Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 16:9 - ພຣະຄຳພີສັກສິ

9 ບັດນີ້ ຂ້າພະເຈົ້າ​ຮ້ອງໄຫ້​ເພື່ອ​ຕົ້ນອະງຸ່ນ​ຂອງ​ເມືອງ​ສິບມາ ເໝືອນ​ດັ່ງ​ຮ້ອງໄຫ້​ເພື່ອ​ເມືອງ​ຢາເຊ. ນໍ້າຕາ​ຂອງ​ຂ້າພະເຈົ້າ​ຫລັ່ງໄຫລ ເຖິງ​ເມືອງ​ເຮັດຊະໂບນ​ແລະ​ເມືອງ​ເອເລອາເລ ຍ້ອນ​ທີ່​ນັ້ນ​ບໍ່ມີ​ການ​ເກັບກ່ຽວ​ພໍ​ເຮັດ​ໃຫ້​ປະຊາຊົນ​ເບີກບານ​ໃຈ​ເລີຍ.

Uka jalj uñjjattʼäta Copia luraña




ເອຊາຢາ 16:9
8 Jak'a apnaqawi uñst'ayäwi  

ພຣະອົງ​ໃຫ້​ພວກເຂົາ​ມີ​ຄວາມ​ຍິນດີ​ອັນ​ຍິ່ງໃຫຍ່ ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ມີ​ຄວາມສຸກ​ໃນ​ຈິດໃຈ. ພວກເຂົາ​ຊົມຊື່ນ​ຍິນດີ​ດ້ວຍ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ ດັ່ງ​ຄົນ​ຊົມຊື່ນ​ຍິນດີ​ເມື່ອ​ພວກເຂົາ​ເກັບກ່ຽວ​ເຂົ້າ ຫລື​ເໝືອນ​ດັ່ງ​ຄົນ​ໂຮຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ ເວລາ​ທີ່​ພວກເຂົາ​ແບ່ງປັນ​ຊັບສິນ​ທີ່​ຢຶດ​ມາ​ໄດ້.


ຂ້ອຍເອງ​ຈະ​ຢູ່​ທີ່​ເມືອງ​ມີຊະປາ​ນີ້​ເປັນ​ຜູ້​ຕາງໜ້າ​ຂອງ​ພວກເຈົ້າ ເມື່ອ​ພວກ​ບາບີໂລນ​ມາ​ທີ່ນີ້, ແຕ່​ພວກເຈົ້າ​ຮວບຮວມ ແລະ​ສະສົມ​ເຫຼົ້າ​ອະງຸ່ນ, ຜົນລະໄມ້ ແລະ​ນໍ້າມັນ​ໝາກກອກເທດ ແລະ​ອາໄສ​ຢູ່​ໃນ​ໝູ່ບ້ານ​ທີ່​ພວກເຈົ້າ​ຄຸ້ມຄອງ​ນັ້ນ​ໄດ້.”


ສະນັ້ນ ພວກເຂົາ​ຈຶ່ງ​ອອກ​ໜີ​ຈາກ​ບ່ອນ​ຕ່າງໆ ທີ່​ພວກຕົນ​ໄດ້​ກະຈັດ​ກະຈາຍ​ໄປ​ນັ້ນ ແລະ​ກັບຄືນ​ມາ​ຢູດາຍ. ພວກເຂົາ​ໄດ້​ມາ​ຫາ​ເກດາລີຢາ​ທີ່​ເມືອງ​ມີຊະປາ; ໃນ​ທີ່ນັ້ນ ພວກເຂົາ​ໄດ້​ຮວບຮວມ​ເຫຼົ້າ​ອະງຸ່ນ ແລະ​ຜົນລະໄມ້​ໄວ້​ເປັນ​ຈຳນວນ​ຫລວງຫລາຍ.


ເພາະ​ຍ້ອນ​ເຈົ້າ ພວກເຂົາ​ຈຶ່ງ​ພາກັນ​ແຖ​ຫົວ ຕ່າງ​ກໍ​ນຸ່ງ​ຖື​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ. ພວກເຂົາ​ຮ້ອງໄຫ້​ທັງ​ມີ​ຈິດໃຈ​ເປັນທຸກ​ໃຫຍ່ ຈົ່ງ​ພາກັນ​ຄໍ່າຄວນ​ດ້ວຍ​ໃຈ​ທຸກລະທົມ.


“ມະນຸດ​ເອີຍ ຈົ່ງ​ໄວ້ທຸກ​ໃຫ້​ປະຊາຊົນ​ທັງໝົດ​ຂອງ​ປະເທດ​ເອຢິບ. ຈົ່ງ​ສົ່ງ​ພວກເຂົາ​ລົງ​ໄປ​ກັບ​ຊົນຊາດ​ອື່ນໆ​ທີ່​ມີ​ອຳນາດ​ສູ່​ແດນ​ມໍຣະນາ.


ພວກເຂົາ​ພາກັນ​ອອກ​ໄປ​ທີ່​ສວນອະງຸ່ນ ເພື່ອ​ເກັບ​ເອົາ​ໝາກອະງຸ່ນ​ມາ​ເຮັດ​ເຫຼົ້າ ແລະ​ຈັດ​ງານ​ກິນລ້ຽງ​ຂຶ້ນ​ໃນ​ວັດ​ຂອງ​ພວກເຂົາ. ພວກເຂົາ​ກິນ​ແລະ​ດື່ມ​ທັງ​ເວົ້າ​ເຍາະເຍີ້ຍ​ສຽດສີ​ອາບີເມເຫຼັກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka