9 ເມື່ອວັນນັ້ນມາເຖິງ ເມືອງທີ່ປ້ອງກັນດີທີ່ສຸດຈະເປົ່າຮ້າງຫວ່າງຄົນ ແລະປະໃຫ້ເພພັງດັ່ງເມືອງຂອງຊາວຮີວີແລະຊາວອາໂມ ທີ່ໄດ້ຖືກປະຖິ້ມໄປ ເມື່ອພວກເຂົາປົບໜີຈາກປະຊາຊົນອິດສະຣາເອນ.
ຊາດອິດສະຣາເອນເອີຍ ພວກເຈົ້າໄດ້ລືມໄລພຣະເຈົ້າຂອງເຈົ້າ ຜູ້ໄດ້ຊ່ວຍກູ້ເອົາແລະປ້ອງກັນພວກເຈົ້າໄວ້ດັ່ງໂງ່ນຫີນທີ່ແຂງແກ່ນ. ແຕ່ພວກເຈົ້າພັດໄດ້ເຮັດສວນສັກສິດ ເພື່ອຂາບໄຫວ້ພະຕ່າງຊາດ.
ພວກເຂົາຈະບໍ່ເພິ່ງພາອາໄສແທ່ນບູຊາ ທີ່ພວກເຂົາໄດ້ເຮັດດ້ວຍມືຂອງເຂົາເອງ ຫລືໄວ້ວາງໃຈໃນສີມືຂອງຕົນເອງອີກຕໍ່ໄປ ເຊັ່ນ: ຮູບເຈົ້າແມ່ອາເຊຣາແລະແທ່ນເຜົາເຄື່ອງຫອມບູຊາຕ່າງໆ.
ເມືອງທີ່ມີປ້ອມປ້ອງກັນກໍຮົກຮ້າງເພພັງ ຂາດຄົນຢູ່ອາໄສດັ່ງຖິ່ນແຫ້ງແລ້ງກັນດານອັນເປົ່າແປນ. ມັນກາຍເປັນທົ່ງທີ່ສັດພັກຜ່ອນແລະເລາະກິນຫຍ້າ.
ສົງຄາມຈຶ່ງຈະເກີດຂຶ້ນກັບປະຊາຊົນຂອງພວກເຈົ້າ ແລະປ້ອມທັງໝົດຂອງພວກເຈົ້າກໍຈະຖືກທຳລາຍລົງ. ມັນຈະເປັນດັ່ງວັນທີ່ກະສັດຊັນມານ ໄດ້ທຳລາຍເມືອງເບັດອາກເບັນໃນສະໜາມຮົບ ຈົນບັນດາຜູ້ເປັນແມ່ແລະລູກໆຖືກຢຽບຕາຍໝົດກ້ຽງ.
ບ່ອນສູງທັງຫລາຍຂອງອີຊາກຈະຖືກທຳລາຍລົງ. ບ່ອນສັກສິດຂອງຊາວອິດສະຣາເອນຈະຖືກປະໃຫ້ຮົກຮ້າງເພພັງ. ເຮົາຈະໃຫ້ເຊື້ອວົງຂອງກະສັດເຢໂຣໂບອາມດັບສິ້ນໄປ.”
ເຮົາຈະທຳລາຍເມືອງທັງຫລາຍໃນດິນແດນຂອງພວກເຈົ້າ ແລະທັບມ້າງຄ້າຍປ້ອງກັນທັງໝົດຂອງພວກເຈົ້າ.
ເຫດການນີ້ຈະເກີດຂຶ້ນເພາະພວກເຈົ້າໄດ້ເຮັດຊົ່ວ ຕາມກະສັດອົມຣີ ແລະກະສັດອາຮາບລູກຊາຍຂອງເພິ່ນ. ພວກເຈົ້າໄດ້ສືບຕໍ່ເຮັດຕາມກົດເກນຕ່າງໆຂອງພວກເຂົາ; ເພາະສະນັ້ນ ເຮົາຈຶ່ງຈະນຳພວກເຈົ້າໄປສູ່ຄວາມຈິບຫາຍ ແລະທຸກຄົນຈະດູຖູກພວກເຈົ້າ. ປະຊາຊົນ ທຸກບ່ອນຈະເຮັດຕໍ່ພວກເຈົ້າດ້ວຍຄວາມຫຍໍ້ຫຍັນ.”
ແຕ່ແຜ່ນດິນໂລກຈະກາຍເປັນຖິ່ນແຫ້ງແລ້ງກັນດານ ຍ້ອນຄວາມຊົ່ວຂອງຄົນທີ່ອາໄສຢູ່ໃນທີ່ນັ້ນ.