Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 17:10 - ພຣະຄຳພີສັກສິ

10 ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ໄດ້​ລືມໄລ​ພຣະເຈົ້າ​ຂອງ​ເຈົ້າ ຜູ້​ໄດ້​ຊ່ວຍກູ້​ເອົາ​ແລະ​ປ້ອງກັນ​ພວກເຈົ້າ​ໄວ້​ດັ່ງ​ໂງ່ນຫີນ​ທີ່​ແຂງແກ່ນ. ແຕ່​ພວກເຈົ້າ​ພັດ​ໄດ້​ເຮັດ​ສວນ​ສັກສິດ ເພື່ອ​ຂາບໄຫວ້​ພະ​ຕ່າງຊາດ.

Uka jalj uñjjattʼäta Copia luraña




ເອຊາຢາ 17:10
48 Jak'a apnaqawi uñst'ayäwi  

ຈົ່ງ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າ ພຣະຜູ້​ຊ່ວຍ​ຂອງ​ພວກ​ຂ້ານ້ອຍ​ເອີຍ ໂຜດ​ຊ່ວຍ​ພວກ​ຂ້ານ້ອຍ​ແດ່ ໂຜດ​ເຕົ້າໂຮມ​ພວກ​ຂ້ານ້ອຍ​ໄວ້​ສາ ໂຜດ​ຊ່ວຍກູ້​ພວກ​ຂ້ານ້ອຍ ຈາກ​ບັນດາ​ຊົນຊາດ​ທັງຫລາຍ​ດ້ວຍ ເພື່ອ​ວ່າ​ພວກ​ຂ້ານ້ອຍ​ຈະ​ໄດ້​ໂມທະນາ​ຂອບພຣະຄຸນ​ແກ່ນາມ​ອັນ​ບໍຣິສຸດ​ຂອງ​ພຣະອົງ ແລະ​ຍົກຍໍ​ສັນລະເສີນ​ສະຫງ່າຣາສີ​ຂອງ​ພຣະອົງ.”


ແຕ່​ພວກເພິ່ນ​ພັດ​ໄດ້​ລືມໄລ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ໂດຍໄວ ແລະ​ໄດ້​ກະທຳ​ໄປ​ໂດຍ​ບໍ່​ຂໍ​ຄຳແນະນຳ​ຈາກ​ພຣະອົງ.


ພວກເຂົາ​ໄດ້​ລືມໄລ​ພຣະເຈົ້າ​ຜູ້​ທີ່​ຊ່ວຍ​ໃຫ້​ພົ້ນໄພ ດ້ວຍ​ຣິດທານຸພາບ​ໃນ​ເອຢິບ​ນັ້ນ.


ພຣະເຈົ້າຢາເວ​ເປັນ​ຫີນດານ​ຂອງ​ຂ້ານ້ອຍ ເປັນ​ປ້ອມ​ອັນ​ແໜ້ນໜາ​ຂອງ​ຂ້ານ້ອຍ​ດ້ວຍ. ພຣະເຈົ້າ​ເປັນ​ຫີນ​ສີລາ​ທັງ​ເປັນ​ທີ່​ລີ້ໄພ​ຂອງ​ຂ້ານ້ອຍ ແລະ​ຂ້ານ້ອຍ​ກໍ​ພົບ​ຄວາມ​ປອດໄພ​ໃນ​ພຣະອົງ ດັ່ງ​ໂລ້​ຕ້ານທານ​ນັ້ນ​ພຣະອົງ​ປົກປ້ອງ​ຂ້ານ້ອຍ ຄຸ້ມຄອງ​ຮັກສາ​ຂ້ານ້ອຍ​ໃຫ້​ປອດໄພ​ໄດ້.


ບັດນີ້ ໂຜດ​ຮັບ​ຟັງ​ແລະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ແດ່ ເປັນ​ທີ່​ເພິ່ງ​ແລະ​ຜູ້​ປ້ອງກັນ​ຂອງ​ຂ້ານ້ອຍ​ດ້ວຍ.


ຂ້າແດ່​ພຣະເຈົ້າ ພຣະຜູ້ຊ່ວຍ​ໃຫ້ພົ້ນ​ຂອງ​ຂ້ານ້ອຍ ພຣະອົງ​ຕອບ​ພວກ​ຂ້ານ້ອຍ​ໂດຍ​ໃຫ້​ຄວາມ​ມີໄຊ ແລະ​ຊ່ວຍເຫລືອ​ໂດຍ​ການ​ອັດສະຈັນ​ຕ່າງໆ. ປະຊາຊົນ​ທົ່ວ​ໂລກ​ແລະ​ທີ່​ຟາກ​ນໍ້າ​ທີ່​ຫ່າງ​ໄກ ກໍ​ພາ​ກັນ​ເຊື່ອວາງໃຈ​ໃນ​ພຣະອົງ.


ຂ້າແດ່​ພຣະເຈົ້າ​ແຫ່ງ​ຄວາມພົ້ນ​ຂອງ​ພວກ​ຂ້ານ້ອຍ ຂໍ​ຊົງ​ໂຜດ​ຊ່ວຍເຫລືອ​ພວກ​ຂ້ານ້ອຍ ເພື່ອ​ເຫັນແກ່​ສະຫງ່າຣາສີ​ແຫ່ງ​ພຣະນາມ​ຂອງ​ພຣະອົງ. ຂໍ​ຊ່ວຍກູ້​ເອົາ​ພວກ​ຂ້ານ້ອຍ​ແລະ​ອະໄພ​ບາບ​ໃຫ້​ແດ່ ເພື່ອ​ເຫັນ​ແກ່​ພຣະນາມ​ຂອງ​ພຣະອົງ.


ຂ້າແດ່​ພຣະເຈົ້າ​ແຫ່ງ​ຄວາມພົ້ນ​ຂອງ​ພວກ​ຂ້ານ້ອຍ ຂໍ​ຊົງ​ໂຜດ​ນຳ​ພວກ​ຂ້ານ້ອຍ​ຄືນ​ບ້ານ ໂຜດ​ລະຖິ້ມ​ຄວາມ​ບໍ່​ພໍໃຈ ທີ່​ພຣະອົງ​ມີ ຕໍ່​ພວກ​ຂ້ານ້ອຍ​ນັ້ນ​ເຖີດ.


ຄວາມຕາຍ​ຄື​ຈຸດຈົບ​ຂອງ​ຄົນຊົ່ວຮ້າຍ​ທຸກຄົນ ເປັນ​ຂອງ​ຄົນ​ທີ່​ບໍ່​ຍອມຮັບ​ເອົາ​ພຣະເຈົ້າ.


ພຣະເຈົ້າ​ຄື​ພຣະ​ຜູ້ໂຜດຊ່ວຍ​ໃຫ້​ພົ້ນ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ໄວ້ວາງໃຈ​ໃນ​ພຣະອົງ ແລະ​ບໍ່​ຢ້ານ. ເພາະ​ພຣະເຈົ້າຢາເວ, ພຣະເຈົ້າຢາເວ​ຊົງ​ເປັນ​ກຳລັງ​ແລະ​ບົດເພງ​ຂອງ​ຂ້ານ້ອຍ ແລະ​ພຣະອົງ​ຊົງເປັນ​ຄວາມພົ້ນ​ຂອງ​ຂ້ານ້ອຍ​ແລ້ວ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ເມືອງ​ທີ່​ປ້ອງກັນ​ດີທີ່ສຸດ​ຈະ​ເປົ່າຮ້າງ​ຫວ່າງຄົນ ແລະ​ປະ​ໃຫ້​ເພພັງ​ດັ່ງ​ເມືອງ​ຂອງ​ຊາວ​ຮີວີ​ແລະ​ຊາວ​ອາໂມ ທີ່​ໄດ້​ຖືກ​ປະຖິ້ມ​ໄປ ເມື່ອ​ພວກເຂົາ​ປົບໜີ​ຈາກ​ປະຊາຊົນ​ອິດສະຣາເອນ.


ກ່ອນ​ເຖິງ​ຍາມ​ເກັບ​ໝາກອະງຸ່ນ ເມື່ອ​ດອກ​ຂອງ​ມັນ​ຫລົ່ນ ແລະ​ໝາກອະງຸ່ນ​ກຳລັງ​ສຸກ ສັດຕູ​ຈະ​ມາ​ທຳລາຍ​ຊາວ​ເອທີໂອເປຍ​ຢ່າງ​ງ່າຍດາຍ ດັ່ງ​ເອົາ​ມີດ​ຕັດ​ຕົ້ນ​ອະງຸ່ນ​ຖິ້ມ.


ຄົນ​ຍາກຈົນ​ຂາດ​ທີ່ເພິ່ງ​ໄດ້​ປົບ​ມາ​ຫາ​ພຣະອົງ ແລະ​ໄດ້​ມີ​ຄວາມ​ປອດໄພ​ໃນ​ຄາວ​ເດືອດຮ້ອນ. ພຣະອົງ​ໄດ້​ໃຫ້​ພວກເຂົາ​ມີ​ບ່ອນຊົ້ນ​ຈາກ​ພະຍຸຮ້າຍ ແລະ​ໃຫ້​ເພິ່ງ​ໃນ​ຮົ່ມ​ຈາກ​ແສງ​ແດດ​ຮ້ອນ. ເຫຼົ່າ​ສັດຕູ​ຜູ້​ໂຫດຮ້າຍ​ກໍໄດ້​ມາ​ໂຈມຕີ ດັ່ງ​ກັບ​ພະຍຸຮ້າຍ​ໂຈມຕີ​ຍາມ​ລະດູ​ໜາວ


ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ຕະຫລອດໄປ ເຫດວ່າ​ພຣະເຈົ້າຢາເວ, ພຣະເຈົ້າຢາເວ​ເປັນ​ສີລາ​ຕະຫຼອດ​ໄປ​ເປັນນິດ.


ແຕ່​ພວກເຈົ້າ​ຜູ້​ທີ່​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ ຈະ​ຊົມຊື່ນ​ຍິນດີ ແລະ​ຮ້ອງເພງ​ດັ່ງ​ໃນ​ຕອນ​ກາງຄືນ​ທີ່​ພວກເຈົ້າ​ກິນລ້ຽງ​ອັນ​ບໍຣິສຸດ. ພວກເຈົ້າ​ຈະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ດັ່ງ​ຄົນ​ທີ່​ຍ່າງ​ໄປ​ກັບ​ສຽງ​ດົນຕຼີ ຄື​ຜູ້​ທີ່​ບັນເລງ​ດ້ວຍ​ສຽງ​ຂຸ່ຍ​ຕາມ​ທາງ​ໄປ​ສູ່​ພູເຂົາ​ຂອງ​ພຣະເຈົ້າຢາເວ ສູ່​ສີລາ​ຂອງ​ຊາດ​ອິດສະຣາເອນ.


ຂ້າແດ່​ພຣະເຈົ້າຢາເວ ໂຜດ​ເມດຕາ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ. ພວກ​ຂ້ານ້ອຍ​ຂໍ​ຝາກ​ຄວາມຫວັງ​ໄວ້​ກັບ​ພຣະອົງ. ຈົ່ງ​ປົກປ້ອງ​ພວກ​ຂ້ານ້ອຍ​ແຕ່ລະວັນ ແລະ​ຊ່ວຍເຫລືອ​ພວກ​ຂ້ານ້ອຍ​ໃນ​ເວລາ​ເດືອດຮ້ອນ​ດ້ວຍ​ເຖີດ.


ພວກເຈົ້າ​ຢ່າ​ສູ່ຢ້ານ ປະຊາຊົນ​ຂອງເຮົາ​ເອີຍ ພວກເຈົ້າ​ຮູ້​ແຕ່​ດຶກດຳບັນ​ຈົນເຖິງ​ປັດຈຸບັນ​ນີ້ ເຮົາ​ໄດ້​ບອກ​ລ່ວງໜ້າ​ເຖິງ​ທຸກສິ່ງ​ທີ່​ຈະ​ເກີດ​ມາ ພວກເຈົ້າ​ກໍ​ເປັນ​ພະຍານ​ຫຼັກຖານ​ໃຫ້​ເຮົາ​ໄດ້. ນອກຈາກ​ເຮົາ​ແລ້ວ ມີ​ພຣະເຈົ້າ​ອົງ​ໃດ​ແດ່? ຊຶ່ງ​ມີ​ຣິດອຳນາດ​ທີ່​ເຮົາ​ໄດ້ຍິນ​ມາ?”


ພວກເຈົ້າ​ລືມໄລ​ພຣະເຈົ້າຢາເວ​ຜູ້​ສ້າງ​ເຈົ້າ​ແລ້ວ​ບໍ? ຜູ້​ໄດ້​ກາງ​ຈັກກະວານ ​ທັງ​ວາງ​ຮາກຖານ​ແຜ່ນດິນ​ໂລກ? ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໃຊ້​ຊີວິດ​ດ້ວຍ​ຄວາມຢ້ານ​ເປັນ​ປະຈຳ? ໂດຍ​ຢ້ານ​ພວກ​ທີ່​ກົດຂີ່​ພວກເຈົ້າ​ຢ່າງ​ໂຫດຮ້າຍ ຄື​ພວກ​ທີ່​ພ້ອມ​ຈະ​ທຳລາຍ​ພວກເຈົ້າ​ທຸກ​ເວລາ? ຄວາມ​ໂຫດຮ້າຍ​ຂອງ​ພວກເຂົາ​ແຕະຕ້ອງ​ພວກເຈົ້າ​ບໍ່ໄດ້.


ຂ້ານ້ອຍ​ຈະ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ຈິດໃຈ​ຂອງຂ້ານ້ອຍຈະ​ຊື່ນບານ​ໃນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້ເອົາ​ເສື້ອຜ້າແຫ່ງ​ຄວາມພົ້ນ​ມາໃຫ້​ນຸ່ງ ພຣະອົງ​ໄດ້ເອົາ​ເສື້ອ​ແຫ່ງ​ຄວາມຊອບທຳ​ໃຫ້​ຂ້ານ້ອຍຮົ່ມໄວ້ ເໝືອນດັ່ງ​ເຈົ້າບ່າວ​ຕົບແຕ່ງ​ຕົວ​ຄື​ປະໂຣຫິດ ແລະ​ເໝືອນດັ່ງ​ເຈົ້າສາວ​ປະດັບ​ຕົວ​ດ້ວຍ​ເພັດພອຍ.


ພຣະເຈົ້າຢາເວ​ໄດ້​ປະກາດ​ຈົນ​ສຸດປາຍ​ແຜ່ນດິນ​ໂລກ​ທັງໝົດ​ວ່າ, “ຈົ່ງ​ບອກ​ລູກສາວ​ຂອງ​ຊີໂອນ​ວ່າ ຈົ່ງ​ເບິ່ງ​ຄວາມພົ້ນ​ຂອງເຈົ້າ​ກຳລັງ​ມາ ລາງວັນ​ຂອງ​ພຣະອົງ​ກໍຢູ່​ກັບ​ພຣະອົງ ແລະ​ບຳເໜັດ​ຂອງ​ພຣະອົງ​ກໍຢູ່​ກ່ອນໜ້າ​ພຣະອົງ.”


ປະຊາຊົນ​ຂອງເຮົາ​ປູກ​ເຂົ້າ ແຕ່​ກ່ຽວ​ຫຍ້າ​ແທນ ພວກເຂົາ​ໄດ້​ເຮັດ​ວຽກ​ໜັກ ແຕ່​ພັດ​ບໍ່ໄດ້​ຫຍັງ​ຈັກຢ່າງ. ຍ້ອນ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ທີ່​ມີ​ຕໍ່​ພວກເຂົາ ຈຶ່ງ​ໃຫ້​ຜົນລະປູກ​ຂອງ​ພວກເຂົາ​ຕົກເຮ່ຍ​ເສຍໄປ​ສິ້ນ.”


ພຣະເຈົ້າຢາເວ​ຄື​ຄວາມຫວັງ​ຂອງ​ອິດສະຣາເອນ ທຸກຄົນ​ທີ່​ປະຖິ້ມ​ພຣະອົງ​ຈະ​ໄດ້​ຖືກ​ອັບອາຍ​ຂາຍໜ້າ. ພວກເຂົາ​ຈະ​ດັບສູນໄປ ດັ່ງ​ຊື່​ທີ່​ຖືກ​ບັນທຶກ​ໃນ​ຂີ້ຝຸ່ນ​ດິນ ເພາະ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ​ອົງ​ເປັນ​ນໍ້າພຸ​ແຫ່ງ​ຊີວິດ.


ຍິງສາວ​ລືມ​ເຄື່ອງເອ້​ຂອງຕົນ​ໄດ້​ບໍ? ຫລື​ເຈົ້າສາວ​ລືມ​ຊຸດ​ແຕ່ງງານ​ຂອງຕົນ​ໄດ້​ບໍ? ແຕ່​ປະຊາຊົນ​ຂອງເຮົາ​ໄດ້​ລືມໄລ​ເຮົາ​ໄປ ຫລາຍຟ້າ​ຫລາຍປີ​ເຫຼືອ​ທີ່​ຈະນັບ​ໄດ້.


ມີ​ສຽງ​ໜຶ່ງ​ດັງ​ຂຶ້ນ​ເທິງ​ທີ່ສູງ​ທັງຫລາຍ ປະຊາຊົນ​ອິດສະຣາເອນ​ກຳລັງ​ຮ້ອງໄຫ້ ແລະ​ວອນຂໍ ເພາະ​ພວກເຂົາ​ໄດ້​ໃຊ້​ຊີວິດ​ໃນ​ການບາບ​ຂອງ​ພວກເຂົາ ແລະ​ລືມໄລ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.


ບາງຄົນ​ຮັບຈ້າງ​ຂ້າ​ຄົນ. ບາງຄົນ​ໃຫ້​ກູ້ຢືມ​ເອົາ​ກຳໄລ​ນຳ​ພີ່ນ້ອງ​ຮ່ວມ​ຊາດ​ຊາວ​ອິດສະຣາເອນ ແລະ​ສ້າງຮັ່ງ​ຄູນມີ​ໂດຍ​ເອົາລັດ​ເອົາປຽບ​ພວກເຂົາ. ພວກເຂົາ​ໄດ້​ລືມໄລ​ເຮົາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເພາະ​ເຈົ້າ​ໄດ້​ລືມໄລ​ເຮົາ​ແລະ​ຫັນຫລັງ​ໃຫ້​ເຮົາ ເຈົ້າ​ຈະ​ທົນທຸກ​ຍ້ອນ​ຣາຄະ​ຕັນຫາ​ແລະ​ການ​ເປັນ​ແມ່ຈ້າງ​ຂອງເຈົ້າ.”


ປະຊາຊົນ​ຂອງເຮົາ​ໄດ້​ຖືກ​ທຳລາຍ ເພາະ​ພວກເຂົາ​ຂາດ​ຄວາມ​ຮູ້. ພວກເຈົ້າ​ຜູ້​ເປັນ​ປະໂຣຫິດ​ບໍ່​ຍອມ​ຮັບຮູ້​ເຮົາ ແລະ​ໄດ້​ປະຖິ້ມ​ຄຳສັ່ງສອນ​ຂອງເຮົາ; ດັ່ງນັ້ນ ເຮົາ​ຈຶ່ງ​ບໍ່​ຍອມ​ຮັບຮູ້​ພວກເຈົ້າ ແລະ​ບໍ່​ຍອມ​ຮັບຮູ້​ລູກຊາຍ​ຂອງ​ພວກເຈົ້າ​ວ່າ ເປັນ​ປະໂຣຫິດ​ຂອງເຮົາ.


ປະຊາຊົນ​ອິດສະຣາເອນ​ໄດ້​ສ້າງ​ວັງ​ໄວ້​ຫລາຍ​ແຫ່ງ, ແຕ່​ພວກເຂົາ​ລືມ​ຜູ້​ທີ່​ສ້າງ​ພວກເຂົາ. ປະຊາຊົນ​ຢູດາ​ສ້າງ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ໄວ້​ຫລາຍ​ແຫ່ງ; ແຕ່​ເຮົາ​ກໍ​ຈະ​ສົ່ງ​ໄຟ​ມາ​ເຜົາຜານ​ເມືອງ ແລະ​ທຳລາຍ​ວັງ​ຂອງ​ພວກເຂົາ​ຖິ້ມ.”


ເມັດພືດ​ຕາຍ​ໃນ​ດິນ​ແຫ້ງ ບໍ່ມີ​ເຂົ້າ​ໃນ​ສາງ ເລົ້າເຂົ້າ​ຖືກ​ມ້າງລົງ​ໃຫ້​ເພພັງ​ໝົດສິ້ນ.


ເຮົາ​ຈະ​ລົງໂທດ​ພວກເຈົ້າ. ເຮົາ​ຈະ​ນຳ​ໄພ​ອັນຕະລາຍ​ມາ​ສູ່​ພວກເຈົ້າ ຄື: ພະຍາດ​ຊໍ້າເຮື້ອ​ແລະ​ການ​ເຈັບໄຂ້​ໄດ້ປ່ວຍ​ນາໆ​ປະການ ອັນ​ຈະ​ເຮັດ​ໃຫ້​ພວກເຈົ້າ​ຕາບອດ ແລະ​ຕາຍ​ຖິ້ມ​ໄປ​ລ້າໆ; ພວກເຈົ້າ​ຈະ​ປູກ​ພືດ​ນາໆ​ຊະນິດ ແຕ່​ພວກເຈົ້າ​ຈະ​ບໍ່ໄດ້​ກິນ​ຜົນ​ຂອງ​ມັນ ຍ້ອນ​ວ່າ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ຈະ​ເຂົ້າ​ມາ​ຢຶດຄອງ ແລະ​ກິນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ລົງ​ແຮງ​ປູກຝັງ​ນັ້ນ.


ພວກເຈົ້າ​ເຮັດ​ວຽກ​ໜັກ ແຕ່​ມັນ​ຈະ​ບໍ່​ນຳ​ຜົນ​ດີ​ຫຍັງ​ມາ​ໃຫ້​ພວກເຈົ້າ ເພາະວ່າ​ທີ່ດິນ​ປູກຝັງ​ນັ້ນ​ຈະ​ບໍ່​ຜະລິດ​ຜົນລະປູກ​ຫຍັງ​ໃຫ້ ແລະ​ຕົ້ນໄມ້​ກໍ​ຈະ​ບໍ່​ເກີດ​ໝາກ​ອີກ​ດ້ວຍ.


ພວກເຈົ້າ​ຂົ່ມເຫັງ​ຄົນ​ຍາກຈົນ ແລະ​ລັກ​ເອົາ​ເຂົ້າຂອງ​ຂອງ​ພວກເຂົາ. ເພາະສະນັ້ນ ພວກເຈົ້າ​ຈຶ່ງ​ຈະ​ບໍ່ໄດ້​ຢູ່​ໃນ​ເຮືອນ​ຫລັງ​ງາມໆ​ທີ່​ພວກເຈົ້າ​ສ້າງ​ຂຶ້ນ​ມາ​ດ້ວຍ​ຫີນ ຫລື​ຈະ​ບໍ່ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ສວນ​ອັນ​ສວຍງາມ​ທີ່​ພວກເຈົ້າ​ໄດ້​ເຮັດ​ໄວ້.


ແຕ່​ຂ້ານ້ອຍ​ກໍ​ຍັງ​ຈະ​ສືບຕໍ່​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ຕື່ນເຕັ້ນ​ຍິນດີ​ໃນ​ພຣະເຈົ້າ​ພຣະຜູ້ຊ່ວຍ​ໃຫ້ພົ້ນ​ຂອງ​ຂ້ານ້ອຍ.


ຊັບສົມບັດ​ຂອງ​ພວກເຂົາ​ຈະ​ຖືກ​ປຸ້ນ ແລະ​ເຮືອນ​ຂອງ​ພວກເຂົາ​ຈະ​ຖືກ​ທຳລາຍ. ພວກເຂົາ​ຈະ​ບໍ່ໄດ້​ຢູ່​ໃນ​ເຮືອນ​ທີ່​ພວກເຂົາ​ກໍ່ສ້າງ​ເອງ ຫລື​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ສວນ​ທີ່​ພວກເຂົາ​ປູກ​ເອງ.”


ພວກເຈົ້າ​ຈະ​ໝັ້ນ​ຜູ້​ສາວ​ໄວ້, ແຕ່​ຄົນອື່ນ​ຈະ​ເອົາ​ນາງ​ໄປ​ເປັນ​ເມຍ. ພວກເຈົ້າ​ຈະ​ສ້າງ​ເຮືອນ, ແຕ່​ຈະ​ບໍ່ໄດ້​ຢູ່​ຈັກເທື່ອ. ພວກເຈົ້າ​ຈະ​ປູກ​ຕົ້ນອະງຸ່ນ, ແຕ່​ຈະ​ບໍ່ໄດ້​ກິນ​ໝາກ​ເລີຍ.


ໄພ່ພົນ​ຂອງ​ພຣະເຈົ້າ​ຮັ່ງມີ​ຂຶ້ນ ແຕ່​ພັດ​ຄິດຄົດ​ທໍລະຍົດ​ຕໍ່​ພຣະອົງ; ພວກເຂົາ​ອ້ວນ​ຕຸ້ຍພີ​ດີ ເພາະ​ມີ​ອາຫານ​ການກິນ​ຢ່າງ​ເຫລືອລົ້ນ. ພວກເຂົາ​ຈຶ່ງ​ໄດ້​ປະຖິ້ມ ພຣະເຈົ້າ​ພຣະ​ຜູ້​ສ້າງ​ຂອງຕົນ​ໄປ ແລະ​ບໍ່​ຍອມ​ຮັບ​ພຣະຜູ້​ຊ່ວຍ​ກູ້​ພວກເຂົາ ວ່າ​ເປັນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່.


ພວກເຂົາ​ໄດ້​ລືມໄລ​ພຣະເຈົ້າ ພຣະ​ຜູ້ໂຜດຊ່ວຍ​ອົງ​ຍິ່ງໃຫຍ່​ຂອງ​ພວກເຂົາ ອົງ​ຊົງ​ຣິດອຳນາດ​ຫລາຍ ທີ່​ໃຫ້​ພວກເຂົາ​ມີ​ຊີວິດ​ຢູ່.


ເຫຼົ່າ​ສັດຕູ​ຮູ້​ວ່າ​ພະ​ຂອງ​ພວກເຂົາ​ນັ້ນ​ອ່ອນແອ ບໍ່​ເຂັ້ມແຂງ​ຄື​ພຣະເຈົ້າ​ຂອງ​ອິດສະຣາເອນ​ໄດ້.


ພຣະອົງ​ເປັນ​ທີ່​ເພິ່ງ ອັນ​ເຂັ້ມແຂງ​ຂອງ​ເຈົ້າ​ຕະຫລອດ​ມາ ສົມບູນ​ແລະ​ທ່ຽງທຳ ໃນ​ວິຖີ​ທາງ​ຂອງ​ພຣະອົງ; ພຣະເຈົ້າ​ຂອງ​ພວກເຈົ້າ ສັດຊື່​ແລະ​ທ່ຽງທຳ ພຣະອົງ​ໄດ້​ກະທຳ ແຕ່​ສິ່ງ​ທີ່​ດີ​ແລະ​ຖືກຕ້ອງ.


ຈົ່ງ​ໃຫ້​ແນ່ໃຈ​ວ່າ​ພວກເຈົ້າ​ບໍ່ໄດ້​ລືມໄລ​ພຣະເຈົ້າຢາເວ ອົງ​ທີ່​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດ.


“ຈົ່ງ​ໃຫ້​ແນ່ໃຈ​ວ່າ ພວກເຈົ້າ​ບໍ່​ລືມໄລ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຢ່າ​ລົ້ມເລີກ​ທີ່​ຈະ​ເຊື່ອຟັງ​ກົດບັນຍັດ ຊຶ່ງ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ໃນວັນນີ້.


ຈົ່ງ​ໃຫ້​ແນ່ໃຈ​ວ່າ ພວກເຈົ້າ​ບໍ່ໄດ້​ກາຍເປັນ​ຄົນ​ຈອງຫອງ​ພອງຕົວ ແລະ​ລືມໄລ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ໄດ້​ຕົກ​ເປັນ​ທາດຮັບໃຊ້​ນັ້ນ.


ຢ່າ​ລືມໄລ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈັກເທື່ອ ຫລື​ຫັນເຫ​ໄປ​ຂາບໄຫວ້​ແລະ​ຮັບໃຊ້​ພະອື່ນ. ຖ້າ​ພວກເຈົ້າ​ຂືນ​ເຮັດ ຂ້າພະເຈົ້າ​ຂໍ​ເຕືອນ​ພວກເຈົ້າ​ໃນວັນນີ້​ໂລດ​ວ່າ ພວກເຈົ້າ​ຈະ​ຖືກ​ທຳລາຍ​ຢ່າງ​ແນ່ນອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka