6 ປະຊາຊົນຊາວຢູດາເວົ້າວ່າ, “ພວກເຮົາເຄີຍໄດ້ຍິນເຖິງຊາວໂມອາບວ່າ ພວກເຂົາອວດອົ່ງຈອງຫອງສໍ່າໃດ. ພວກເຮົາຮູ້ວ່າພວກເຂົາອວດດີແລະທະນົງຕົວ ແຕ່ພວກເຂົາຂີ້ສະຫາວລ້າໆ.”
ຄົນໂອຫັງອວດດີດູຖູກທຸກແນວ ການປະພຶດຂອງລາວກໍລ້ວນແຕ່ຂີ້ສະຫາວທັງນັ້ນ.
ຕໍ່ໄປນີ້ແມ່ນຖ້ອຍຄຳກ່ຽວກັບດິນແດນໂມອາບ. ເມືອງອາຣະແລະເມືອງກີຣະໄດ້ຖືກທຳລາຍພຽງຄືນດຽວເທົ່ານັ້ນ ແລະດິນແດນໂມອາບກໍມີແຕ່ຄວາມມິດງຽບທັງສິ້ນ.
ວັນໜຶ່ງຈະມາເຖິງ ເມື່ອຄວາມອວດອົ່ງຈອງຫອງຂອງມະນຸດຈະສິ້ນສຸດລົງ ແລະຄວາມອວດດີຂອງພວກເຂົາຈະຖືກທຳລາຍ. ແລ້ວແມ່ນພຣະເຈົ້າຢາເວເທົ່ານັ້ນ ທີ່ຈະໄດ້ຮັບກຽດແລະຄຳຍົກຍໍສັນລະເສີນ.
ພຣະເຈົ້າຢາເວຈະປົກປ້ອງພູເຂົາຊີໂອນ; ແຕ່ປະຊາຊົນຊາວໂມອາບຈະຖືກຢຽບຢໍ່າລົງ ເໝືອນກັນກັບຄົນຢຽບຢໍ່າເຟືອງເພື່ອເຮັດຝຸ່ນ.
ພວກເຂົາຈະເດ່ມືອອກເໝືອນຄົນທີ່ພະຍາຍາມລອຍນໍ້າໄປ, ແຕ່ພຣະອົງຈະເຮັດໃຫ້ພວກເຂົາອ່ອນແຮງ ແລະມືພວກເຂົາຈະຈົມລົງຢ່າງຂາດຜູ້ຊ່ວຍ.
ພວກເຈົ້າເວົ້າອວດວ່າ ພວກເຈົ້າໄດ້ເຮັດຂໍ້ສັນຍາກັບຄວາມຕາຍ ແລະບັນລຸຂໍ້ຕົກລົງໄປສູ່ແດນມໍຣະນາ. ພວກເຈົ້າແນ່ໃຈວ່າເມື່ອຄວາມຈິບຫາຍມາ ມັນຈະຫວິດໄປຈາກພວກເຈົ້າຍ້ອນພວກເຈົ້າເພິ່ງຄຳເວົ້າຕົວະ ແລະເພິ່ງການຫລອກລວງເພື່ອຮັກສາພວກເຈົ້າໃຫ້ປອດໄພ.
ຂໍ້ສັນຍາທີ່ພວກເຈົ້າໄດ້ເຮັດກັບຄວາມຕາຍຈະຖືກທຳລາຍ ແລະຂໍ້ຕົກລົງທີ່ພວກເຈົ້າໄດ້ເຮັດກັບແດນມໍຣະນາກໍຈະຖືກຍົກເລີກ. ເມື່ອຄວາມຈິບຫາຍມາເຖິງ ມັນຈະຢຽບຢໍ່າພວກເຈົ້າລົງ.
ເຮົາໄດ້ເຮັດໃຫ້ພວກໝໍດູໝໍມໍໂງ່ຈ້າໝົດ ເຮັດໃຫ້ຜູ້ເບິ່ງເລີກເບິ່ງຍາມເຫລືອອົກເຫລືອໃຈດ້ວຍ. ເຮົາຂັດແຍ້ງ ໂຕ້ຕອບຄຳເວົ້າຄົມຂອງຄົນມີປັນຍາ ແລະຊີ້ໃຫ້ເຫັນວ່າປັນຍາຂອງພວກເຂົານັ້ນໂງ່ຈ້າ.
ຊາຍໂມອາບ ເປັນຫຍັງຈຶ່ງວ່າເປັນຊ່ຽວຊານການລົບ ເປັນຜູ້ອົງອາດກ້າຫານທີ່ຜ່ານເສິກມາແລ້ວ?
ພຣະເຈົ້າຢາເວກ່າວວ່າ, “ຈົ່ງເຮັດໃຫ້ໂມອາບມືນເມົາເພາະໄດ້ກະບົດຕໍ່ເຮົາ. ໂມອາບຈະເກືອກກົ້ວຢູ່ໃນຮາກຂອງຕົນເອງ ແລະປະຊາຊົນຈະຫົວເຍາະເຍີ້ຍ.
ໂມອາບຈະຖືກທຳລາຍແລະຈະບໍ່ເປັນຊົນຊາດໜຶ່ງອີກຕໍ່ໄປ ຍ້ອນໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວ.
ໃຫ້ຄວາມຕາຍມາສູ່ຜູ້ທຳນວາຍຂີ້ຕົວະ ພວກເຂົາຊ່າງພາກັນໂງ່ຈ້າແທ້ໆ ຈົ່ງໃຫ້ຄວາມຕາຍມາສູ່ທະຫານທຸກຄົນສາ ພວກເຂົາຊ່າງຢ້ານກົວຫລາຍແທ້ໆ
ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວໂມອາບໄດ້ເຮັດບາບຕື່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາໄດ້ເຜົາກະດູກຂອງກະສັດແຫ່ງເອໂດມ ຈົນເປັນຂີ້ເຖົ່າຢ່າງບໍ່ໃຫ້ການນັບຖື.
ໃນທຳນອງດຽວກັນ ພວກເຈົ້າຜູ້ມີອາຍຸອ່ອນກວ່າ ຈົ່ງນ້ອມຟັງຕໍ່ພວກອາວຸໂສ. ພວກເຈົ້າທຸກຄົນ ຈົ່ງສວມຄວາມຖ່ອມໃຈ ເພື່ອຮັບໃຊ້ຊຶ່ງກັນແລະກັນ ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ພຣະເຈົ້າຊົງຕໍ່ສູ້ຄົນທີ່ຈອງຫອງ ແຕ່ຊົງປະທານພຣະຄຸນແກ່ຜູ້ທີ່ຖ່ອມໃຈລົງ.”