13 ຊົນຊາດທັງຫລາຍຕ່າງກໍບຸກໜ້າມາດັ່ງຟອງທະເລຖືກລົມພັດ, ແຕ່ພຣະເຈົ້າຈະຕີໂຕ້ພວກເຂົາໃຫ້ພ່າຍແພ້ໄປໂດຍໄລ່ພວກເຂົາໃຫ້ໜີໄປ ດັ່ງຂີ້ຝຸ່ນຕາມເນີນພູ ດັ່ງເຟືອງທີ່ຖືກລົມຫົວກຸດພັດ.
ພຣະອົງພັດພວກເຂົາຖິ້ມດັ່ງຂີ້ແກບຖືກລົມພັດບໍ? ດັ່ງພະຍຸບ້າພັດຂີ້ຝຸ່ນຟົ້ງກະເດັນໜີໄປຫລືບໍ່?
ເຮົາບອກວ່າ, ‘ຢຸດຢູ່ນີ້ ແລະຢ່າໄປໄກອີກເລີຍ ຟອງຂອງເຈົ້າທີ່ຄຶກຄະນອງໃຫ້ຢຸດຢູ່ພຽງນີ້.’
ແຕ່ຄົນຊົ່ວຮ້າຍບໍ່ເປັນດັ່ງນັ້ນເລີຍ ເປັນດັ່ງຂີ້ແກບທີ່ລົມພັດປີວໄປ.
ໂຜດໃຫ້ພວກເຂົາເປັນດັ່ງຂີ້ແກບທີ່ຖືກລົມພັດປິວໄປ ຂະນະທີ່ເທວະດາຂອງພຣະເຈົ້າຢາເວໄລ່ຕິດຕາມໄປນັ້ນ
ພຣະອົງເຮັດໃຫ້ຄື້ນທະເລອັນປັ່ນປ່ວນສະຫງົບລົງ ສຽງອຶກກະທຶກຂອງປະຊາຊົນມິດງຽບ.
ທົ່ວທັງໂລກຕົກສະທ້ານຢ້ານກົວ ຕໍ່ສິ່ງອັດສະຈັນອັນຍິ່ງໃຫຍ່ ທີ່ພຣະອົງໄດ້ກະທຳ ຈາກສົ້ນໂລກເບື້ອງນີ້ເຖິງສົ້ນໂລກເບື້ອງນັ້ນ ພຣະຣາຊກິດຂອງພຣະອົງ ຈະນຳສຽງໂຮຮ້ອງຍິນດີມາ.
ພຣະອົງໄດ້ຕັດສິນລົງໂທດຄົນບໍ່ນັບຖືພຣະອົງ ທຳລາຍຄົນຊົ່ວຈົນບໍ່ມີຜູ້ໃດຈົດຈຳພວກເຂົາຕໍ່ໄປອີກ.
ເຮົາຈະທຳລາຍຊາວອັດຊີເຣຍໃນດິນແດນອິດສະຣາເອນຂອງເຮົາ ແລະຈະຢຽບຢໍ່າພວກເຂົາລົງທີ່ເທິງພູຂອງເຮົາ. ເຮົາຈະປົດປ່ອຍປະຊາຊົນຂອງເຮົາອອກຈາກແອກຂອງຊາວອັດຊີເຣຍ ແລະຈາກພາລະໜັກທີ່ພວກເຂົາແບກຢູ່ນັ້ນ.
ປະຊາຊົນໄດ້ປົບໜີຈາກຄົມດາບ ຊຶ່ງພ້ອມແລ້ວທີ່ຈະສັງຫານພວກເຂົາ ຈາກໜ້າທະນູ ຊຶ່ງພ້ອມແລ້ວທີ່ຈະຍິງໃສ່ພວກເຂົາ ຈາກໄພອັນຕະລາຍຂອງເສິກສົງຄາມ.
ພຣະອົງຈະຈັບເຈົ້າດັ່ງຈັບໝາກບານ ແລະແກວ່ງເຈົ້າໄປໃນເມືອງທີ່ໃຫຍ່ກວ່ານີ້. ເຈົ້າຈະຕາຍຢູ່ທີ່ຂ້າງລົດຮົບ ທີ່ເຈົ້າແສນພູມໃຈນຳນັ້ນ. ເຈົ້າໄດ້ເຮັດໃຫ້ບ້ານນາຍຂອງຕົນອັບອາຍຂາຍໜ້າ.
ໃນວັນນັ້ນ ພຣະເຈົ້າຢາເວຈະໃຊ້ດາບອັນມີອຳນາດ ແລະເຖິງແກ່ຄວາມຕາຍ ລົງໂທດເລວີອາທັນມັງກອນຮ້າຍທີ່ບິດ ແລະກ້ຽວໄປໂງມາ ແລະຂ້າເງືອກ ທີ່ອາໄສຢູ່ໃນທະເລ.
ນະຄອນເຢຣູຊາເລັມເອີຍ ຄົນຕ່າງດ້າວທີ່ໂຈມຕີເຈົ້າຈະຖືກລົມພັດໄປດັ່ງຂີ້ຝຸ່ນດິນ ແລະກອງທັບອັນໜ້າຢ້ານກົວຂອງພວກເຂົາກໍຈະບິນເຈີດໜີດັ່ງເຟືອງ. ໃນທັນໃດແລະຢ່າງບໍ່ຄາດຝັນນັ້ນ
ພຣະອົງເຮັດໃຫ້ລົມພັດຢູ່ເບື້ອງໜ້າຂອງພຣະອົງ ດັ່ງກະແສນໍ້າຖ້ວມພັດເອົາທຸກໆສິ່ງໄປ. ມັນກວາດເອົາຊົນຊາດທັງຫລາຍໄປສູ່ຄວາມຈິບຫາຍ ແລະເຮັດໃຫ້ແຜນການອັນຊົ່ວຮ້າຍຂອງພວກເຂົາສິ້ນສຸດລົງ.
ພຣະອົງທີ່ຈະເປັນຜູ້ແບ່ງປັນດິນແດນໃຫ້ສັດເຫຼົ່ານັ້ນ ແລະແບ່ງສ່ວນໃຫ້. ພວກມັນຈະຢູ່ໃນດິນແດນທຸກຍຸກທຸກສະໄໝ ແລະດິນແດນນັ້ນກໍຈະເປັນຂອງພວກມັນຕະຫລອດໄປ.
ສຳລັບພຣະອົງແລ້ວຊົນຊາດຕ່າງໆໄຮ້ຄ່າໝົດ ພວກເຂົາເທົ່າທຽມກັບຢອດນໍ້າຢອດໜຶ່ງເທົ່ານັ້ນ; ພວກເຂົາເປັນພຽງແຕ່ຂີ້ຝຸ່ນທີ່ຊັ່ງເທິງຊີງ ໝູ່ເກາະກໍເປັນພຽງແຕ່ຂີ້ຝຸ່ນດິນສວດຂຶ້ນ.
ຄົນເຫຼົ່ານັ້ນເປັນດັ່ງຕົ້ນໄມ້ນ້ອຍໆທັງຫລາຍ ທີ່ຫາກໍ່ປູກໃໝ່ ແລະຮາກຫາກໍ່ຢັ່ງລົງດິນເທົ່ານັ້ນ. ເມື່ອອົງພຣະຜູ້ເປັນເຈົ້າໃຫ້ລົມພັດຜ່ານກາຍມາ ມັນກໍຫ່ຽວແຫ້ງທັນທີ ແລະຖືກພັດໄປດັ່ງເຟືອງເຂົ້າ.
ຜູ້ໃດທີ່ໂກດຮ້າຍພວກເຈົ້າຈະພ່າຍແພ້ຢ່າງອັບອາຍ ຜູ້ໃດທີ່ຕໍ່ສູ້ພວກເຈົ້າຈະຕ້ອງຕາຍເປັນແນ່
ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າຈະໃຫ້ກະສັດອັດຊີເຣຍພ້ອມກອງທັບທັງໝົດຂອງລາວ ມາໂຈມຕີຢູດາຍ. ກອງທັບນີ້ຈະບຸກໜ້າໄປດັ່ງແມ່ນໍ້າເອີຟຣັດໄຫລນອງລົ້ນຕາຝັ່ງ.
ແລ້ວໃນທັນໃດນັ້ນ ສ່ວນທີ່ເປັນເຫຼັກ, ເປັນດິນໜຽວ, ເປັນທອງສຳຣິດ, ເປັນເງິນແລະເປັນຄຳ ກໍໄດ້ແຕກຄືແກບທີ່ລານໃນລະດູຟາດເຂົ້າ. ລົມໄດ້ພັດເອົາສິ່ງທັງໝົດນັ້ນໄປໄກ ໂດຍບໍ່ມີຮ່ອງຮອຍໃຫ້ພົບເຫັນອີກເລີຍ. ແຕ່ກ້ອນຫີນນັ້ນໄດ້ໃຫຍ່ຂຶ້ນກາຍເປັນພູເຂົາເຕັມໝົດແຜ່ນດິນໂລກ.
ເພາະສະນັ້ນ ປະຊາຊົນເຫຼົ່ານີ້ຈຶ່ງຈະດັບສູນໄປ ດັ່ງນໍ້າໝອກແລະນໍ້າຄ້າງໃນຕອນເຊົ້າ ພວກເຂົາຈະເປັນດັ່ງແກບທີ່ລົມພັດຈາກລານຟາດເຂົ້າ ແລະດັ່ງຄວັນໄຟຈາກທໍ່ເຕົາໄຟ.
ກ່ອນຄວາມໂກດຮ້າຍເປັນໄຟເຜົາຜານຂອງພຣະເຈົ້າຢາເວ ຈະມາເຖິງພວກເຈົ້າ ຄືກ່ອນວັນທີ່ພຣະອົງຈະລະບາຍຄວາມໂກດຮ້າຍອັນໃຫຍ່ຂອງພຣະເຈົ້າຢາເວ.