2 ພວກເຂົາຄອຍຖ້າຢູ່ຕາມຕາຝັ່ງແມ່ນໍ້າອາກໂນນ ແລະເຄື່ອນຍ້າຍໄປມາຢ່າງບໍ່ມີເປົ້າໝາຍ ດັ່ງນົກທີ່ຖືກໄລ່ໃຫ້ໜີໄປຈາກຮັງ.
ກະສັດເມຊາແຫ່ງໂມອາບໄດ້ລ້ຽງແກະໄວ້ຢ່າງຫລວງຫລາຍ; ແລະທຸກປີໃດ ເພິ່ນໄດ້ເສຍສ່ວຍໃຫ້ກະສັດແຫ່ງອິດສະຣາເອນ ລູກແກະໜຶ່ງແສນໂຕ ແລະຂົນແກະຈາກແກະໜຶ່ງແສນໂຕ.
ຄຳປ້ອຍດ່າອາດທຳຮ້າຍຄົນ ເວັ້ນເສຍແຕ່ຕົນສົມຄວນໄດ້ຮັບ. ມັນເປັນດັ່ງນົກທີ່ບິນເວີ່ນໄປມາໂດຍຫາບ່ອນງອຍບໍ່ໄດ້.
ຄົນທີ່ໜີໄປຈາກເຮືອນ ກໍເໝືອນດັ່ງນົກທີ່ໜີໄປຈາກຮັງ.
ພວກຄົນຕ່າງດ້າວທີ່ອາໄສຢູ່ໃນນະຄອນບາບີໂລນ ຈະແລ່ນປົບໜີໄປສູ່ບ້ານເມືອງຂອງພວກເຂົາໂດຍກະຈັດກະຈາຍໄປ ດັ່ງກວາງປົບຄົນໂຫ່ເນື້ອ ແລະດັ່ງຝູງແກະທີ່ຂາດຜູ້ລ້ຽງ.
ພວກເຂົາຈະຕອບວ່າ, ‘ໂມອາບແຕກແລ້ວເດ ເປັນໜ້າອັບອາຍຫລາຍ ແລະທຸກໃຈແທ້ໆ. ຈົ່ງໄປປະກາດຕາມແຄມແມ່ນໍ້າອາກໂນນວ່າ ດິນແດນໂມອາບໄດ້ເຖິງທີ່ປະລາໄຊແລ້ວ.’
ສົງສານປະຊາຊົນໂມອາບເດ ປະຊາຊົນຜູ້ຂາບໄຫວ້ພະເຄໂມດໄດ້ຖືກທຳລາຍແລ້ວ ແລະລູກຊາຍຍິງຂອງພວກເຂົາກໍໄດ້ຖືກຈັບໄປເປັນຊະເລີຍເສິກສາແລ້ວ.
ຈົ່ງຕຽມອຸບມຸງຝັງສົບໄວ້ສຳລັບໂມອາບສາ ເພາະຈະຖືກທຳລາຍໃນເວລາໄວໆນີ້. ເມືອງກໍຈະຖືກປະປ່ອຍໃຫ້ຮົກຮ້າງເພພັງ ແລະຈະບໍ່ມີຜູ້ໃດອາໄສຢູ່ໃນທີ່ນັ້ນອີກ.” (
ຊາວໂມອາບຖືກປາບສ້ຽງ ສູນເສຍຢ່າງຫລວງຫລາຍ; ເຈົ້າຜູ້ຝຶກຂາບໄຫວ້ ພະເຄໂມດເລີຍສິ້ນວອດວາຍ. ພະຂອງພວກເຈົ້ານັ້ນເຮັດໃຫ້ ຄົນປົບຫລົບໄພໄປຍົ່ວໆ; ຍິງຕ້ອງຖິ້ມຜົວຖິ້ມລູກ ເປັນຊະເລີຍຮັບໃຊ້ເຈົ້າອາໂມ.
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ໄດ້ໃຫ້ພວກເຮົາຢຶດເອົາເມືອງຕ່າງໆ ຕັ້ງແຕ່ອາໂຣເອໄປ ດັ່ງນີ້: ເມືອງແຄມຮ່ອມພູອາກໂນນ ແລະເມືອງທີ່ຢູ່ທາງກາງຮ່ອມພູ, ຕະຫລອດທຸກເມືອງທີ່ຢູ່ຕາມທາງໄປສູ່ເຂດແດນກີເລອາດ. ບໍ່ມີເມືອງໃດທີ່ມີກຳແພງແໜ້ນໜາ ພໍທີ່ພວກເຮົາຈະຢຶດເອົາບໍ່ໄດ້.
“ເມື່ອພວກເຮົາຢຶດເອົາດິນແດນມາເປັນກຳມະສິດນັ້ນ ຂ້າພະເຈົ້າໄດ້ມອບໃຫ້ເຜົ່າຣູເບັນແລະກາດ ເຂດແດນທາງທິດເໜືອຂອງເມືອງອາໂຣເອໃກ້ກັບແມ່ນໍ້າອາກໂນນ ແລະເຄິ່ງໜຶ່ງຂອງເຂດເນີນພູກີເລອາດພ້ອມກັບເມືອງເລັກເມືອງນ້ອຍຕ່າງໆ.
ໃນຄັ້ງນັ້ນ ພວກເຮົາໄດ້ຢຶດເອົາຈາກກະສັດທັງສອງຂອງຊາວອາໂມ ດິນແດນທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ ຕັ້ງແຕ່ແມ່ນໍ້າອາກໂນນຈົນເຖິງພູເຮີໂມນ. (
ເຂດແດນຂອງພວກເຂົາຍາວອອກໄປຈົນເຖິງເມືອງອາໂຣເອ (ຢູ່ທີ່ແຄມຮ່ອມພູອາກໂນນ) ແລະໄປຈົນເຖິງເມືອງທີ່ຢູ່ກາງຮ່ອມພູຕະຫລອດທັງພູພຽງທັງໝົດ ທີ່ຢູ່ອ້ອມແອ້ມເມືອງເມເດບາ.
ຕໍ່ມາ ພວກເຂົາໄດ້ເດີນທາງຜ່ານຖິ່ນແຫ້ງແລ້ງກັນດານ ອ້ອມດິນແດນເອໂດມແລະໂມອາບໄປ ຈົນມາຮອດທາງທິດຕາເວັນອອກຂອງໂມອາບ ທີ່ຢູ່ທາງຟາກຫ້ວຍນໍ້າອາກໂນນເບື້ອງອື່ນ. ພວກເຂົາໄດ້ຕັ້ງຄ້າຍພັກຢູ່ໃນທີ່ນັ້ນ ແຕ່ບໍ່ໄດ້ຂ້າມຫ້ວຍນໍ້າອາກໂນນໄປ ຍ້ອນວ່າມັນແມ່ນເຂດແດນຂອງຊາວໂມອາບ.