Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 17:11 - ພຣະຄຳພີສັກສິ

11 ແມ່ນ​ວ່າ​ດອກ​ອັນ​ງົດງາມ​ເກີດ​ມາ​ແຕ່​ເຊົ້າໆ ຍ້ອນ​ພວກເຈົ້າ​ປູກ​ກໍດີ; ແຕ່​ພວກເຈົ້າ​ຈະ​ບໍ່ໄດ້​ເດັດ​ດອກ​ມາ​ດົມ. ຄວາມ​ເດືອດຮ້ອນ​ແລະ​ການ​ເຈັບປວດ ທີ່​ປິ່ນປົວ​ບໍ່​ດີ​ແຕ່​ເທົ່ານັ້ນ​ຈະ​ເກີດ​ມີ​ມາ.

Uka jalj uñjjattʼäta Copia luraña




ເອຊາຢາ 17:11
18 Jak'a apnaqawi uñst'ayäwi  

ຂ້ອຍ​ເຄີຍ​ເຫັນ​ຄົນ​ໄຖ​ຄາດ​ຄວາມຊົ່ວ​ນາໆ ແລະ​ປູກຝັງ​ຄວາມຜິດ​ດັ່ງ​ເມັດ​ຂອງ​ພັນພືດ; ບັດນີ້ ກໍ​ເລີຍ​ເກັບກ່ຽວ​ໄດ້​ສິ່ງ​ຊົ່ວຮ້າຍ​ແລະ​ຜິດໆ ພຣະເຈົ້າ​ໂກດຮ້າຍ​ທັງ​ທຳລາຍ​ພວກເຂົາ​ດັ່ງ​ພະຍຸ​ກ້າ.


ຊຶ່ງ​ໃຫຍ່​ຂຶ້ນ​ແລ້ວ​ກໍ​ແຕກ​ດອກ​ອອກບານ ແລະ​ຫ່ຽວແຫ້ງ​ຕາຍໄປ​ໃນ​ເວລາ​ຕອນຄໍ່າ​ມາຮອດ.


ຊາດ​ອິດສະຣາເອນ​ຈະ​ເປັນ​ດັ່ງ​ທົ່ງນາ​ທີ່​ຖືກ​ຄົນ​ເກັບກ່ຽວ​ເອົາ​ເຂົ້າ​ໄປ ຄື​ເປົ່າປ່ຽວ​ດັ່ງ​ທົ່ງນາ​ໃນ​ຮ່ອມພູ​ເຣຟາອິມ​ທີ່​ຖືກ​ເກັບກ່ຽວ​ເອົາ​ເຂົ້າ​ໄປ​ໝົດ.


ຄື​ບັນດາ​ຜູ້ທຳນວາຍ​ກໍ​ເວົ້າ​ແຕ່​ຄຳ​ບໍ່ຈິງ ພວກ​ປະໂຣຫິດ​ກໍ​ປົກຄອງ​ຕາມ​ຄຳສັ່ງ​ຂອງ​ພວກ​ຜູ້ທຳນວາຍ ແລະ​ປະຊາຊົນ​ຂອງເຮົາ​ກໍ​ບໍ່ໄດ້​ຄັດຄ້ານ​ຫຍັງ​ເລີຍ. ແຕ່​ພວກເຂົາ​ຈະ​ເຮັດ​ຢ່າງໃດ​ໃນ​ບັ້ນປາຍ?”


ເມື່ອ​ພວກເຂົາ​ຫວ່ານ​ລົມ ພວກເຂົາ​ກໍ​ຈະ​ໄດ້​ເກັບກ່ຽວ​ລົມພະຍຸ ກົກ​ເຂົ້າ​ທີ່​ບໍ່​ເກີດ​ຮວງ ໃຫ້​ແປ້ງ​ຫລື​ເຂົ້າຈີ່​ກໍ​ບໍ່​ຫ່ອນ​ເປັນ, ແຕ່​ຖ້າ​ວ່າ​ມັນ​ສຸກ ຊາວ​ຕ່າງ​ປະເທດ​ກໍ​ຈະ​ກິນ​ໝົດ​ເສຍ.


ປະຊາຊົນ​ອິດສະຣາເອນ​ເປັນ​ດັ່ງ​ຮາກ​ຂອງ​ພືດ​ທີ່​ຕາຍ ແລະ​ບໍ່​ເກີດ​ໝາກ. ພວກເຂົາ​ຈະ​ບໍ່ມີ​ລູກ, ແຕ່​ຖ້າ​ມີ ເຮົາ​ກໍ​ຈະ​ຂ້າ​ລູກ​ທີ່​ພວກເຂົາ​ຮັກ​ນັ້ນ​ເສຍ.”


ເມັດພືດ​ຕາຍ​ໃນ​ດິນ​ແຫ້ງ ບໍ່ມີ​ເຂົ້າ​ໃນ​ສາງ ເລົ້າເຂົ້າ​ຖືກ​ມ້າງລົງ​ໃຫ້​ເພພັງ​ໝົດສິ້ນ.


ພວກເຈົ້າ​ເຮັດ​ວຽກ​ໜັກ ແຕ່​ມັນ​ຈະ​ບໍ່​ນຳ​ຜົນ​ດີ​ຫຍັງ​ມາ​ໃຫ້​ພວກເຈົ້າ ເພາະວ່າ​ທີ່ດິນ​ປູກຝັງ​ນັ້ນ​ຈະ​ບໍ່​ຜະລິດ​ຜົນລະປູກ​ຫຍັງ​ໃຫ້ ແລະ​ຕົ້ນໄມ້​ກໍ​ຈະ​ບໍ່​ເກີດ​ໝາກ​ອີກ​ດ້ວຍ.


ແຕ່​ດ້ວຍ​ໃຈ​ຂອງ​ເຈົ້າ​ແຂງ​ກະດ້າງ ແລະ​ບໍ່​ຍອມ​ທີ່​ຈະ​ກັບຕົວ ເຈົ້າ​ຈຶ່ງ​ກຳລັງ​ສະສົມ​ຄວາມ​ໂກດຮ້າຍ​ໄວ້​ໃຫ້​ຕົນເອງ ໃນ​ວັນ​ຂອງ​ຄວາມ​ຮ້າຍກາດ​ນັ້ນ, ຄື​ວັນ​ທີ່​ພຣະເຈົ້າ​ຈະ​ຊົງ​ພິພາກສາ​ລົງໂທດ ຢ່າງ​ຍຸດຕິທຳ​ໃຫ້​ປາກົດ​ແຈ້ງ​ນັ້ນ.


ພວກເຈົ້າ​ຈະ​ປູກ​ຕົ້ນອະງຸ່ນ​ແລະ​ເອົາໃຈໃສ່​ບົວລະບັດ​ມັນ, ແຕ່​ພວກເຈົ້າ​ຈະ​ບໍ່ໄດ້​ເກັບ​ໝາກ ຫລື​ແມ່ນແຕ່​ດື່ມ​ເຫຼົ້າ​ອະງຸ່ນ​ເລີຍ ເພາະ​ໂຕ​ບົ້ງ, ໂຕ​ໜອນ​ຈະ​ກັດ​ກິນ​ຕົ້ນ​ຂອງ​ມັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka