Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 18:2 - ພຣະຄຳພີສັກສິ

2 ຈາກ​ດິນແດນ​ນັ້ນ ພວກ​ອັກຄະຣາຊທູດ​ຂີ່​ເຮືອ​ທີ່​ເຮັດ​ດ້ວຍ​ກົກອໍ້ ລ່ອງ​ໄປ​ຕາມ​ແມ່ນໍ້ານິນ. ບັນດາ​ຜູ້​ສົ່ງຂ່າວ​ທີ່​ວ່ອງໄວ​ເອີຍ ຈົ່ງ​ກັບ​ເມືອ​ສາ​ເຖີດ ຈົ່ງ​ນຳ​ຂ່າວ​ຄືນ​ເມືອ​ສູ່​ດິນແດນ​ຂອງ​ພວກເຈົ້າ​ທີ່​ມີ​ແມ່ນໍ້າ​ທັງຫລາຍ​ແບ່ງ​ແຍກ, ສູ່​ຊົນຊາດ​ທີ່​ເຂັ້ມແຂງ ແລະ​ມີ​ອຳນາດ​ຂອງ​ພວກເຈົ້າ, ສູ່​ປະຊາຊົນ​ທີ່​ມີ​ຮູບຮ່າງ​ໃຫຍ່ ແລະ​ຜິວພັນ​ກ້ຽງໃສ​ດີ​ຂອງ​ພວກເຈົ້າ ຄື​ພວກ​ທີ່​ຄົນ​ທັງໂລກ​ຢ້ານກົວ.

Uka jalj uñjjattʼäta Copia luraña




ເອຊາຢາ 18:2
14 Jak'a apnaqawi uñst'ayäwi  

ມີ​ຊາວ​ເອທີໂອເປຍ​ຜູ້ໜຶ່ງ​ຊື່​ວ່າ ເຊຣາ; ລາວ​ໄດ້​ຮຸກຮານ​ຢູດາຍ ໂດຍ​ໄດ້​ນຳ​ກອງທັບ​ທີ່​ມີ​ທະຫານ​ໜຶ່ງ​ລ້ານ​ຄົນ​ພ້ອມ​ທັງ​ລົດຮົບ​ສາມຮ້ອຍ​ຄັນ ແລະ​ໄດ້​ບຸກໜ້າ​ມາ​ຮອດ​ເມືອງ​ມາເຣຊາ.


ຊາວ​ເອທີໂອເປຍ​ແລະ​ຊາວ​ລີເບຍ​ມີ​ກອງທັບ​ອັນ​ໃຫຍ່ໂຕ ພ້ອມ​ທັງ​ລົດຮົບ​ເປັນ​ຈຳນວນ​ຫລວງຫລາຍ ບໍ່ແມ່ນ​ບໍ? ແຕ່​ຍ້ອນ​ທ່ານ​ໄດ້​ເພິ່ງ​ພຣະເຈົ້າຢາເວ ພຣະອົງ​ຈຶ່ງ​ໃຫ້​ທ່ານ​ໄດ້​ມີ​ໄຊຊະນະ​ເໜືອ​ພວກເຂົາ.


ຊີວິດ​ຂ້ອຍ​ຜ່ານ​ໄປ​ໄວ ດັ່ງ​ຖືກ​ລົມ​ພັດ​ເຮືອໃບ ໄວກວ່າ​ນົກອິນຊີ​ເຈີດ​ລົງ​ຂຸບ​ກິນ​ກະຕ່າຍ.


ແຕ່​ເມື່ອ​ນາງ​ເຊື່ອງ​ລູກຊາຍ​ນັ້ນ​ໄວ້​ບໍ່ໄດ້​ອີກ​ຕໍ່ໄປ. ສະນັ້ນ ນາງ​ຈຶ່ງ​ເອົາ​ໄມ້ອໍ້​ມາ​ເຮັດ​ເປັນ​ອູ່ ແລະ​ທາ​ດ້ວຍ​ຢາງໄມ້​ເພື່ອ​ໃຫ້​ມັນ​ຟູ. ນາງ​ເອົາ​ລູກ​ວາງ​ນອນ​ລົງ​ໃນ​ອູ່​ນັ້ນ ແລ້ວ​ນາງ​ກໍໄດ້​ນຳ​ອູ່​ນັ້ນ​ໄປ​ປະ​ໄວ້​ທີ່​ແຄມ​ແມ່ນໍ້ານິນ ບ່ອນ​ທີ່​ມີ​ກໍ​ຫຍ້າອໍ້​ແຄມ​ຕາຝັ່ງ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ຮັບ​ເອົາ​ເຄື່ອງ​ຖວາຍ ຈາກ​ດິນແດນ​ທີ່​ຖືກ​ແບ່ງແຍກ​ດ້ວຍ​ແມ່ນໍ້າ​ທັງຫລາຍ​ນີ້, ຈາກ​ຊົນຊາດ​ທີ່​ເຂັ້ມແຂງ ແລະ​ມີ​ອຳນາດ​ນີ້, ຈາກ​ປະຊາຊົນ​ທີ່​ມີ​ຮູບຮ່າງ​ສູງ ແລະ​ມີ​ຜິວພັນ​ກ້ຽງໃສ​ນີ້ ຊຶ່ງ​ຄົນ​ທັງ​ໂລກ​ຢ້ານກົວ​ພວກເຂົາ. ພວກເຂົາ​ຈະ​ມາ​ທີ່​ພູເຂົາ​ຊີໂອນ ຊຶ່ງ​ເປັນ​ບ່ອນຢູ່​ແຫ່ງ​ນາມຊື່​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


ຂ້າພະເຈົ້າ​ກ່າວ​ວ່າ, “ເອໂດມ​ເອີຍ ຂ້ອຍ​ໄດ້​ຮັບ​ຖ້ອຍຄຳ​ຈາກ​ພຣະເຈົ້າຢາເວ. ພຣະອົງ​ໄດ້​ສົ່ງ​ຖ້ອຍຄຳ​ມາ​ບອກ​ຊົນຊາດ​ທັງຫລາຍ ເພື່ອ​ຮວບຮວມ​ກອງທັບ​ຂອງ​ພວກເຂົາ​ໃຫ້​ຕຽມພ້ອມ​ໂຈມຕີ​ເຈົ້າ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ແລະ​ເມື່ອ​ປະເທດ​ເອຢິບ​ຖືກ​ທຳລາຍ​ແລ້ວ ເຮົາ​ຈະ​ສົ່ງ​ຄະນະ​ຜູ້ນຳຂ່າວ​ລົງ​ເຮືອ​ໄປ​ປຸກປັ່ນ​ປະຊາຊົນ​ເອທີໂອເປຍ ໃຫ້​ມີ​ຄວາມ​ປອດໄພ​ອັນ​ຈອມປອມ ແລະ​ພວກເຂົາ​ກໍ​ຈະ​ສະທ້ານ​ຢ້ານກົວ​ໃຫຍ່. ວັນ​ນັ້ນ​ໃກ້​ເຂົ້າ​ມາ​ສາ​ແລ້ວ.”


ຕໍ່ໄປນີ້​ແມ່ນ​ຄຳທຳນວາຍ​ຂອງ​ໂອບາດີຢາ ຄື​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ເຖິງ​ຊົນຊາດ​ເອໂດມ. ແລະ​ສົ່ງ​ຜູ້ນຳຂ່າວ​ໄປ​ຍັງ​ຊົນຊາດ​ທັງຫລາຍ ພວກເຮົາ​ກໍ​ໄດ້​ຍິນ​ຖ້ອຍຄຳ​ຂອງ​ພຣະອົງ​ດັ່ງນີ້: ພວກເຂົາ​ກ່າວ​ແກ່​ກັນແລະກັນ​ວ່າ, “ຈົ່ງ​ຕຽມພ້ອມ ໃຫ້​ພວກເຮົາ​ໄປ​ເຮັດ​ເສິກ​ຕໍ່ສູ້​ເອໂດມ​ເທາະ.”


ພວກເຂົາ​ສ້າງ​ຄວາມ​ຢ້ານກົວ​ແລະ​ຄວາມ​ສັບສົນ​ວຸ້ນວາຍ​ຂຶ້ນ ໂດຍ​ເປັນ​ຜູ້​ອອກ​ກົດໝາຍ​ແລະ​ໃຊ້​ກົດໝາຍ​ເອງ.


ເບິ່ງແມ! ເຮົາ​ໄດ້​ໃຫ້​ພວກເຈົ້າ​ມີ​ສິດ​ອຳນາດ​ຢຽບ​ງູ ແລະ​ແມງງອດ ແລະ​ໃຫ້​ມີ​ຣິດອຳນາດ​ເໜືອ​ກຳລັງ​ຂອງ​ສັດຕູ ແລະ​ບໍ່ມີ​ສິ່ງໃດ ຈະ​ເຮັດ​ອັນຕະລາຍ​ແກ່​ພວກເຈົ້າ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka