ​ຖິ້ມ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ນຳ​ພວກເຂົາ​ມາ ແລະ​ເຮັດ​ໃຫ້​ພວກເຂົາ​ຕົກລົງ ດັ່ງ​ງ່າໄມ້​ຖືກ​ຕັດ​ຈາກ​ຕົ້ນ​ຂອງ​ມັນ. ພວກ​ທີ່​ຄຸຍໂມ້​ແລະ​ຖື​ຕົນ​ວ່າ​ຍິ່ງໃຫຍ່​ໃນ​ພວກເຂົາ ກໍ​ຈະ​ຖືກ​ປໍ້າ​ລົງ ແລະ​ຖືກ​ອັບອາຍ​ຂາຍໜ້າ.


ງ່າໄມ້​ກໍ​ຫ່ຽວແຫ້ງ​ແລະ​ຫັກ​ລົງ ແລະ​ພວກຜູ້ຍິງ​ກໍ​ໄປ​ເກັບ​ເອົາ​ມາ​ເຮັດ​ຟືນ. ຍ້ອນ​ປະຊາຊົນ​ບໍ່ໄດ້​ເຂົ້າໃຈ​ຫຍັງ ພຣະເຈົ້າ​ອົງ​ເປັນ​ພຣະຜູ້​ສ້າງ​ຂອງ​ພວກເຂົາ​ຈຶ່ງ​ຈະ​ບໍ່​ໃຫ້​ຄວາມ​ເມດຕາປານີ ຫລື​ສະແດງ​ຄວາມ​ອີດູຕົນ​ໃດໆ​ແກ່​ພວກເຂົາ​ເລີຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka