Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 16:8 - ພຣະຄຳພີສັກສິ

8 ທົ່ງໄຮ່​ທົ່ງນາ​ຂອງ​ເມືອງ​ເຮັດຊະໂບນ ແລະ​ສວນ​ໝາກອະງຸ່ນ​ຂອງ​ເມືອງ​ສິບມາ​ກໍ​ຈະ​ຖືກ​ທຳລາຍ ຄື​ສວນ​ໝາກອະງຸ່ນ​ຂອງ​ຄົນ​ທີ່​ໃຊ້​ເຫຼົ້າ​ອະງຸ່ນ​ເຮັດ​ໃຫ້​ຊົນຊາດ​ຕ່າງໆ​ມືນເມົາ. ໃນ​ສະໄໝ​ໜຶ່ງ​ຕົ້ນອະງຸ່ນ​ໄດ້​ແຜ່ຜາຍ​ອອກ​ໄປຮອດ​ເມືອງ​ຢາເຊ ແລະ​ຈົນເຖິງ​ທິດ​ຕາເວັນຕົກ​ຟາກ​ທະເລຕາຍ​ເບຶ້ອງນັ້ນ.

Uka jalj uñjjattʼäta Copia luraña




ເອຊາຢາ 16:8
13 Jak'a apnaqawi uñst'ayäwi  

ຂໍ​ຢ່າ​ໃຫ້​ຝົນ​ຫລື​ໝອກ​ຕົກ​ໃສ່​ພູ​ກິນໂບອາ ຂໍ​ໃຫ້​ທົ່ງໄຮ່​ທົ່ງນາ​ແຫ້ງແລ້ງ​ຢູ່​ເລື້ອຍໆ​ເຖີດ ເພາະ​ໂລ້​ຂອງ​ຜູ້​ເກັ່ງກ້າ ວາງ​ໄວ້​ທີ່​ນັ້ນ​ຢ່າງ​ອັບອາຍ; ໂລ້​ຂອງ​ໂຊນ​ບໍ່ໄດ້​ຖືກ​ຜັດຖູ​ດ້ວຍ​ນໍ້າມັນ​ອີກ​ແລ້ວ.


ແຕ່​ຈັກກະພັດ​ອັດຊີເຣຍ​ມີ​ແຜນການ​ອັນ​ຮ້າຍກາດ​ໃນ​ໃຈ​ຂອງຕົນເອງ. ເພິ່ນ​ຕັ້ງໃຈ​ຈະ​ທຳລາຍ​ຫລາຍໆ​ຊົນຊາດ.


ປະຊາຊົນ​ແຫ່ງ​ເມືອງ​ເຮັດຊະໂບນ​ແລະ​ເມືອງ​ເອເລອາເລ ຮ້ອງໄຫ້​ແຮງ​ຈົນ​ສຽງດັງ​ໄປ​ກາຍ​ເມືອງ​ຢາຮາດ. ແມ່ນແຕ່​ພວກ​ທະຫານ​ກໍ​ສັ່ນເຊັນ​ຈົນ​ໝົດ​ຄວາມ​ກ້າຫານ.


ບັດນີ້ ຂ້າພະເຈົ້າ​ຮ້ອງໄຫ້​ເພື່ອ​ຕົ້ນອະງຸ່ນ​ຂອງ​ເມືອງ​ສິບມາ ເໝືອນ​ດັ່ງ​ຮ້ອງໄຫ້​ເພື່ອ​ເມືອງ​ຢາເຊ. ນໍ້າຕາ​ຂອງ​ຂ້າພະເຈົ້າ​ຫລັ່ງໄຫລ ເຖິງ​ເມືອງ​ເຮັດຊະໂບນ​ແລະ​ເມືອງ​ເອເລອາເລ ຍ້ອນ​ທີ່​ນັ້ນ​ບໍ່ມີ​ການ​ເກັບກ່ຽວ​ພໍ​ເຮັດ​ໃຫ້​ປະຊາຊົນ​ເບີກບານ​ໃຈ​ເລີຍ.


ກົກອະງຸ່ນ​ຈະ​ຫ່ຽວແຫ້ງ​ໄປ ແລະ​ເຫຼົ້າ​ອະງຸ່ນ​ຈະ​ຫາ​ຍາກ​ທີ່ສຸດ. ທຸກໆຄົນ​ທີ່​ເຄີຍ​ມີ​ຄວາມສຸກ ບັດນີ້ ກໍ​ຈະ​ມີ​ແຕ່​ຄວາມທຸກ


ເຮົາ​ຈະ​ຮ້ອງໄຫ້​ໃຫ້​ປະຊາຊົນ​ສິບມາ ຫລາຍກວ່າ​ປະຊາຊົນ​ຢາເຊ​ອີກ. ເມືອງ​ສິບມາ​ເອີຍ ເຈົ້າ​ເປັນ​ດັ່ງ​ຕົ້ນອະງຸ່ນ​ຊຶ່ງ​ງ່າ​ໄປ​ຈຸ​ຮອດ​ທະເລຕາຍ ແລະ​ໄປ​ໄກ​ຈົນຮອດ​ເມືອງ​ຢາເຊ, ແຕ່​ບັດນີ້​ໝາກໄມ້​ລະດູ​ຮ້ອນ ແລະ​ໝາກອະງຸ່ນ​ຂອງ​ພວກເຈົ້າ​ຖືກ​ທຳລາຍ​ສາ​ແລ້ວ.


ແລະ​ໂມເຊ​ໄດ້​ສົ່ງ​ພວກ​ນັກສືບ​ເຂົ້າ​ໄປ​ສອດແນມ​ເບິ່ງ​ຊ່ອງທາງ ທີ່ດີ​ທີ່ສຸດ​ເພື່ອ​ເຂົ້າ​ໂຈມຕີ​ເມືອງ​ຢາເຊ. ຊາວ​ອິດສະຣາເອນ​ຈຶ່ງ​ຢຶດເອົາ​ຕົວເມືອງ​ໄດ້ ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ແລະ​ໄດ້​ຂັບໄລ່​ຊາວ​ອາໂມ​ທີ່​ອາໄສ​ຢູ່​ໃນ​ເມືອງ​ເຫຼົ່ານີ້​ອອກໄປ.


“ດິນແດນ​ສ່ວນ​ທີ່​ພຣະເຈົ້າຢາເວ​ໄດ້​ຢຶດເອົາ​ສຳລັບ​ປະຊາຊົນ​ອິດສະຣາເອນ​ເຊັ່ນ: ເມືອງ​ອາຕາໂຣດ, ດີໂບນ, ຢາເຊ, ນີມຣາ, ເຮັດຊະໂບນ, ເອເລອາເລ, ສິບມາ, ເນໂບ ແລະ​ເບໂອນ ເປັນ​ດິນ​ດີ​ຊຶ່ງ​ເໝາະ​ສຳລັບ​ລ້ຽງ​ສັດ ແລະ​ພວກ​ຄົນ​ຮັບໃຊ້​ຂອງທ່ານ​ກໍ​ມີ​ຝູງສັດ​ຫລາຍ.


ອັດໂຣດ​ໂຊຟັນ, ຢາເຊ, ໂຢກເບຮາ,


ເນໂບ, ບາອານ​ເມໂອນ (ຊື່​ນີ້​ຕໍ່ມາ​ໄດ້​ປ່ຽນ​ໃໝ່) ແລະ​ສິບມາ. ພວກເຂົາ​ໄດ້​ປ່ຽນ​ຊື່​ໃຫ້​ເມືອງ​ທີ່​ໄດ້​ສ້າງ​ຂຶ້ນ​ໃໝ່​ເຫຼົ່ານັ້ນ​ທັງໝົດ.


ກີຣິອາດທາອິມ, ສິບມາ, ເຊເຣັດ​ຊາຮາ, ທີ່​ຢູ່​ເທິງ​ພູ​ນ້ອຍ​ຕາມ​ຮ່ອມພູ​ນັ້ນ,


ເຂດແດນ​ຂອງ​ພວກເຂົາ​ນັ້ນ ມີ​ດັ່ງນີ້: ຢາເຊ​ແລະ​ເມືອງ​ທັງໝົດ​ຕາມ​ພູ​ກີເລອາດ, ດິນແດນ​ເຄິ່ງ​ໜຶ່ງ​ຂອງ​ຊາວ​ອຳໂມນ​ໄປ​ຈົນເຖິງ​ເມືອງ​ອາໂຣເອ ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ຣັບບາ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka