5 ຊາດອິດສະຣາເອນຈະເປັນດັ່ງທົ່ງນາທີ່ຖືກຄົນເກັບກ່ຽວເອົາເຂົ້າໄປ ຄືເປົ່າປ່ຽວດັ່ງທົ່ງນາໃນຮ່ອມພູເຣຟາອິມທີ່ຖືກເກັບກ່ຽວເອົາເຂົ້າໄປໝົດ.
ຝ່າຍພວກຟີລິດສະຕິນກໍໄດ້ມາຮອດຮ່ອມພູເຣຟາອິມ ແລະຢຶດເອົາບ່ອນນີ້ໄວ້.
ແລ້ວພວກຟີລິດສະຕິນກໍກັບຄືນມາສູ່ຮ່ອມພູເຣຟາອິມ ແລະຢຶດເອົາບ່ອນນັ້ນໄວ້ອີກ.
ຈົ່ງຕັດຫຍ້າທີ່ທົ່ງ ແລະຕັດຫຍ້າແຫ້ງທີ່ເນີນພູໃນຂະນະທີ່ຫຍ້າອ່ອນປົ່ງຂຶ້ນໃໝ່.
ແມ່ນວ່າດອກອັນງົດງາມເກີດມາແຕ່ເຊົ້າໆ ຍ້ອນພວກເຈົ້າປູກກໍດີ; ແຕ່ພວກເຈົ້າຈະບໍ່ໄດ້ເດັດດອກມາດົມ. ຄວາມເດືອດຮ້ອນແລະການເຈັບປວດ ທີ່ປິ່ນປົວບໍ່ດີແຕ່ເທົ່ານັ້ນຈະເກີດມີມາ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, “ໃນບໍ່ຊ້າ ສັດຕູກໍຈະຟັນແລະຢຽບຢໍ່າພວກເຂົາລົງ ດັ່ງຢຽບເມັດເຂົ້າຢູ່ທີ່ລານຟາດເຂົ້າ.”
ຊາກສົບຄົນຕາຍເດຍລະດາດຢູ່ທຸກບ່ອນ ດັ່ງກອງຝຸ່ນຖືກປະໄວ້ຕາມທ້ອງທົ່ງນານັ້ນ ດັ່ງຟ່ອນເຂົ້າຖືກຕັດປະໄວ້ທາງຫລັງຄົນເກັບກ່ຽວ ຊຶ່ງບໍ່ມີຜູ້ໃດຮິບໂຮມຟ່ອນເຂົ້າເຫຼົ່ານັ້ນໄວ້ເລີຍ. ສິ່ງນີ້ແຫລະ ທີ່ພຣະເຈົ້າຢາເວໄດ້ບອກໃຫ້ຂ້ານ້ອຍຟັງ ເພື່ອສັ່ງຂ້ານ້ອຍໄປເວົ້າໃຫ້ຄົນອື່ນຟັງຕໍ່.”
ສຳລັບພວກເຈົ້າທີ່ເປັນຊາວຢູດານັ້ນ ເຮົາໄດ້ກຳນົດເວລາເພື່ອລົງໂທດພວກເຈົ້າໄວ້ແລ້ວຄືກັນ ສຳລັບສິ່ງທີ່ພວກເຈົ້າກຳລັງເຮັດຢູ່ນັ້ນ.”
ຈົ່ງກ່ຽວພວກເຂົາດັ່ງກ່ຽວເຂົ້າໃນລະດູມັນສຸກ ຈົ່ງບີບພວກເຂົາດັ່ງບີບໝາກອະງຸ່ນເຖີດ ໃນເຄື່ອງບີບອະງຸ່ນທີ່ເຕັມລົ້ນຈົນໄຫລອອກມາ ເພາະວ່າພວກເຂົາຕ່າງກໍຊົ່ວຊ້າຫລາຍແທ້ໆ.”
ປະໃຫ້ມັນໃຫຍ່ຂຶ້ນນຳກັນ ຈົນກວ່າເຖິງລະດູເກັບກ່ຽວ ແລ້ວເຮົາກໍຈະສັ່ງໃຫ້ພວກຄົນງານເກັບກ່ຽວເຂົ້ານົກກ່ອນ ໂຮມເປັນມັດແລະເຜົາໄຟຖິ້ມເສຍ, ສ່ວນເຂົ້າດີນັ້ນໃຫ້ໂຮມໄວ້ໃສ່ເລົ້າຂອງເຮົາ.”’
ແລະຜ່ານຂຶ້ນໄປທາງຮ່ອມພູຮິນໂນມທາງເບື້ອງໃຕ້ຂອງເນີນພູ ບ່ອນທີ່ເຢຣູຊາເລັມເມືອງຂອງຊາວເຢບຸດໄດ້ຕັ້ງຢູ່. ແລ້ວຊາຍແດນນີ້ກໍເລີຍຂຶ້ນໄປຈົນເຖິງຍອດພູ ທາງທິດຕາເວັນຕົກຂອງຮ່ອມພູຮິນໂນມ ທີ່ສົ້ນເໜືອສຸດຂອງຮ່ອມພູເຣຟາອິມ.
ແລ້ວຊາຍແດນນີ້ກໍໄດ້ລົງໄປ ຈົນເຖິງຕີນພູບ່ອນທີ່ຫລຽວເຫັນພູຮິນໂນມ ທາງເໜືອສຸດຂອງຮ່ອມພູເຣຟາອິມ. ແລ້ວຊາຍແດນນີ້ກໍໄດ້ເລີຍໄປທາງໃຕ້ຜ່ານຮ່ອມພູຮິນໂນມ ທາງໃຕ້ສັນພູຂອງຊາວເຢບຸດໄປທາງເອນໂຣເກນ.