Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 16:5 - ພຣະຄຳພີສັກສິ

5 ແລ້ວ​ເຊື້ອສາຍ​ຜູ້ໜຶ່ງ​ຂອງ​ດາວິດ​ກໍ​ຈະ​ຂຶ້ນ​ເປັນ​ກະສັດ ແລະ​ເພິ່ນ​ຈະ​ປົກຄອງ​ປະຊາຊົນ​ດ້ວຍ​ຄວາມຮັກ​ແລະ​ຄວາມສັດຊື່. ເພິ່ນ​ຈະ​ຟ້າວ​ລົງມື​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ ແລະ​ເພິ່ນ​ຈະ​ຄອຍເບິ່ງ​ວ່າ​ມີ​ຄວາມ​ຍຸດຕິທຳ​ຫລືບໍ?)

Uka jalj uñjjattʼäta Copia luraña




ເອຊາຢາ 16:5
31 Jak'a apnaqawi uñst'ayäwi  

ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ຕໍ່​ຂ້ານ້ອຍ ຜູ້​ຄຸ້ມຄອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້: ກະສັດ​ຜູ້​ທີ່​ປົກຄອງ​ດ້ວຍ​ຄວາມ​ຍຸດຕິທຳ ແລະ​ປົກຄອງ​ດ້ວຍ​ຄວາມ​ຢຳເກງ​ພຣະເຈົ້າ.


ເມື່ອ​ຢຶດເອົາ​ປ້ອມ​ປ້ອງກັນ​ເມືອງ​ໄດ້​ແລ້ວ ກະສັດ​ດາວິດ​ກໍ​ຢູ່​ໃນ​ທີ່ນັ້ນ​ແລະ​ໃສ່​ຊື່​ບ່ອນ​ນີ້​ວ່າ, “ເມືອງ​ຂອງ​ດາວິດ.” ເພິ່ນ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ນີ້​ໄວ້​ຕັ້ງແຕ່​ບ່ອນ​ທີ່​ເຂົາ​ຖົມ​ດິນ​ທາງທິດ​ຕາເວັນອອກ​ຂອງ​ເນີນພູ.


ເຈົ້າ​ຈະ​ມີ​ເຊື້ອສາຍ​ຢູ່​ເລື້ອຍໆ ແລະ​ເຮົາ​ຈະ​ໃຫ້​ອານາຈັກ​ຂອງ​ເຈົ້າ​ຄົງ​ຢູ່​ຕະຫລອດໄປ. ເຊື້ອວົງ​ຂອງ​ເຈົ້າ​ຈະ​ດຳລົງ​ສືບໆໄປ​ໂດຍ​ບໍ່​ສິ້ນສຸດ​ຈັກເທື່ອ.”’


ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ພຣະອົງ​ໄດ້​ສຳແດງ​ໃຫ້​ເຫັນ​ວ່າ​ພຣະອົງ​ພໍໃຈ​ນຳ​ທ່ານ​ຫລາຍ​ທີ່ສຸດ ຈຶ່ງ​ແຕ່ງຕັ້ງ​ທ່ານ​ໃຫ້​ເປັນ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ. ເພາະ​ຄວາມຮັກ​ຂອງ​ພຣະເຈົ້າຢາເວ​ສຳລັບ​ຊາດ​ອິດສະຣາເອນ​ມີ​ຕະຫລອດໄປ ພຣະອົງ​ຈຶ່ງ​ໄດ້​ແຕ່ງຕັ້ງ​ທ່ານ​ໃຫ້​ເປັນ​ກະສັດ​ຂອງ​ພວກເຂົາ ເພື່ອ​ທ່ານ​ຈະ​ຮັກສາ​ກົດບັນຍັດ​ແລະ​ຄວາມ​ຍຸດຕິທຳ​ໄວ້.”


ທົ່ວ​ທັງ​ຢູດາຍ ກະສັດ​ເຮເຊກີຢາ​ໄດ້​ເຮັດ​ສິ່ງ​ທີ່​ດີ​ແລະ​ຖືກຕ້ອງ ແລະ​ພໍພຣະໄທ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ.


ຄວາມຮັກ​ກັບ​ຄວາມສັດຊື່​ຈະ​ພົບພໍ້​ກັນ ຄວາມ​ຊອບທຳ​ແລະ​ສັນຕິສຸກ​ຈະ​ກອດ​ກັນ​ໄວ້.


ຄວາມ​ຊອບທຳ​ກັບ​ຄວາມ​ຍຸດຕິທຳ​ນັ້ນ​ແມ່ນ ຮາກຖານ​ແຫ່ງ​ອານາຈັກ​ຂອງ​ພຣະອົງ ຄວາມຮັກ​ແລະ​ຄວາມສັດຊື່​ກໍ​ກ້າວ​ເດີນ​ໄປ ຂ້າງໜ້າ​ພຣະອົງ.


ເມື່ອ​ພຣະເຈົ້າຢາເວ​ມາ​ປົກຄອງ​ຄົນ​ໂລກນີ້ ພຣະອົງ​ຈະ​ປົງຄອງ​ຢ່າງ​ສັດຊື່​ແລະ​ເປັນທຳ ແລະ​ຈະ​ຕັດສິນ​ປະຊາຊົນ​ທັງຫລາຍ​ດ້ວຍ​ຄວາມຈິງ​ຂອງ​ພຣະອົງ.


ຕໍ່ໜ້າ​ພຣະເຈົ້າຢາເວ ເພາະ​ພຣະອົງ​ກຳລັງ​ຈະມາ​ຕັດສິນ​ແຜ່ນດິນ​ໂລກ ເພື່ອ​ພິພາກສາ​ຕັດສິນ​ໂລກ​ດ້ວຍ​ຄວາມ​ຊອບທຳ​ແລະ​ຊົນຊາດ​ທັງຫຼາຍ​ດ້ວຍ​ຄວາມ​ສັດຊື່.


ກະສັດ​ຜູ້​ຊົງ​ອຳນາດ​ຍິ່ງໃຫຍ່ ເພາະ​ພຣະອົງ​ຮັກ​ການ​ກະທຳ​ທີ່​ເປັນ​ທຳ ແລະ​ໃຫ້​ມີ​ຄວາມ​ຍຸດຕິທຳ​ໃນ​ຊາດ​ອິດສະຣາເອນ ພຣະອົງ​ໄດ້​ນຳ​ຄວາມ​ຊອບທຳ​ແລະ​ຄວາມ​ເປັນທຳ​ມາ​ໃຫ້.


ກະສັດ​ຈະ​ຄອງ​ອຳນາດ​ຢູ່​ໄດ້ ຕາບໃດ​ທີ່​ເພິ່ນ​ຍັງ​ປົກຄອງ​ຢ່າງ​ສັດຊື່​ແລະ​ເປັນທຳ.


ຖ້າ​ກະສັດ​ປົກປ້ອງ​ສິດທິ​ຂອງ​ຄົນທຸກ ເພິ່ນ​ກໍ​ຈະ​ປົກຄອງ​ໄດ້​ດົນນານ.


ເຊືອກ​ກາງ​ຜ້າໃບ​ຂອງ​ເຮືອ​ກໍ​ບໍ່ມີ​ປະໂຫຍດ; ຜ້າໃບ​ແລ່ນ​ເຮືອ​ກໍ​ໃຊ້​ການ​ບໍ່ໄດ້ ພວກເຈົ້າ​ຈະ​ຢຶດ​ຊັບສົມບັດ​ອັນ​ມະຫາສານ​ຂອງ​ກອງທັບ​ເຫຼົ່າ​ສັດຕູ​ຈົນ​ໝົດ ແມ່ນແຕ່​ຄົນ​ຂາ​ພິການ​ກໍໄດ້​ຮັບ​ສ່ວນແບ່ງ. ເພາະ​ພຣະເຈົ້າຢາເວ​ເປັນ​ຜູ້ຕັດສິນ​ຂອງ​ພວກເຮົາ, ພຣະເຈົ້າຢາເວ​ເປັນ​ຜູ້​ໃຫ້​ກົດໝາຍ​ຂອງ​ພວກເຮົາ, ພຣະເຈົ້າຢາເວ​ເປັນ​ກະສັດ​ຂອງ​ພວກເຮົາ; ພຣະອົງ​ຈະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ.


ເຮົາ​ໄດ້​ເຮັດ​ໃຫ້​ເພິ່ນ​ນຳພາ​ແລະ​ສັ່ງການ ບັນດາ​ຊົນຊາດ​ໄດ້​ຮູ້​ຣິດອຳນາດ​ເຮົາ​ທາງ​ເພິ່ນ.


ເພິ່ນ​ໄດ້​ຮັບ​ສິດ​ອຳນາດ, ກຽດຕິຍົດ ແລະ​ອຳນາດ​ແຫ່ງ​ການ​ເປັນໃຫຍ່ ຈົນ​ວ່າ​ທຸກ​ຊົນຊາດ, ທຸກ​ເຊື້ອຊາດ ແລະ​ທຸກ​ພາສາ​ໄດ້​ຮັບໃຊ້​ເພິ່ນ. ສິດ​ອຳນາດ​ຂອງ​ເພິ່ນ​ຈະ​ດຳລົງ​ຢູ່​ຕະຫລອດໄປ ແລະ​ອານາຈັກ​ຂອງ​ເພິ່ນ​ກໍ​ຈະ​ບໍ່​ສິ້ນສຸດ​ເປັນ​ຈັກເທື່ອ.


ອຳນາດ​ແລະ​ຄວາມ​ຍິ່ງໃຫຍ່​ຂອງ​ອານາຈັກ​ທັງໝົດ​ໃນ​ແຜ່ນດິນ​ໂລກ​ນັ້ນ ຈະ​ຖືກ​ມອບ​ໃຫ້​ແກ່​ປະຊາຊົນ​ຂອງ​ພຣະເຈົ້າ​ອົງ​ສູງສຸດ. ອຳນາດ​ແຫ່ງ​ກະສັດ​ຂອງ​ພວກເຂົາ​ຈະ​ບໍ່​ສິ້ນສຸດ​ໄປ ແລະ​ບັນດາ​ຜູ້ປົກຄອງ​ທັງໝົດ​ທີ່​ເທິງ​ແຜ່ນດິນ​ໂລກ​ຈະ​ຮັບໃຊ້​ແລະ​ເຊື່ອຟັງ​ພວກເຂົາ.


“ວັນ​ໜຶ່ງ​ໃກ້​ເຂົ້າ​ມາ​ແລ້ວ ເມື່ອ​ເຮົາ​ຈະ​ສ້າງ​ຫໍເຕັນ​ຂອງ​ດາວິດ​ຂຶ້ນ​ໃໝ່ ຄື​ເປັນ​ດັ່ງ​ເຮືອນ​ຫລັງ​ໜຶ່ງ​ທີ່​ຮົກຮ້າງ​ເພພັງ​ນັ້ນ. ເຮົາ​ຈະ​ສ້ອມແປງ​ກຳແພງ​ອີກ​ໃໝ່ ໃຫ້​ເປັນ​ດັ່ງ​ທີ່​ເຄີຍ​ເປັນ​ມາ​ແຕ່​ດົນນານ​ແລ້ວ.


ພວກເຂົາ​ເປັນ​ຄົນ​ຂາ​ພິການ ແລະ​ຢູ່​ຫ່າງໄກ​ຈາກ​ເຮືອນ, ແຕ່​ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເລີ່ມຕົ້ນ​ໃໝ່​ຈາກ​ພວກ​ທີ່​ຍັງເຫລືອ​ຢູ່ ແລະ​ພວກເຂົາ​ຈະ​ກາຍເປັນ​ຊົນຊາດ​ທີ່​ຍິ່ງໃຫຍ່. ພຣະເຈົ້າຢາເວ​ຈະ​ປົກຄອງ​ພວກເຂົາ​ທີ່​ພູເຂົາ​ຊີໂອນ ແຕ່​ເວລາ​ນັ້ນ​ຈົນ​ຕະຫລອດໄປ​ເປັນນິດ.”


ຈົ່ງ​ຍິນດີ​ເຖີດ ປະຊາຊົນ​ຂອງ​ພູເຂົາ​ຊີໂອນ​ເອີຍ ປະຊາຊົນ​ນະຄອນ​ເຢຣູຊາເລັມ ຈົ່ງ​ໂຮຮ້ອງ​ຍິນດີ​ເຖີດ ຈົ່ງ​ເບິ່ງດູ​ວ່າ​ກະສັດ​ຂອງ​ພວກເຈົ້າ​ກຳລັງ​ມາ​ຫາ ເພິ່ນ​ມາ​ຢ່າງ​ຜູ້​ມີໄຊ​ແລະ​ຢ່າງ​ຜູ້​ຍຸດຕິທຳ​ດ້ວຍ ແຕ່​ພັດ​ຖ່ອມຕົວ​ລົງ​ມາ​ນັ່ງ​ທີ່​ເທິງ​ຫລັງ​ລໍ ຂີ່​ລໍນ້ອຍ​ໂຕ​ທີ່​ເກີດ​ມາ​ຈາກ​ລໍແມ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka