Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 16:7 - ພຣະຄຳພີສັກສິ

7 ຊາວ​ໂມອາບ​ຈະ​ຮ້ອງໄຫ້​ຮໍ່າໄຮ ຍ້ອນ​ຄວາມ​ເດືອດຮ້ອນ​ທີ່​ພວກຕົນ​ໄດ້​ຮັບ. ພວກເຂົາ​ຈະ​ຮໍ່າໄຮ​ເມື່ອ​ຄິດເຖິງ​ອາຫານ​ແຊບໆ ທີ່​ພວກຕົນ​ເຄີຍ​ກິນ​ໃນ​ເມືອງ​ກີຣະເຮເຣັດ. ພວກເຂົາ​ຈະ​ຖືກ​ທໍລະມານ​ຈົນ​ຕ້ອງ​ສິ້ນຫວັງ.

Uka jalj uñjjattʼäta Copia luraña




ເອຊາຢາ 16:7
8 Jak'a apnaqawi uñst'ayäwi  

ແລະ​ທຳລາຍ​ເມືອງ​ຕ່າງໆ​ຂອງ​ພວກເຂົາ. ເມື່ອ​ຜ່ານ​ໄຮ່ນາ​ອັນ​ອຸດົມສົມບູນ​ຂອງ​ຊາວ​ໂມອາບ​ໄປ​ນັ້ນ ຊາວ​ອິດສະຣາເອນ​ແຕ່ລະຄົນ​ກໍໄດ້​ໂຍນ​ກ້ອນຫີນ​ໃສ່ ຈົນ​ໄຮ່ນາ​ທັງໝົດ​ເຕັມ​ໄປ​ດ້ວຍ​ກ້ອນຫີນ; ພວກເຂົາ​ຖົມ​ບໍ່ນໍ້າ​ແລະ​ປໍ້າ​ຕົ້ນໄມ້​ທີ່​ມີ​ໝາກ​ທັງໝົດ​ລົງ. ໃນທີ່ສຸດ ມີ​ແຕ່​ເມືອງ​ກີຣະເຮເຣັດ ທີ່​ຍັງເຫລືອ​ຢູ່ ຊາວ​ອິດສະຣາເອນ​ຈຶ່ງ​ເຂົ້າ​ລ້ອມ​ໄວ້​ແລະ​ໂຈມຕີ​ເອົາ.


ແມ່ນແຕ່​ຈາກ​ທີ່​ໄກ​ອອກ​ໄປ​ທາງເໜືອ​ຂອງ​ບັນດາ​ເຜົ່າ​ອິດຊາຄາ, ເຊບູໂລນ ແລະ​ເນັບທາລີ, ປະຊາຊົນ​ກໍ​ໃຊ້​ລໍ, ອູດ, ລາ ແລະ​ງົວ ຕ່າງ​ອາຫານ​ມາ​ຊ່ວຍ ເຊັ່ນ: ແປ້ງເຂົ້າ, ໝາກເດື່ອ, ໝາກອະງຸ່ນ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ. ພວກເຂົາ​ໄດ້​ນຳ​ງົວ​ແລະ​ແກະ​ມາ​ຂ້າ​ກິນ​ດ້ວຍ. ທັງໝົດ​ນີ້​ແມ່ນ​ການ​ສະແດງ​ອອກ​ເຖິງ​ຄວາມ​ຊົມຊື່ນ​ຍິນດີ​ນຳ​ກັນ​ທົ່ວ​ທັງປະເທດ.


ແລະ​ແຈກ​ຢາຍ​ອາຫານ​ໃຫ້​ພວກເຂົາ​ທຸກຄົນ. ເພິ່ນ​ໄດ້​ເອົາ​ເຂົ້າຈີ່​ຢາຍ​ໃຫ້​ຜູ້ຊາຍ ແລະ​ຜູ້ຍິງ​ໃນ​ຊາດ​ອິດສະຣາເອນ ຄົນລະ​ກ້ອນ, ຊີ້ນ​ປີ້ງ​ຄົນລະ​ຕ່ອນ, ແລະ​ໝາກອະງຸ່ນ​ແຫ້ງ.


ຂ້າພະເຈົ້າ​ຄວນຄາງ​ດ້ວຍ​ຄວາມ​ເສົ້າໝອງ​ເພື່ອ​ດິນແດນ​ໂມອາບ ແລະ​ດ້ວຍ​ຄວາມ​ຂົມຂື່ນ​ຫລາຍ​ເພື່ອ​ເມືອງ​ກີຣະເຮເຣັດ.


ແຕ່​ພວກເຂົາ​ຈະ​ບອກ​ພວກເຈົ້າ​ວ່າ, “ໃຫ້​ຖາມ​ເອົາຄວາມ​ນຳ​ພວກ​ໝໍ​ມໍ ແລະ​ພວກ​ໝໍ​ຜີ​ຜູ້​ທີ່​ເວົ້າ​ພຶມພໍ່າ​ຢູ່​ໃນ​ລຳຄໍ.” ບໍ່ຄວນ​ບໍ​ທີ່​ປະຊາຊົນ​ຈະ​ຕ້ອງ​ຖາມ​ເອົາຄວາມ​ນຳ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ຄວນ​ຢູ່​ບໍ​ທີ່​ຈະ​ໄປ​ຖາມ​ເອົາຄວາມ​ນຳ​ຄົນຕາຍ​ເພື່ອ​ຄົນ​ເປັນ.


ພວກເຂົາ​ຈະ​ຕອບ​ວ່າ, ‘ໂມອາບ​ແຕກ​ແລ້ວ​ເດ ເປັນ​ໜ້າອັບອາຍ​ຫລາຍ ແລະ​ທຸກໃຈ​ແທ້ໆ. ຈົ່ງ​ໄປ​ປະກາດ​ຕາມ​ແຄມ​ແມ່ນໍ້າ​ອາກໂນນ​ວ່າ ດິນແດນ​ໂມອາບ​ໄດ້​ເຖິງ​ທີ່​ປະລາໄຊ​ແລ້ວ.’


ເພາະສະນັ້ນ ເຮົາ​ຈຶ່ງ​ຮ້ອງໄຫ້​ສຳລັບ​ທຸກຄົນ​ໃນ​ໂມອາບ ແລະ​ສຳລັບ​ປະຊາຊົນ​ກີຣະເຮເຣັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka