14 ໃນຕອນແລງ ມັນນຳເອົາຄວາມຢ້ານກົວອັນໃຫຍ່ມາ; ແຕ່ພໍຕອນເຊົ້າມາມັນກໍໜີໄປ. ນີ້ແຫລະ ຄືຊາຕາກຳຂອງພວກນັກປຸ້ນດິນແດນຂອງພວກເຮົາ.
ນີ້ແມ່ນຖ້ອຍຄຳທີ່ເພິ່ນໄດ້ບອກໃຫ້ພວກເຂົາເວົ້າກັບເອຊາຢາ: “ວັນນີ້ ເປັນມື້ແຫ່ງຄວາມທົນທຸກ; ພວກຂ້າພະເຈົ້າຖືກລົງໂທດ ແລະຖືກອັບອາຍຂາຍໜ້າ. ພວກຂ້າພະເຈົ້າເປັນດັ່ງຍິງທີ່ກຳລັງຈະຄອດລູກ, ແຕ່ບໍ່ມີແຮງພໍເບັ່ງລູກອອກ.
ໃນຄືນນັ້ນ ເທວະດາຂອງພຣະເຈົ້າຢາເວໄດ້ລົງມາຂ້າທະຫານໜຶ່ງຮ້ອຍແປດສິບຫ້າພັນຄົນ ທີ່ຄ້າຍທະຫານອັດຊີເຣຍ. ຕື່ນເຊົ້າມື້ໃໝ່ມາ ໄດ້ມີຊາກສົບຢາຍເດຍລະດາດຢູ່ໃນທີ່ນັ້ນ.
ຊາຕາກຳຂອງບັນດາຄົນຊົ່ວກໍເປັນດັ່ງນີ້ແຫລະ ພຣະເຈົ້າໃຫ້ພວກເຂົາໄດ້ຮັບເຄາະກຳເຫຼົ່ານັ້ນ.”
ແຕ່ເມື່ອຂ້ອຍຍ່າງຜ່ານກາຍ ບໍ່ເຫັນລາວຢູ່ທີ່ນັ້ນອີກຕໍ່ໄປ ຂ້ອຍໄດ້ຊອກຫາລາວແຕ່ກໍບໍ່ພົບ.
ພຣະເຈົ້າຢາເວຈະເປັນຜູ້ໂຕ້ຖຽງຄະດີໃຫ້ພວກເຂົາ ແລະຂົມຂູ່ເອົາຊີວິດຄົນທີ່ຂົມຂູ່ຊີວິດພວກເຂົານັ້ນ.
ເຮົາຈະລົງໂທດພວກເຈົ້າໃນເວລາອັນສັ້ນໆເທົ່ານັ້ນ, ຕໍ່ຈາກນັ້ນ ເຮົາຈະທຳລາຍພວກເຂົາ.
ຂ້າພະເຈົ້າຕອບວ່າ, “ຕອນເຊົ້າກຳລັງມາ ແຕ່ຕອນຄໍ່າຈະມາອີກ. ຖ້າເຈົ້າຢາກຈະຖາມອີກກໍກັບມາຖາມໄດ້.”
ແລ້ວພຣະເຈົ້າຈະນຳເອົາຄວາມຈິບຫາຍມາສູ່ນະຄອນທີ່ເອີ້ນວ່າ, “ແທ່ນບູຊາຂອງພຣະເຈົ້າ.” ໃນທີ່ນັ້ນຈະມີແຕ່ສຽງຮ້ອງໄຫ້ຮໍ່າໄຮ ແລະທົ່ວທັງນະຄອນກໍຈະເປັນດັ່ງແທ່ນບູຊາທີ່ນອງໄປດ້ວຍເລືອດ.
ນະຄອນເຢຣູຊາເລັມເອີຍ ຄົນຕ່າງດ້າວທີ່ໂຈມຕີເຈົ້າຈະຖືກລົມພັດໄປດັ່ງຂີ້ຝຸ່ນດິນ ແລະກອງທັບອັນໜ້າຢ້ານກົວຂອງພວກເຂົາກໍຈະບິນເຈີດໜີດັ່ງເຟືອງ. ໃນທັນໃດແລະຢ່າງບໍ່ຄາດຝັນນັ້ນ
ແລ້ວກອງທັບທັງໝົດຂອງຊົນຊາດຕ່າງໆ ທີ່ກຳລັງໂຈມຕີນະຄອນແຫ່ງແທ່ນບູຊາຂອງພຣະເຈົ້າ ພ້ອມທັງອາວຸດຍຸດທະພັນທຸກຢ່າງຂອງພວກເຂົາ ກໍຈະສູນຫາຍໄປດັ່ງຄວາມຝັນ ດັ່ງພາບທີ່ຄົນຄິດຂຶ້ນຫາຍໄປໃນຕອນກາງຄືນ.
ພຣະອົງເຮັດໃຫ້ລົມພັດຢູ່ເບື້ອງໜ້າຂອງພຣະອົງ ດັ່ງກະແສນໍ້າຖ້ວມພັດເອົາທຸກໆສິ່ງໄປ. ມັນກວາດເອົາຊົນຊາດທັງຫລາຍໄປສູ່ຄວາມຈິບຫາຍ ແລະເຮັດໃຫ້ແຜນການອັນຊົ່ວຮ້າຍຂອງພວກເຂົາສິ້ນສຸດລົງ.
ເຄາະກຳເປັນຂອງເຫຼົ່າສັດຕູຂອງພວກເຮົາສາແລ້ວ ພວກເຂົາປຸ້ນ ແລະທໍລະຍົດ ທັງໆທີ່ບໍ່ມີຜູ້ໃດປຸ້ນ ແລະທໍລະຍົດພວກເຂົາ. ແຕ່ເວລາຂອງພວກເຂົາທີ່ປຸ້ນ ແລະທໍລະຍົດນັ້ນຈະສິ້ນສຸດລົງ ແລະພວກເຂົາເອງຈະຕົກເປັນເຫຍື່ອຂອງການປຸ້ນ ແລະການທໍລະຍົດ.
ຄວາມຢ້ານອັນເກົ່າຂອງຄົນເກັບພາສີຊາດຕ່າງດ້າວ ແລະນັກສືບສອດແນມ ກໍຈະເປັນແຕ່ພຽງການຈົດຈຳເທົ່ານັ້ນ.
ພຣະອົງທີ່ຈະເປັນຜູ້ແບ່ງປັນດິນແດນໃຫ້ສັດເຫຼົ່ານັ້ນ ແລະແບ່ງສ່ວນໃຫ້. ພວກມັນຈະຢູ່ໃນດິນແດນທຸກຍຸກທຸກສະໄໝ ແລະດິນແດນນັ້ນກໍຈະເປັນຂອງພວກມັນຕະຫລອດໄປ.
ພວກເຂົາຈະສາບສູນຈາກແຜ່ນດິນໂລກນີ້ໄປ ທຸກຄົນທີ່ຕໍ່ສູ້ເຈົ້າທັງຫລາຍຈະບໍ່ມີຄຸນຄ່າ.
ພຣະເຈົ້າຢາເວກ່າວວ່າ ອັນນີ້ ຈະແມ່ນຊາຕາກຳຂອງເຈົ້າ ອັນນີ້ ແມ່ນສິ່ງທີ່ພຣະອົງໄດ້ຕັດສິນໃຈກະທຳຕໍ່ເຈົ້າ ກໍຍ້ອນເຈົ້າລືມໄລພຣະອົງໄປແລະໄວ້ວາງໃຈໃນຄວາມຕົວະ.
ຊາດອິດສະຣາເອນ, ເຈົ້າເປັນບໍຣິສຸດສຳລັບພຣະເຈົ້າຢາເວ ຄືເປັນຜົນຜະລິດລຸ້ນທຳອິດຂອງພຣະອົງ. ເຮົາເຮັດໃຫ້ຜູ້ທີ່ທຳຮ້າຍເຈົ້າໄດ້ຮັບທຸກແລະໄພພິບັດ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
ແຕ່ເຮົາ ໄດ້ປຸ້ນເອົານຳເຊື້ອສາຍຂອງເອຊາວຈົນໝົດກ້ຽງ ພ້ອມທັງໄດ້ເປີດເຜີຍບ່ອນທີ່ພວກເຂົາຫລົບລີ້ ເພື່ອວ່າພວກເຂົາຈະຫລົບລີ້ບໍ່ໄດ້ອີກຕໍ່ໄປ. ປະຊາຊົນເອໂດມທັງໝົດຖືກທຳລາຍແລ້ວ. ບໍ່ມີຜູ້ໜຶ່ງຜູ້ໃດໃນພວກເຂົາເຫຼືອຢູ່ເລີຍ.
ພວກເຂົາບໍ່ຈຳເປັນຕ້ອງໄປຫາຊອກຟືນຕາມທົ່ງນາ ຫລືຕັດຕົ້ນໄມ້ໃນປ່າ ເພາະພວກເຂົາຈະມີອາວຸດທີ່ບໍ່ໃຊ້ແລ້ວນັ້ນໄວ້ດັງໄຟ. ພວກເຂົາຈະປຸ້ນຈີ້ພວກທີ່ໄດ້ປຸ້ນຈີ້ພວກເຂົາ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
ອີກເທື່ອໜຶ່ງ ຢູດາຍຈະເປັນສ່ວນມໍຣະດົກຂອງພຣະເຈົ້າຢາເວໃນດິນແດນອັນສັກສິດຂອງພຣະອົງ ແລະນະຄອນເຢຣູຊາເລັມກໍຈະເປັນນະຄອນທີ່ພຣະອົງຮັກຫຼາຍທີ່ສຸດ.
“ຂ້າແດ່ ພຣະເຈົ້າຢາເວ ຂໍໃຫ້ເຫຼົ່າສັດຕູຂອງພຣະອົງ ຕາຍໄປດັ່ງນີ້ເທາະ ແຕ່ຂໍໃຫ້ຜູ້ເຂົ້າສະໜິດກັບພຣະອົງ ສ່ອງແຈ້ງດັ່ງຕາເວັນຂຶ້ນແດ່ທ້ອນ.” ຕໍ່ມາ ປະເທດຊາດບ້ານເມືອງກໍມີຄວາມສະຫງົບສຸກເປັນເວລາສີ່ສິບປີ.