3 ຈົ່ງຟັງເດີ ໝົດທຸກຄົນທີ່ຢູ່ໃນໂລກນີ້ ຈົ່ງເບິ່ງທຸງໄຊອັນເປັນສັນຍານທີ່ຈະຖືກຍົກຂຶ້ນເທິງຈອມພູເຂົາ ຈົ່ງຟັງສຽງເປົ່າເຂົາສັດ
ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຢາເວກ່າວຈາ ພຣະອົງເອີ້ນເອົາຄົນທົ່ວທັງໂລກາຈາກທິດຕາເວັນອອກ ເຖິງທິດຕາເວັນຕົກ.
ພຣະເຈົ້າຢາເວໄດ້ກ່າວວ່າ, “ໂອ ຈັກກະວານແລະແຜ່ນດິນໂລກເອີຍ ຈົ່ງຟັງສິ່ງທີ່ເຮົາກຳລັງກ່າວ ພວກເດັກນ້ອຍທີ່ເຮົາລ້ຽງມາຈົນໃຫຍ່ໄດ້ກະບົດຕໍ່ສູ້ເຮົາ.
ອົງພຣະຜູ້ເປັນເຈົ້າຈະຍົກທຸງຂຶ້ນເປັນສັນຍານ ເພື່ອສະແດງໃຫ້ຊົນຊາດຕ່າງໆຮູ້ວ່າ ພຣະອົງກຳລັງເຕົ້າໂຮມປະຊາຊົນຂອງພຣະອົງເຂົ້າກັນ ຄືປະຊາຊົນຂອງອິດສະຣາເອນແລະຢູດາຍ ທີ່ກະຈັດກະຈາຍຢູ່ຕາມທິດທັງສີ່ຂອງໂລກນັ້ນໃຫ້ກັບຄືນມາ.
ທີ່ຈອມພູຫົວໂຫລ້ນ ຈົ່ງຍົກທຸງສູ້ຮົບຂຶ້ນສາ ຈົ່ງຮ້ອງສັ່ງພວກທະຫານ ແລະຍົກອາວຸດຂຶ້ນເປັນສັນຍານໃຫ້ບຸກໂຈມຕີ ປະຕູເມືອງຂອງພວກທີ່ອວດອົ່ງຈອງຫອງ.
ຈົ່ງຟັງສຽງທີ່ເທິງພູ ຄືສຽງຂອງຝູງຄົນອັນແໜ້ນໜາ ສຽງຂອງຊົນຊາດ ແລະອານາຈັກຕ່າງໆທີ່ກຳລັງເຕົ້າໂຮມກັນ. ກອງທັບທັງຫລາຍຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ຕຽມກຳລັງສູ້ຮົບ.
ຂ້າແດ່ພຣະເຈົ້າຢາເວ ເຫຼົ່າສັດຕູບໍ່ຮູ້ວ່າພຣະອົງຈະລົງໂທດພວກເຂົາ ໃຫ້ຖືກອັບອາຍແລະຮັບທຸກ ຈົ່ງໃຫ້ພວກເຂົາໄດ້ຮັບໂທດທີ່ພຣະອົງຕຽມໄວ້ນັ້ນສາ ໃຫ້ເຫັນວ່າພຣະອົງຮັກປະຊາຊົນຂອງພຣະອົງ.
ຈັກກະພັດຂອງພວກເຂົາຈະແລ່ນປົບໜີໄປດ້ວຍຄວາມຢ້ານອັນໃຫຍ່ ແລະບັນດານາຍທະຫານຈະຢ້ານຫລາຍທີ່ສຸດ ຈົນປະຖິ້ມທຸງສູ້ຮົບປົບໜີໄປ.” ພຣະເຈົ້າຢາເວອົງທີ່ພວກເຈົ້ານະມັດສະການຢູ່ໃນນະຄອນເຢຣູຊາເລັມ ແລະອົງທີ່ພວກເຈົ້າເຜົາເຄື່ອງບູຊາຖວາຍຢູ່ໃນທີ່ນັ້ນໄດ້ກ່າວດັ່ງນີ້ແຫລະ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວຕໍ່ປະຊາຊົນຂອງພຣະອົງດັ່ງນີ້, “ເຮົາຈະໃຫ້ສັນຍານແກ່ຊົນຊາດທັງຫລາຍ ແລະພວກເຂົາຈະອຸ້ມລູກໆຂອງເຈົ້າກັບມາບ້ານ.
ພຣະອົງເຮັດສັນຍາເອີ້ນເອົາຊາດໜຶ່ງທີ່ຢູ່ຫ່າງໄກ. ພຣະອົງຖິວເອົາພວກເຂົາມາແຕ່ທີ່ສຸດປາຍແຜ່ນດິນໂລກ. ພວກເຂົາມາຢ່າງວ່ອງໄວໂດຍບໍ່ຊັກຊ້າ
ເມື່ອເວລານັ້ນມາເຖິງ ພຣະເຈົ້າຢາເວຈະຖິວປາກເປັນສັນຍານ ເອີ້ນເອົາຄົນເອຢິບມາດັ່ງຝູງແມງໄມ້ຈາກຕົ້ນກຳເນີດຂອງແມ່ນໍ້ານິນ ແລະຖິວປາກເອົາຄົນອັດຊີເຣຍມາດັ່ງຝູງໂຕເຜິ້ງຈາກປະເທດຂອງພວກເຂົາ.
ໂອ ດິນແດນ ດິນແດນ ດິນແດນເອີຍ ຈົ່ງຟັງເອົາ ຖ້ອຍຄຳທີ່ພຣະເຈົ້າຢາເວກ່າວ:
“ຈົ່ງໃຫ້ສັນຍານໂຈມຕີ ຈົ່ງເປົ່າແກຂຶ້ນເພື່ອຊົນຊາດຕ່າງໆຈະໄດ້ຍິນ ຈົ່ງໃຫ້ຊົນຊາດທັງຫລາຍຕຽມເຮັດເສິກຕໍ່ສູ້ບາບີໂລນ ຈົ່ງບອກໃຫ້ອານາຈັກອາຣາຣັດ, ມິນນີ ແລະອັດຊະເກນາດ ຕຽມໂຈມຕີ. ຈົ່ງແຕ່ງຕັ້ງນາຍທະຫານຜູ້ໜຶ່ງໃຫ້ນຳພາການໂຈມຕີ. ຈົ່ງນຳຝູງມ້າມາໃຫ້ຫລາຍດັ່ງຝູງຕັກແຕນ.
ຈົ່ງຟັງເລື່ອງນີ້ບັນດາທຸກຊົນຊາດເອີຍ ຈົ່ງຟັງເລື່ອງນີ້ທຸກຄົນ ທັງທຸກສິ່ງທີ່ແຜ່ນດິນໂລກ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈະເປັນພະຍານຕໍ່ສູ້ພວກເຈົ້າໃດ ອົງພຣະຜູ້ເປັນເຈົ້າຈາກພຣະວິຫານທີ່ບໍຣິສຸດຂອງພຣະອົງ.
ພູເຂົາທັງຫລາຍເອີຍ ເຈົ້າຊຶ່ງເປັນຮາກຖານອັນຕະຫລອດໄປຂອງແຜ່ນດິນໂລກນີ້ ຈົ່ງຟັງຄະດີຂອງພຣະເຈົ້າຢາເວເຖີດ ພຣະເຈົ້າຢາເວມີຄະດີຕໍ່ສູ້ປະຊາຊົນຂອງພຣະອົງ. ພຣະອົງກຳລັງກ່າວໂທດຕໍ່ສູ້ປະຊາຊົນອິດສະຣາເອນ.
ການຢຳເກງພຣະເຈົ້າຢາເວເປັນການສະຫລາດ. ພຣະອົງຮ້ອງໃສ່ເມືອງນັ້ນວ່າ, “ຈົ່ງຟັງເທີ້ນ ພວກເຈົ້າປະຊາຊົນທີ່ປະຊຸມກັນຢູ່ໃນເມືອງ
ເມື່ອພຣະເຈົ້າຢາເວຈະປາກົດຢູ່ເທິງປະຊາຊົນຂອງຕົນ ພຣະອົງຈະຍິງລູກທະນູດັ່ງສາຍຟ້າແມບເຫລື້ອມ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈະເປົ່າແກປຸກ ພຣະອົງຈະຍົກທັບມາໃນພະຍຸຈາກທິດໃຕ້.
ແຕ່ຕາຂອງພວກເຈົ້າກໍເປັນສຸກ ເພາະພວກເຈົ້າໄດ້ເຫັນ ແລະຫູຂອງພວກເຈົ້າກໍເປັນສຸກເພາະໄດ້ຍິນ.
ຜູ້ໃດມີຫູຟັງ ຈົ່ງຟັງເອົາ.”