Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 17:6 - ພຣະຄຳພີສັກສິ

6 ມີ​ພຽງ​ໜ້ອຍຄົນ​ເທົ່ານັ້ນ​ທີ່​ລອດຊີວິດ​ຢູ່ ແລະ​ຊາດ​ອິດສະຣາເອນ​ຈະ​ເປັນ​ດັ່ງ​ກົກ​ໝາກກອກເທດ ຊຶ່ງ​ໝາກ​ໃນ​ຕົ້ນ​ຖືກ​ປິດ​ເອົາໄປ​ໝົດ ເວັ້ນໄວ້​ແຕ່​ສອງ​ຫລື​ສາມ​ໝາກ​ທີ່​ຢູ່​ປາຍ​ກົກ​ເທົ່ານັ້ນ ຫລື​ບາງ​ໜ່ວຍ​ທີ່​ເຫຼືອ​ຢູ່​ລຸ່ມ​ງ່າ.” ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ດັ່ງນີ້ແຫລະ.

Uka jalj uñjjattʼäta Copia luraña




ເອຊາຢາ 17:6
16 Jak'a apnaqawi uñst'ayäwi  

ແຕ່​ຢ່າງໃດ​ກໍຕາມ ເຮົາ​ຈະ​ໃຫ້​ມີ​ເຈັດພັນ​ຄົນ ມີ​ຊີວິດ​ຢູ່​ໃນ​ອິດສະຣາເອນ ຄື​ພວກ​ທີ່​ສັດຊື່​ຕໍ່​ເຮົາ ແລະ​ບໍ່ໄດ້​ຂາບໄຫວ້​ພະບາອານ ຫລື​ຈູບ​ຮູບເຄົາຣົບ​ຂອງ​ມັນ.”


ຖ້າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ບໍ່ໄດ້​ໂຜດ​ບາງຄົນ​ໃຫ້​ລອດຊີວິດ​ຢູ່​ແລ້ວ ນະຄອນ​ເຢຣູຊາເລັມ​ກໍ​ຈະ​ຖືກ​ທຳລາຍ​ກ້ຽງ​ດັ່ງ​ເມືອງ​ໂຊໂດມ​ແລະ​ໂກໂມຣາ.


ເຖິງ​ແມ່ນ​ວ່າ​ດຽວ​ນີ້ ປະຊາຊົນ​ອິດສະຣາເອນ​ມີ​ຢູ່​ຢ່າງ​ຫລວງຫລາຍ ດັ່ງ​ເມັດຊາຍ​ທີ່​ຝັ່ງ​ທະເລ​ກໍຕາມ, ແຕ່​ກໍ​ມີ​ໜ້ອຍຄົນ​ເທົ່ານັ້ນ​ທີ່​ຈະ​ກັບຄືນ​ມາ. ພຣະເຈົ້າ​ໄດ້​ສະສົມ​ຄວາມ​ຈິບຫາຍ​ໄວ້​ໃຫ້​ປະຊາຊົນ​ເຫຼົ່ານີ້ ແລະ​ພວກເຂົາ​ກໍ​ສົມຄວນ​ແລ້ວ ທີ່​ຈະ​ໄດ້​ຮັບ​ຄວາມ​ຈິບຫາຍ​ນັ້ນ​ຢ່າງ​ເຕັມ​ສ່ວນ.


ສິ່ງ​ນີ້ແຫລະ ຈະ​ເກີດຂຶ້ນ​ກັບ​ທຸກໆ​ຊາດ​ທົ່ວ​ໂລກນີ້. ຈະ​ເປັນ​ດັ່ງ​ຕອນ​ທີ່​ສິ້ນສຸດ​ຂອງ​ລະດູ​ເກັບກ່ຽວ ເມື່ອ​ເຂົາ​ສັ່ນ​ເອົາ​ໝາກກອກເທດ​ໃນ​ທຸກ​ກົກ ແລະ​ເກັບ​ເອົາ​ພົ້ວ​ໝາກອະງຸ່ນ​ໃນ​ທຸກ​ຕົ້ນ.


ໃນ​ວັນ​ນັ້ນ ຕັ້ງແຕ່​ແມ່ນໍ້າ​ເອີຟຣັດ​ຈົນຮອດ​ຊາຍແດນ​ຂອງ​ປະເທດ​ເອຢິບ ພຣະເຈົ້າຢາເວ​ຈະ​ເຕົ້າໂຮມ​ປະຊາຊົນ​ຂອງ​ພຣະອົງ​ແຕ່ລະຄົນ​ດັ່ງ​ຝັດ​ແກບ​ອອກ​ຈາກ​ເມັດ​ເຂົ້າ.


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ ແຜ່ນດິນ​ໂລກ​ທັງໝົດ​ຈະ​ກາຍເປັນ​ບ່ອນ​ຮົກຮ້າງ​ຫວ່າງເປົ່າ ແຕ່​ພຣະອົງ​ຈະ​ບໍ່​ທຳລາຍ​ແຜ່ນດິນ​ໂລກ​ໃຫ້​ຈົນກ້ຽງ.)


ເຮົາ​ຈະ​ເທ​ພຣະວິນຍານ​ຂອງເຮົາ​ລົງ​ມາ​ເທິງ​ປະຊາຊົນ​ອິດສະຣາເອນ ແລະ​ເຮົາ​ກໍ​ຈະ​ບໍ່​ຫັນ​ໜີໄປ​ຈາກ​ພວກເຂົາ​ຈັກເທື່ອ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


“ເມື່ອ​ພວກ​ຂີ້ລັກ​ມາ​ໃນ​ຕອນ​ກາງຄືນ ພວກເຂົາ​ກໍ​ລັກ​ເອົາ​ສິ່ງ​ທີ່​ພວກເຂົາ​ຕ້ອງການ​ເທົ່ານັ້ນ. ເມື່ອ​ເກັບ​ໝາກອະງຸ່ນ​ຄົນ​ກໍ​ປະ​ໄວ້​ພຽງ​ໜ້ອຍດຽວ ແຕ່​ສັດຕູ​ຂອງ​ເຈົ້າ ໄດ້​ກຳຈັດ​ເຈົ້າ​ໃຫ້​ໝົດກ້ຽງ.


ໝົດຫວັງ​ສາ​ແລ້ວ ຂ້າພະເຈົ້າ​ເປັນ​ດັ່ງ​ຄົນ​ອຶດຫິວ​ຜູ້ໜຶ່ງ ທີ່​ຫາ​ໝາກໄມ້​ລະດູ​ຮ້ອນ​ກິນ ແຕ່​ບໍ່​ພົບ ແລະ​ໝາກອະງຸ່ນ​ໃນ​ສວນ​ກໍ​ບໍ່ມີ​ເລີຍ. ໝາກອະງຸ່ນ​ແລະ​ໝາກເດື່ອ​ໄດ້​ຖືກ​ເກັບ​ໄປ​ໝົດ​ສາ​ແລ້ວ.


ແລ້ວ​ພວກ​ອິດສະຣາເອນ​ທັງໝົດ ກໍ​ຈະ​ຖືກ​ຊ່ວຍ​ໃຫ້​ພົ້ນ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະ​ຜູ້ໂຜດຊ່ວຍ​ໃຫ້​ພົ້ນ ຈະ​ມາ​ຈາກ​ພູເຂົາ​ຊີໂອນ ແລະ​ກຳຈັດ​ຄວາມ​ຊົ່ວຊ້າ​ອະທຳ​ອອກ​ຈາກ​ເຊື້ອສາຍ​ຂອງ​ຢາໂຄບ.”


ເອຊາຢາ​ປະກາດ​ກ່ຽວກັບ​ຊາດ​ອິດສະຣາເອນ​ວ່າ, “ເຖິງ​ແມ່ນ​ລູກ​ຂອງ​ຊາວ​ອິດສະຣາເອນ​ຈະ​ມີ​ຫລາຍ​ດັ່ງ​ເມັດ​ຊາຍ​ທີ່​ແຄມ​ທະເລ ແຕ່​ມີ​ໜ້ອຍ​ຄົນ​ຈະ​ໄດ້​ພົ້ນ,


ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຈົ້າ ກະຈັດ​ກະຈາຍ​ໄປ​ຢູ່​ໃນ​ຊົນຊາດ​ອື່ນໆ ບ່ອນ​ທີ່​ພວກເຈົ້າ​ພຽງແຕ່​ໜ້ອຍ​ຄົນ​ເທົ່ານັ້ນ​ຈະ​ຍັງ​ມີ​ຊີວິດ​ຢູ່.


ແຕ່​ກີເດໂອນ​ຕອບ​ພວກເຂົາ​ວ່າ, “ສິ່ງ​ທີ່​ຂ້ອຍ​ໄດ້​ເຮັດ​ມາ​ນັ້ນ​ບໍ່​ມີ​ຫຍັງ​ໝົດ ເມື່ອ​ປຽບທຽບ​ໃສ່​ກັບ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ. ແມ່ນແຕ່​ສິ່ງ​ເລັກນ້ອຍ​ທີ່​ຊາວ​ເອຟຣາອິມ​ໄດ້​ເຮັດ ກໍ​ມີ​ຄຸນຄ່າ​ກວ່າ​ສິ່ງ​ທັງໝົດ​ທີ່​ຕະກຸນ​ຂອງຂ້ອຍ​ໄດ້​ເຮັດ​ມາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka