Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 16:12 - ພຣະຄຳພີສັກສິ

12 ປະຊາຊົນ​ຊາວ​ໂມອາບ​ໝົດ​ກຳລັງ​ແລ້ວ ທີ່​ຈະ​ໄປ​ເທິງ​ພູເຂົາ​ທີ່​ມີ​ຮູບເຄົາຣົບ​ຂອງ​ພວກເຂົາ ແລະ​ໄປ​ຍັງ​ວິຫານ​ຂອງ​ພວກເຂົາ​ເພື່ອ​ໄຫວ້ວອນ ແຕ່​ຈະ​ບໍ່ມີ​ປະໂຫຍດ​ຫຍັງ​ເລີຍ.

Uka jalj uñjjattʼäta Copia luraña




ເອຊາຢາ 16:12
24 Jak'a apnaqawi uñst'ayäwi  

ຢູ່​ເທິງ​ພູເຂົາ​ທາງທິດ​ຕາເວັນອອກ​ຂອງ​ນະຄອນ​ເຢຣູຊາເລັມ ກະສັດ​ໂຊໂລໂມນ​ໄດ້​ສ້າງ​ບ່ອນ​ຂາບໄຫວ້​ພະ​ເຄໂມດ ພະ​ທີ່​ໜ້າລັງກຽດ​ຂອງ​ຊາວ​ໂມອາບ ແລະ​ສ້າງ​ບ່ອນ​ຂາບໄຫວ້​ພະ​ໂມເລັກ ພະ​ທີ່​ໜ້າລັງກຽດ​ຂອງ​ຊາວ​ອຳໂມນ.


ພວກເຂົາ​ໄດ້​ເຮັດ​ດັ່ງນີ້​ໄປ​ຈົນເຖິງ​ເວລາ​ຖວາຍບູຊາ​ຕອນແລງ, ແຕ່​ບໍ່ມີ​ຄຳຕອບ​ແລະ​ບໍ່ມີ​ສຽງ​ໃດໆ​ເລີຍ.


ບັນພະບຸລຸດ​ຂອງ​ຂ້າພະເຈົ້າ​ໄດ້​ທຳລາຍ​ເມືອງ​ໂກຊານ, ຮາຣານ ແລະ​ເຣເຊັບ ແລະ​ໄດ້​ຂ້າ​ຊາວ​ເອເດນ​ທີ່​ອາໄສ​ຢູ່​ໃນ​ເມືອງ​ເຕລາສາ ແລະ​ບໍ່ມີ​ພະ​ຕົນໃດ​ໃນ​ບັນດາ​ພະ​ຂອງ​ພວກເຂົາ​ຊ່ວຍ​ພວກເຂົາ​ໄວ້​ໄດ້.


ສະນັ້ນ ເພິ່ນ​ຈຶ່ງ​ພາ​ລູກຊາຍກົກ​ຜູ້​ທີ່​ຈະ​ຂຶ້ນ​ເປັນ​ກະສັດ​ແທນ​ຕົນ​ນັ້ນ ໄປ​ຖວາຍ​ທີ່​ເທິງ​ກຳແພງ​ເມືອງ​ເປັນ​ເຄື່ອງບູຊາ​ແກ່​ພະ​ຂອງ​ຊາວ​ໂມອາບ. ຊາວ​ອິດສະຣາເອນ​ເກີດ​ຢ້ານກົວ​ຈົນ​ຕົວ​ສັ່ນເຊັນ ຈຶ່ງ​ຖອນ​ໜີ​ຈາກ​ເມືອງ​ແລະ​ກັບຄືນ​ໄປ​ສູ່​ປະເທດ​ຂອງຕົນ.


ເມື່ອນັ້ນ​ແຫລະ ເຈົ້າ​ຈະ​ເອີ້ນ​ຫາ​ປັນຍາ, ແຕ່​ເຮົາ​ຈະ​ບໍ່​ຕອບ​ເຈົ້າ. ເຈົ້າ​ຈະ​ຊອກ​ຫາ​ເຮົາ​ໃນ​ທົ່ວ​ທຸກບ່ອນ, ແຕ່​ເຈົ້າ​ຈະ​ບໍ່​ພົບ​ເຮົາ.


ປະຊາຊົນ​ແຫ່ງ​ດີໂບນ ປີນຂຶ້ນ​ສູ່​ເທິງ​ພູ​ເພື່ອ​ໄປ​ຮ້ອງໄຫ້​ໃນ​ບ່ອນ​ທີ່​ມີ​ຮູບເຄົາຣົບ. ປະຊາຊົນ​ແຫ່ງ​ໂມອາບ​ຄໍ່າຄວນ​ດ້ວຍ​ຄວາມ​ໂສກເສົ້າ​ໃຫ້​ເມືອງ​ເນໂບ​ແລະ​ເມືອງ​ເມເດບາ; ພວກເຂົາ​ໄດ້​ແຖ​ຫົວ​ແລະ​ແຖ​ໜວດ​ເພື່ອ​ສະແດງ​ຄວາມ​ໂສກເສົ້າ.


ນັ້ນແຫລະ ຄື​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ທີ່​ໄດ້​ບອກ​ລ່ວງໜ້າ​ກ່ຽວກັບ​ໂມອາບ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ລົງໂທດ​ຄົນ​ຂອງ​ພຣະອົງ ພວກເຂົາ​ໄດ້​ພາວັນນາ​ອະທິຖານ​ດ້ວຍ​ຈິດໃຈ​ທີ່​ເຈັບປວດ.


ວັນ​ໜຶ່ງ ໃນ​ຂະນະທີ່​ເພິ່ນ​ກຳລັງ​ຂາບໄຫວ້​ນີຊະໂລກ ພະ​ຂອງຕົນ​ຢູ່​ໃນ​ວິຫານ ອັດຣຳເມເລັກ​ແລະ​ຊາເຣເຊ ລູກຊາຍ​ສອງ​ຄົນ​ຂອງ​ເພິ່ນ ໄດ້​ສັງຫານ​ເພິ່ນ​ດ້ວຍ​ດາບ​ຂອງ​ພວກເຂົາ ແລ້ວ​ກໍ​ປົບໜີໄປ​ໃນ​ດິນແດນ​ອາຣາຣັດ. ເອສາຮັດໂດນ​ລູກຊາຍ​ອີກ​ຄົນ​ໜຶ່ງ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ.


ສິ້ນ​ອຳນາດ​ແລ້ວ​ເຖິງ​ວ່າ​ໄດ້​ຮັບ​ຄຳແນະນຳ​ກໍດີ ຈົ່ງ​ໃຫ້​ພວກ​ໝໍໂຫນ​ໝໍທວາຍ​ອອກ​ມາ ແລະ​ຊ່ວຍ​ເອົາ​ເຈົ້າ​ໄວ້ ຄື​ບັນດາ​ຄົນ​ທີ່​ສຶກສາ​ເບິ່ງ​ດວງດາວ​ທັງຫລາຍ ທັງ​ເຮັດ​ແຜນທີ່​ຂອງ​ຟ້າ​ສະຫວັນ​ອອກ​ມາ​ເປັນ​ຊັ້ນໆ ແລະ​ບອກ​ເຈົ້າ​ເດືອນ​ແລ້ວ​ເດືອນ​ເຫຼົ່າ​ອີກ​ວ່າ ມີ​ເຫດການ​ຫຍັງ​ແດ່​ຈະ​ເກີດຂຶ້ນ​ກັບ​ເຈົ້າ​ນໍ.


ຮູບເຄົາຣົບ​ນີ້ ຄື​ເປັນ​ດັ່ງ​ຫຸ່ນ​ທີ່​ສວນ​ໝາກແຕງໂມ ຊຶ່ງ​ສາມາດ​ເວົ້າຈາ ຫລື​ປາໄສ​ຫຍັງ​ບໍ່ໄດ້; ຄົນ​ຕ້ອງ​ຫາມ​ຍົກຍ້າຍ​ເພາະ​ມັນ​ຍ່າງ​ບໍ່​ເປັນ ຢ່າສູ່​ຢ້ານກົວ​ຮູບເຄົາຣົບ​ເຫຼົ່ານີ້​ເທາະ ເພາະ​ມັນ​ທຳຮ້າຍ​ພວກເຈົ້າ​ບໍ່ໄດ້​ເລີຍ ມັນ​ບໍ່​ເຮັດ​ຫຍັງ​ດີ​ໃຫ້​ແກ່​ພວກເຈົ້າ​ໄດ້​ດ້ວຍ.”


ແລ້ວ​ຊາວ​ໂມອາບ​ກໍ​ຈະ​ຮັບ​ຄວາມ​ອັບອາຍ​ຕໍ່​ພະ​ເຄໂມດ​ຂອງ​ພວກເຂົາ ດັ່ງ​ທີ່​ພວກ​ອິດສະຣາເອນ​ໄດ້​ຮັບ​ຄວາມ​ອັບອາຍ​ຕໍ່​ພະ​ເບັດເອນ​ທີ່​ພວກເຂົາ​ໄດ້​ໄວ້ວາງໃຈ​ນັ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ໃຫ້​ປະຊາຊົນ​ໂມອາບ​ເຊົາ​ເຜົາ​ຖວາຍບູຊາ ໃນ​ບ່ອນ​ນະມັດສະການ​ຕ່າງໆ​ຂອງ​ພວກເຂົາ ແລະ​ເຊົາ​ຖວາຍ​ເຄື່ອງ​ບູຊາ​ຕ່າງໆ​ແກ່​ພະ​ຂອງ​ພວກເຂົາ.


ສົງສານ​ປະຊາຊົນ​ໂມອາບ​ເດ ປະຊາຊົນ​ຜູ້​ຂາບໄຫວ້​ພະ​ເຄໂມດ​ໄດ້​ຖືກ​ທຳລາຍ​ແລ້ວ ແລະ​ລູກ​ຊາຍ​ຍິງ​ຂອງ​ພວກເຂົາ​ກໍໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍເສິກ​ສາ​ແລ້ວ.


ໂມອາບ ເຈົ້າ​ວາງໃຈ​ໃນ​ກຳລັງ​ກັບ​ຊັບສົມບັດ​ນໍ ແຕ່​ບັດນີ້​ເຈົ້າ​ພັດ​ຈະ​ຖືກ​ຕີ​ໃຫ້​ພ່າຍແພ້; ພະ​ເຄໂມດ​ຂອງ​ເຈົ້າ​ຈະ​ຖືກ​ກວາດ​ໄປ​ເປັນ​ຊະເລີຍ ລວມທັງ​ເຈົ້າຊາຍ ແລະ​ປະໂຣຫິດ​ດ້ວຍ.


ມີ​ຄັ້ງໜຶ່ງ​ໃນ​ນະຄອນນີ້​ ທີ່​ມີ​ຊື່​ວ່າ​ເຮັດຊະໂບນ; ກອງທັບ​ເຈົ້າສີໂຫນ ໄດ້​ຮຸກຮານ​ລາມ​ໄປ​ດັ່ງ​ໄຟ​ໄໝ້ ແລະ​ໄດ້​ທຳລາຍ​ເມືອງ​ອາຣະ ໃນ​ດິນແດນ​ໂມອາບ​ຈົນ​ໝົດ; ພ້ອມ​ທັງ​ກືນກິນ ອາກໂນນ ເມືອງ​ໂພນ​ພູດອຍ​ເຜົາຜານ​ກ້ຽງ.


ດັ່ງນັ້ນ ບາລາອາມ​ກັບ​ເຈົ້າ​ບາຫລາກ​ຈຶ່ງ​ໄປ​ທີ່​ເມືອງ​ກິຣີອາດ-ຮູຊົດ


ເຊົ້າ​ວັນໃໝ່​ມາ ເຈົ້າ​ບາຫລາກ​ໄດ້​ພາ​ບາລາອາມ​ຂຶ້ນ​ໄປ​ທີ່​ເມືອງ​ບາໂມດ-ບາອານ ຈາກ​ບ່ອນ​ນັ້ນ​ບາລາອາມ​ສາມາດ​ຫລຽວ​ເຫັນ​ປະຊາຊົນ​ອິດສະຣາເອນ​ສ່ວນ​ໜຶ່ງ​ໄດ້.


ເພິ່ນ​ໄດ້​ພາ​ລາວ​ໄປ​ທີ່​ນາ​ຂອງ​ໂຊພິມ​ເທິງ​ພູ​ປີສະກາ. ຢູ່​ທີ່​ນັ້ນ ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ເຈັດ​ແທ່ນ​ເຊັ່ນກັນ ແລະ​ຖວາຍ​ງົວເຖິກ​ແລະ​ແກະເຖິກ​ໄວ້​ໃນ​ແຕ່ລະ​ແທ່ນ.


ສະນັ້ນ ເພິ່ນ​ຈຶ່ງ​ພາ​ບາລາອາມ​ໄປ​ເທິງ​ພູ​ເປອໍ ບ່ອນ​ທີ່​ສາມາດ​ແນມ​ເຫັນ​ຖິ່ນ​ແຫ້ງແລ້ງ​ກັນດານ.


ຂ້າພະເຈົ້າ​ແນມ​ເບິ່ງ ໄປ​ໃນ​ຄັ້ງໜ້າ​ຄັ້ງໃນ ແລະ​ຂ້າພະເຈົ້າ​ໄດ້​ເຫັນ ຊົນຊາດ​ອິດສະຣາເອນ​ນີ້. ມີ​ກະສັດ​ອົງ​ໜຶ່ງ​ຈະ​ເກີດຂຶ້ນ ດັ່ງ​ດວງ​ແຈ້ງ​ໃນ​ຊົນຊາດ​ຂອງ​ພວກເຂົາ ເໝືອນ​ດາວ​ຫາງ​ອັນ​ຊົງຣິດ ທີ່​ມາ​ຈາກ​ຊາດ​ອິດສະຣາເອນ​ນັ້ນ ເພິ່ນ​ຈະ​ເຂັ່ນຂ້າ​ເປັນ​ໝູ່ ຜູ້ນຳ​ຂອງ​ໂມອາບ​ທັງຫລາຍ ຜູ້​ທີ່​ໂຫດຮ້າຍ​ແລະ​ຈອງຫອງ. ເພິ່ນ​ຈະ​ປາບ​ພວກເຂົາ​ໝົດ​ທຸກຄົນ​ຖິ້ມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka