13 ນັ້ນແຫລະ ຄືຖ້ອຍຄຳຂອງພຣະເຈົ້າຢາເວ ທີ່ໄດ້ບອກລ່ວງໜ້າກ່ຽວກັບໂມອາບ.
ປະຊາຊົນຊາວໂມອາບໝົດກຳລັງແລ້ວ ທີ່ຈະໄປເທິງພູເຂົາທີ່ມີຮູບເຄົາຣົບຂອງພວກເຂົາ ແລະໄປຍັງວິຫານຂອງພວກເຂົາເພື່ອໄຫວ້ວອນ ແຕ່ຈະບໍ່ມີປະໂຫຍດຫຍັງເລີຍ.
ບັດນີ້ ພຣະເຈົ້າຢາເວກ່າວວ່າ, “ເມື່ອຄົບສາມປີເຕັມ ຄວາມຮັ່ງມີອັນມະຫາສານຂອງໂມອາບຈະສູນສິ້ນໄປ. ໃນຈຳນວນປະຊາຊົນທີ່ຫລວງຫລາຍ ຈະມີພຽງແຕ່ໜ້ອຍຄົນເທົ່ານັ້ນທີ່ລອດຊີວິດຢູ່ ແລະຕ່າງກໍຈະອ່ອນເພຍ.”
ພວກເຈົ້າຢ່າສູ່ຢ້ານ ປະຊາຊົນຂອງເຮົາເອີຍ ພວກເຈົ້າຮູ້ແຕ່ດຶກດຳບັນຈົນເຖິງປັດຈຸບັນນີ້ ເຮົາໄດ້ບອກລ່ວງໜ້າເຖິງທຸກສິ່ງທີ່ຈະເກີດມາ ພວກເຈົ້າກໍເປັນພະຍານຫຼັກຖານໃຫ້ເຮົາໄດ້. ນອກຈາກເຮົາແລ້ວ ມີພຣະເຈົ້າອົງໃດແດ່? ຊຶ່ງມີຣິດອຳນາດທີ່ເຮົາໄດ້ຍິນມາ?”