ເອຊາຢາ 18:4 - ພຣະຄຳພີສັກສິ4 ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຮົາຈະເບິ່ງລົງຈາກສະຫວັນຢ່າງງຽບໆ ດັ່ງນໍ້າຄ້າງຕອນກາງຄືນອັນອົບເອົ້າທີ່ລວມຕົວກັນໃນລະດູເກັບກ່ຽວ ດັ່ງດວງອາທິດອັນງຽບສະຫງັດໃນຕອນກາງເວັນທີ່ສ່ອງແຈ້ງ. Uka jalj uñjjattʼäta |
ເມື່ອເວລານັ້ນມາເຖິງ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈະຮັບເອົາເຄື່ອງຖວາຍ ຈາກດິນແດນທີ່ຖືກແບ່ງແຍກດ້ວຍແມ່ນໍ້າທັງຫລາຍນີ້, ຈາກຊົນຊາດທີ່ເຂັ້ມແຂງ ແລະມີອຳນາດນີ້, ຈາກປະຊາຊົນທີ່ມີຮູບຮ່າງສູງ ແລະມີຜິວພັນກ້ຽງໃສນີ້ ຊຶ່ງຄົນທັງໂລກຢ້ານກົວພວກເຂົາ. ພວກເຂົາຈະມາທີ່ພູເຂົາຊີໂອນ ຊຶ່ງເປັນບ່ອນຢູ່ແຫ່ງນາມຊື່ຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່.