12 ຊົນຊາດຕ່າງໆທີ່ມີອຳນາດພາກັນອົນລະຫົນວຸ້ນວາຍ ຄ້າຍສຽງອຶກກະທຶກຂອງທ້ອງທະເລ ຄ້າຍສຽງຄື້ນອັນໃຫຍ່ໂຕມາກະທົບກັນ.
ບ້ວງແຫ່ງຄວາມຕາຍກໍອ້ອມຮອບຂ້ານ້ອຍຢູ່ ຄື້ນແຫ່ງການທຳລາຍນັ້ນກໍໄດ້ໄຫລຖ້ວມຂ້ານ້ອຍໄວ້.
ສຽງຂອງພຣະເຈົ້າຢາເວດັງ ກ້ອງກັງວານອອກໄປເທິງໜ້ານໍ້າມະຫາສະໝຸດເລິກ ສະຫງ່າຣາສີຂອງພຣະເຈົ້າເປັນສຽງດັງກ້ອງກັງວານ ສຽງຂອງພຣະເຈົ້າຢາເວກໍດັງທົ່ວທັງມະຫາສະໝຸດດ້ວຍ.
ເບິ່ງດູ ສັດຕູຂອງພຣະອົງກຳລັງກໍ່ການຈາລະຈົນ ຄົນທີ່ກຽດຊັງພຣະອົງກຳລັງກໍ່ການກະບົດຂຶ້ນ.
ຈົ່ງຟັງສຽງທີ່ເທິງພູ ຄືສຽງຂອງຝູງຄົນອັນແໜ້ນໜາ ສຽງຂອງຊົນຊາດ ແລະອານາຈັກຕ່າງໆທີ່ກຳລັງເຕົ້າໂຮມກັນ. ກອງທັບທັງຫລາຍຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ຕຽມກຳລັງສູ້ຮົບ.
ຄວາມຍຸດຕິທຳຈະເປັນເສັ້ນວັດແທກຮາກຖານ ແລະຄວາມສັດຊື່ຈະເປັນສາຍຢັ່ງຄວາມທຸ່ນທ່ຽງ.” ພະຍຸໝາກເຫັບຈະກວາດເອົາຄຳເວົ້າຕົວະຂອງພວກເຈົ້າໄປຈົນໝົດ ແລະນໍ້າຖ້ວມຈະທຳລາຍຄວາມໝັ້ນຄົງຂອງພວກເຈົ້າ.
ແຕ່ບໍ່ມີອາວຸດໃດໆທີ່ທຳຮ້າຍເຈົ້າໄດ້ເລີຍ ເຈົ້າຈະມີຄຳຕອບແກ່ທຸກຄົນທີ່ຟ້ອງເຈົ້າ. ເຮົາຈະປ້ອງກັນຜູ້ຮັບໃຊ້ຂອງເຮົາໃຫ້ມີໄຊ.” ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫລະ.
ຊົນຊາດຂີ້ຢ້ານທັງຫລາຍເອີຍ ຈົ່ງເຂົ້າມາເຕົ້າໂຮມກັນ ບັນດາປະເທດທີ່ຢູ່ຫ່າງໄກເອີຍ ຈົ່ງຟັງເທີ້ນ. ຕຽມພ້ອມສູ້ຮົບແຕ່ພັດຢ້ານກົວ ແມ່ນແລ້ວຕຽມພ້ອມແຕ່ພັດຢ້ານກົວ
ເກີບທຸກຄູ່ທັງເສື້ອທີ່ເປິເປື້ອນດ້ວຍເລືອດທຸກໂຕ ຂອງສັດຕູທີ່ຮຸກຮານຈະຖືກເຜົາໄຟທັງສິ້ນ.
ພວກເຂົາຖືໜ້າທະນູກັບດາບ ພວກເຂົາເປັນຄົນຮ້າຍກາດແລະຂາດຄວາມເມດຕາ. ພວກເຂົາຂີ່ມ້າສຽງດັງກຶກກ້ອງ ດັ່ງສຽງຂອງທະເລຄຶກຄະນອງ. ພວກເຂົາຕຽມພ້ອມເຮັດເສິກຕໍ່ສູ້ນະຄອນເຢຣູຊາເລັມ.”
ແລະໃນທີ່ນັ້ນ ສະຫງ່າຣາສີຂອງພຣະເຈົ້າແຫ່ງຊາດອິດສະຣາເອນ ກໍປາກົດໃຫ້ຂ້າພະເຈົ້າເຫັນທາງທິດຕາເວັນອອກ. ສຽງຂອງພຣະເຈົ້າດັງກ້ອງເໝືອນສຽງນໍ້າທະເລ ແລະແຜ່ນດິນໂລກກໍສະຫວ່າງສະໄຫວດ້ວຍສະຫງ່າຣາສີຂອງພຣະອົງ.
ທີ່ຂ້າພະເຈົ້າໄດ້ເຫັນໃນຄືນນັ້ນ: ໄດ້ມີລົມພັດມາຈາກທຸກທິດ ຕີໜ້ານໍ້າມະຫາສະໝຸດໃຫ້ເປັນຟອງ.
ມີຫລາຍຊົນຊາດໄດ້ເຕົ້າໂຮມກັນເພື່ອໂຈມຕີພວກເຈົ້າ ເຂົາເວົ້າວ່າ, “ນະຄອນເຢຣູຊາເລັມຕ້ອງຖືກທຳລາຍ ພວກເຮົາຈະໄດ້ເຫັນເມືອງນີ້ຮົກຮ້າງເພພັງ.”
ທຸກເທື່ອທີ່ພວກເຂົາຍົກຍ້າຍຫີບພັນທະສັນຍາອອກເດີນທາງໄປນັ້ນ ໂມເຊຕ້ອງໄດ້ກ່າວວ່າ, “ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດລຸກຂຶ້ນເທີ້ນ ໂຜດບັນດານໃຫ້ເຫຼົ່າສັດຕູຂອງພຣະອົງແຕກກະຈັດກະຈາຍ ແລະໃຫ້ຜູ້ທີ່ກຽດຊັງພຣະອົງປົບໜີ.”
“ຈະມີໝາຍສຳຄັນໃນດວງອາທິດ, ດວງຈັນ ແລະດວງດາວທັງປວງ ແລະຈະມີຄວາມທຸກຮ້ອນເທິງແຜ່ນດິນໂລກຕາມປະເທດຕ່າງໆ ຊຶ່ງມີຄວາມສະຫງົນສົນເທ ເພາະສຽງກ້ອງອັນໃຫຍ່ຫລວງຂອງທະເລແລະຟອງຄື້ນ.
ແລ້ວເທວະດາຕົນໜຶ່ງໃນເຈັດຕົນ ທີ່ຖືຂັນທັງເຈັດໜ່ວຍນັ້ນ ໄດ້ມາຫາຂ້າພະເຈົ້າ ແລະກ່າວວ່າ, “ເຊີນມາທີ່ນີ້ເທີ້ນ ເຮົາຈະໃຫ້ທ່ານເຫັນການຊົງພິພາກສາລົງໂທດ ຍິງໂສເພນີຄົນສຳຄັນ ທີ່ນັ່ງຢູ່ເທິງແມ່ນໍ້າອັນຫລວງຫລາຍ.
ເທວະດາຕົນນັ້ນ ຍັງເວົ້າຕໍ່ຂ້າພະເຈົ້າອີກວ່າ, “ແມ່ນໍ້າທັງຫລາຍທີ່ທ່ານໄດ້ເຫັນ ຊຶ່ງເປັນບ່ອນທີ່ຍິງໂສເພນີນັ່ງຢູ່ນັ້ນ ໄດ້ແກ່ບັນດາຊົນຊາດ ປະຊາຊົນທັງຫລາຍ ບັນດາປະຊາຊາດ ແລະພາສາຕ່າງໆ.