2 ເມືອງຕ່າງໆຂອງຊີເຣຍຈະເປົ່າຮ້າງຫວ່າງຄົນຕະຫລອດໄປ. ເມືອງເຫຼົ່ານັ້ນຈະເປັນທົ່ງຫຍ້າ ໃຫ້ຝູງແກະແລະຝູງງົວ ແລະຈະບໍ່ມີຜູ້ໃດໄລ່ພວກມັນໜີໄປ.
ເຈົ້າກໍບໍ່ຕ້ອງຢ້ານເຫຼົ່າສັດຕູອີກຕໍ່ໄປ; ແລະຈະມີຫລາຍຄົນໃຫ້ຄວາມຊ່ວຍເຫລືອເຈົ້າ.
ເມືອງທີ່ມີປ້ອມປ້ອງກັນກໍຮົກຮ້າງເພພັງ ຂາດຄົນຢູ່ອາໄສດັ່ງຖິ່ນແຫ້ງແລ້ງກັນດານອັນເປົ່າແປນ. ມັນກາຍເປັນທົ່ງທີ່ສັດພັກຜ່ອນແລະເລາະກິນຫຍ້າ.
ໃນເມືອງທີ່ຮົກຮ້າງເພພັງນັ້ນ ແກະນ້ອຍຈະມີຫຍ້າກິນ ແລະແບ້ນ້ອຍກໍຈະພົບທົ່ງຫຍ້າ.
ເມື່ອເວລານັ້ນມາເຖິງ ແມ່ນແຕ່ພໍ່ນາທີ່ມີງົວນ້ອຍພຽງໂຕດຽວແລະມີແບ້ພຽງສອງໂຕ
ກໍຈະໃຫ້ມີນໍ້ານົມກິນພຽງພໍກັບຄວາມຕ້ອງການ. ແມ່ນແລ້ວ ຄົນທີ່ລອດຊີວິດເຫຼືອຢູ່ພຽງເລັກນ້ອຍໃນປະເທດ ຈະໄດ້ກິນນໍ້ານົມແລະນໍ້າເຜິ້ງເປັນອາຫານ.
ພວກເຈົ້າຜູ້ທີ່ອາໄສຢູ່ໃນເມືອງອາໂຣເອເອີຍ ຈົ່ງຢືນລໍຢູ່ຕາມແຄມຖະໜົນຫົນທາງເຖີດ ຈົ່ງສອບຖາມພວກທີ່ກຳລັງແລ່ນປົບໜີໄປ ຈົ່ງສືບຖາມນຳພວກເຂົາວ່າມີຫຍັງໄດ້ເກີດຂຶ້ນ.
ຊາກສົບຕ່າງໆຈະກາຍເປັນອາຫານຂອງຝູງນົກ ແລະສັດປ່າທັງຫລາຍ ແລະຈະບໍ່ມີຜູ້ໃດໄລ່ມັນໜີໄປຈາກທີ່ນັ້ນ.
ເຮົາຈະປ່ຽນເມືອງຣັບບາໃຫ້ກາຍເປັນບ່ອນຮັກສາຝູງອູດ ແລະທົ່ວດິນແດນອຳໂມນໃຫ້ກາຍເປັນບ່ອນຮັກສາຝູງແກະ ກໍເພື່ອພວກເຈົ້າຈະໄດ້ຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.
ພວກເຂົາຈະຢູ່ຢ່າງປອດໄພໃນດິນແດນຂອງຕົນເອງອີກເທື່ອໜຶ່ງ ໂດຍບໍ່ມີຜູ້ໃດນາບຂູ່ພວກເຂົາອີກ ພວກເຂົາກໍຈະສາມາດລືມການທີ່ພວກເຂົາຖືກອັບອາຍຂາຍໜ້າ ເພາະການທໍລະຍົດຕໍ່ເຮົານັ້ນ.
ທຸກໆຄົນຈະຢູ່ນຳກັນຢ່າງສະຫງົບສຸກ ທ່າມກາງສວນອະງຸ່ນແລະຕົ້ນໝາກເດື່ອ ແລະບໍ່ມີຜູ້ໃດຈະເຮັດໃຫ້ພວກເຂົາຢ້ານກົວເລີຍ ປາກຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້ແຫຼະ.
ດິນແດນຂອງພວກເຈົ້າຕາມຊາຍທະເລຈະກາຍເປັນທົ່ງເປີດແປນ ທີ່ມີທັງຕູບຂອງພວກລ້ຽງແກະແລະຄອກແກະໃນທີ່ນັ້ນ.
ເຜົ່າກາດໄດ້ສ້າງປ້ອມລ້ອມກຳແພງເມືອງຂຶ້ນໃໝ່ໃນເມືອງຕ່າງໆ ດັ່ງນີ້: ດີໂບນ, ອາຕາໂຣດ, ອາໂຣເອ,
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ໄດ້ໃຫ້ພວກເຮົາຢຶດເອົາເມືອງຕ່າງໆ ຕັ້ງແຕ່ອາໂຣເອໄປ ດັ່ງນີ້: ເມືອງແຄມຮ່ອມພູອາກໂນນ ແລະເມືອງທີ່ຢູ່ທາງກາງຮ່ອມພູ, ຕະຫລອດທຸກເມືອງທີ່ຢູ່ຕາມທາງໄປສູ່ເຂດແດນກີເລອາດ. ບໍ່ມີເມືອງໃດທີ່ມີກຳແພງແໜ້ນໜາ ພໍທີ່ພວກເຮົາຈະຢຶດເອົາບໍ່ໄດ້.
“ເມື່ອພວກເຮົາຢຶດເອົາດິນແດນມາເປັນກຳມະສິດນັ້ນ ຂ້າພະເຈົ້າໄດ້ມອບໃຫ້ເຜົ່າຣູເບັນແລະກາດ ເຂດແດນທາງທິດເໜືອຂອງເມືອງອາໂຣເອໃກ້ກັບແມ່ນໍ້າອາກໂນນ ແລະເຄິ່ງໜຶ່ງຂອງເຂດເນີນພູກີເລອາດພ້ອມກັບເມືອງເລັກເມືອງນ້ອຍຕ່າງໆ.
ເຂດແດນຂອງພວກເຂົາຍາວອອກໄປຈົນເຖິງເມືອງອາໂຣເອ (ຢູ່ທີ່ແຄມຮ່ອມພູອາກໂນນ) ແລະໄປຈົນເຖິງເມືອງທີ່ຢູ່ກາງຮ່ອມພູຕະຫລອດທັງພູພຽງທັງໝົດ ທີ່ຢູ່ອ້ອມແອ້ມເມືອງເມເດບາ.
ເຂດແດນຂອງພວກເຂົານັ້ນ ມີດັ່ງນີ້: ຢາເຊແລະເມືອງທັງໝົດຕາມພູກີເລອາດ, ດິນແດນເຄິ່ງໜຶ່ງຂອງຊາວອຳໂມນໄປຈົນເຖິງເມືອງອາໂຣເອ ທີ່ຢູ່ທາງທິດຕາເວັນອອກຂອງຣັບບາ