1 ທີ່ຟາກແມ່ນໍ້າຂອງປະເທດເອທີໂອເປຍໄປພຸ້ນ ມີດິນແດນແຫ່ງໜຶ່ງທີ່ໄດ້ຍິນແຕ່ສຽງຂອງປີກພືພັບ.
ຂ່າວໄດ້ຊ່າລືໄປເຖິງຫູຊາວອັດຊີເຣຍວ່າ ກອງທັບປະເທດເອຢິບກຳລັງມາໂຈມຕີພວກເຂົາ ຊຶ່ງນຳໂດຍກະສັດຕີຮາກາແຫ່ງເອທີໂອເປຍ. ເມື່ອກະສັດໄດ້ຍິນເຖິງຂ່າວນີ້ ເພິ່ນຈຶ່ງສົ່ງຈົດໝາຍໄປບອກກະສັດເຮເຊກີຢາແຫ່ງຢູດາຍວ່າ,
ຂໍຊົງໂຜດຄຸ້ມຄອງຂ້ານ້ອຍໄວ້ດັ່ງແກ້ວຕາຂອງພຣະອົງ ຂໍຊົງໂຜດປົກບັງຂ້ານ້ອຍໄວ້ໃຕ້ຮົ່ມປີກຂອງພຣະອົງ ແລະຊົງປົກປ້ອງຂ້ານ້ອຍໄວ້ຈາກການໂຈມຕີຂອງຄົນຊົ່ວຮ້າຍດ້ວຍ.
ຂ້າແດ່ພຣະເຈົ້າ ຄວາມຮັກອັນໝັ້ນຄົງຂອງພຣະອົງນັ້ນກໍປະເສີດຍິ່ງ ມະນຸດພົບພໍ້ ການຄຸ້ມຄອງໃຕ້ຮົ່ມປີກຂອງພຣະອົງ.
ຂ້າແດ່ພຣະເຈົ້າ ຂໍຊົງໂຜດເມດຕາແລະອີດູແດ່ ເພາະມາເພິ່ງຄວາມປອດໄພໃນພຣະອົງ. ຢູ່ໃຕ້ປີກຂອງພຣະອົງນັ້ນຂ້ານ້ອຍໄດ້ພົບຄວາມຄຸ້ມຄອງ ຈົນກວ່າລົມພະຍຸຮ້າຍຜ່ານພົ້ນໄປແລ້ວ.
ຊົ່ວຊີວິດຂອງຂ້ານ້ອຍນີ້ ຂໍຊົງໂຜດໃຫ້ໄດ້ຢູ່ໃນພຣະວິຫານຂອງພຣະອົງ ຂໍໃຫ້ຂ້ານ້ອຍໄດ້ພົບທີ່ປອດໄພໃຕ້ຮົ່ມປີກຂອງພຣະອົງດ້ວຍ.
ເພາະພຣະອົງເປັນພຣະຜູ້ໂຜດຊ່ວຍສະເໝີມາ ຂ້ານ້ອຍຈຶ່ງຮ້ອງເພງຍິນດີໃຕ້ຮົ່ມປີກຂອງພຣະເຈົ້າ.
ພຣະອົງຈະປົກຕຸ້ມເຈົ້າໄວ້ດ້ວຍປີກຂອງພຣະອົງ ແລະເຈົ້າຈະປອດໄພເພາະພຣະອົງຮັກສາໄວ້. ຄວາມສັດຊື່ຂອງພຣະອົງນັ້ນຈະປົກປ້ອງຄຸ້ມຄອງ ແລະທັງຈະປ້ອງກັນຮັກສາເຈົ້າໄວ້ດ້ວຍ.
ເຄາະກຳເປັນຂອງພວກເຈົ້າສາແລ້ວ ພວກທີ່ໄປຂໍໃຫ້ເອຢິບຊ່ວຍເຫລືອ. ພວກເຂົາເພິ່ງພາອາໄສກຳລັງທາງທະຫານອັນເຂັ້ມແຂງຂອງເອຢິບຄື: ຝູງມ້າ, ລົດຮົບ ແລະທະຫານ, ແຕ່ພວກເຂົາບໍ່ໄດ້ເພິ່ງພາອາໄສອົງພຣະຜູ້ເປັນເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ ຫລືຂໍໃຫ້ພຣະອົງຊ່ວຍເຫລືອ.
ພວກອັດຊີເຣຍໄດ້ຂ່າວວ່າກອງທັບເອຢິບ ນຳໂດຍກະສັດຕີຣາກາແຫ່ງເອທີໂອເປຍ ກຳລັງຍົກທັບມາໂຈມຕີພວກຕົນ. ເມື່ອໄດ້ຍິນເຊັ່ນນີ້ ກະສັດຈຶ່ງສົ່ງຂໍ້ຄວາມສະບັບໜຶ່ງໄປຫາກະສັດເຮເຊກີຢາແຫ່ງຢູດາຍ ໂດຍບອກວ່າ,
ພຣະເຈົ້າຢາເວກ່າວວ່າ, “ສົມບັດຂອງປະເທດເອຢິບກັບປະເທດເອທີໂອເປຍຈະເປັນຂອງເຈົ້າ ຄົນໃຫຍ່ສູງແຫ່ງເສບາກໍຈະເປັນທາດຮັບໃຊ້ເຈົ້າຄືກັນ ພວກເຂົາຈະຍ່າງຕາມເຈົ້າໄປໂດຍຖືກລ່າມໂສ້ພ້ອມ. ພວກເຂົາຈະກົ້ມຂາບເຈົ້າ ແລະທັງສາລະພາບວ່າ ‘ພຣະເຈົ້າຢູ່ນຳເຈົ້າ ເປັນພຣະເຈົ້າແຕ່ອົງດຽວ.
ເມື່ອວັນນັ້ນມາເຖິງ ແລະເມື່ອປະເທດເອຢິບຖືກທຳລາຍແລ້ວ ເຮົາຈະສົ່ງຄະນະຜູ້ນຳຂ່າວລົງເຮືອໄປປຸກປັ່ນປະຊາຊົນເອທີໂອເປຍ ໃຫ້ມີຄວາມປອດໄພອັນຈອມປອມ ແລະພວກເຂົາກໍຈະສະທ້ານຢ້ານກົວໃຫຍ່. ວັນນັ້ນໃກ້ເຂົ້າມາສາແລ້ວ.”
ພຣະອົງຍັງຈະສັງຫານປະຊາຊົນຊາວເອທິໂອເປຍ ຄືກັນ.
ແມ່ນແຕ່ຈາກທີ່ຫ່າງໄກສຸດຂອງເອທິໂອເປຍ ຄືປະຊາຊົນທີ່ເຮົາໄດ້ກະຈັດກະຈາຍໄປນັ້ນ ພວກເຂົາກໍຈະນຳເຄື່ອງມາຖວາຍແກ່ເຮົາ.
“ໂອ ເຢຣູຊາເລັມ ເຢຣູຊາເລັມເອີຍ ເຈົ້າຂ້າບັນດາຜູ້ທຳນວາຍ ເອົາຫີນແກວ່ງໃສ່ພວກຜູ້ທຳນວາຍທີ່ໃຊ້ມາຫາເຈົ້າ ຫລາຍເທື່ອແລ້ວເຮົາຢາກຈະຮວບຮວມເອົາປະຊາຊົນທັງໝົດຂອງເຈົ້າໄວ້ ເໝືອນດັ່ງແມ່ໄກ່ຮວບຮວມລູກຂອງຕົນໄວ້ໃຕ້ປີກ ແຕ່ເຈົ້າບໍ່ຍິນຍອມ.
ຂໍໃຫ້ພຣະເຈົ້າຢາເວຕອບແທນຄຸນງາມຄວາມດີທີ່ເຈົ້າໄດ້ສ້າງມານັ້ນເຖີດ. ຂໍໃຫ້ເຈົ້າໄດ້ຮັບບຳເໜັດອັນລົ້ນເຫລືອຈາກພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ອົງທີ່ເຈົ້າມາເພິ່ງພາອາໄສນີ້ເທີ້ນ.”