ເອຊາຢາ 17:8 - ພຣະຄຳພີສັກສິ8 ພວກເຂົາຈະບໍ່ເພິ່ງພາອາໄສແທ່ນບູຊາ ທີ່ພວກເຂົາໄດ້ເຮັດດ້ວຍມືຂອງເຂົາເອງ ຫລືໄວ້ວາງໃຈໃນສີມືຂອງຕົນເອງອີກຕໍ່ໄປ ເຊັ່ນ: ຮູບເຈົ້າແມ່ອາເຊຣາແລະແທ່ນເຜົາເຄື່ອງຫອມບູຊາຕ່າງໆ. Uka jalj uñjjattʼäta |
ຫລັງຈາກເທດສະການສະຫລອງສິ້ນສຸດລົງແລ້ວ ປະຊາຊົນອິດສະຣາເອນທັງໝົດໄດ້ໄປທີ່ເມືອງຕ່າງໆໃນຢູດາຍ ແລະໄດ້ທັບເສົາຫີນ, ຟັນສັນຍາລັກຂອງເຈົ້າແມ່ອາເຊຣາ ແລະທຳລາຍແທ່ນບູຊາພ້ອມທັງບ່ອນຂາບໄຫວ້ອື່ນໆຖິ້ມໝົດ. ຕາມເມືອງຕ່າງໆຂອງຢູດາຍ ແລະເຂດແດນຕ່າງໆຂອງເຜົ່າເບັນຢາມິນ, ເອຟຣາອິມ ແລະມານາເຊ ພວກເຂົາກໍໄດ້ເຮັດຄືກັນ; ແລ້ວພວກເຂົາກໍແຍກຍ້າຍກັນກັບຄືນເມືອເຮືອນຂອງໃຜລາວ.
ໂດຍພາຍໃຕ້ການຊີ້ນຳຂອງກະສັດ ຄົນຂອງເພິ່ນໄດ້ທຳລາຍແທ່ນບູຊາທັງໝົດ ທີ່ເປັນບ່ອນຂາບໄຫວ້ພະບາອານຈົນໝຸ່ນທະລາຍ ແລະຮື້ແທ່ນເຜົາເຄື່ອງຫອມທີ່ຢູ່ໃກ້ນັ້ນລົງ. ພວກເຂົາໄດ້ບົດໃຫ້ໝຸ່ນຄື: ຮູບເຈົ້າແມ່ອາເຊຣາແລະຮູບເຄົາຣົບອື່ນໆທັງໝົດ; ແລ້ວກໍໂຮຍຂີ້ຝຸ່ນນັ້ນໃສ່ເທິງຂຸມຝັງສົບຂອງຄົນທີ່ຖືກເຜົາບູຊາໃຫ້ພະເຫຼົ່ານັ້ນ.