ເອຊາຢາ 16:11 - ພຣະຄຳພີສັກສິ11 ຂ້າພະເຈົ້າຄວນຄາງດ້ວຍຄວາມເສົ້າໝອງເພື່ອດິນແດນໂມອາບ ແລະດ້ວຍຄວາມຂົມຂື່ນຫລາຍເພື່ອເມືອງກີຣະເຮເຣັດ. Uka jalj uñjjattʼäta |
ຂ້າແດ່ອົງພຣະຜູ້ເປັນເຈົ້າ ຈາກສະຫວັນບ່ອນທີ່ພຣະອົງສະຖິດຢູ່ໃນຄວາມບໍຣິສຸດ ແລະໃນສະຫງ່າຣາສີນັ້ນ ຈົ່ງແນມລົງມາເບິ່ງພວກຂ້ານ້ອຍທັງຫລາຍແດ່ທ້ອນ. ຄວາມຫ່ວງໃຍອັນໃຫຍ່ຫລວງທີ່ພຣະອົງມີຕໍ່ພວກຂ້ານ້ອຍນັ້ນຢູ່ໃສ? ຣິດອຳນາດຂອງພຣະອົງໄປໃສແລ້ວ? ຄວາມຮັກແລະຄວາມເມດຕາຂອງພຣະອົງຢູ່ໃສແລ້ວ? ຢ່າເມີນເສີຍຕໍ່ພວກຂ້ານ້ອຍເລີຍ.
ອິດສະຣາເອນເອີຍ ເຈົ້າຄືລູກທີ່ຮັກຂອງເຮົາ ເປັນເດັກນ້ອຍທີ່ເຮົາຮັກແພງຫລາຍແທ້ໆ. ເມື່ອເຮົາເອີ່ຍເຖິງເຈົ້າຄືເອີ່ຍເຖິງຊື່ເຈົ້າຍາມໃດ ເຮົາກໍມີຄວາມຮັກແລະຄິດເຖິງເຈົ້າຍາມນັ້ນ; ຈິດໃຈເຮົາຄິດເຖິງແຕ່ເຈົ້າຢູ່ສະເໝີມາ ເຮົາບັງຄັບເຮົາເອງບໍ່ໃຫ້ເມດຕາເຈົ້າບໍ່ໄດ້.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ເອຟຣາອິມເອີຍ ເຮົາຈະເຊົາກ່ຽວຂ້ອງກັບເຈົ້າໄດ້ຢ່າງໃດ? ຊາດອິດສະຣາເອນເອີຍ ເຮົາຈະປະຖິ້ມເຈົ້າໄປໄດ້ຢ່າງໃດ? ເຮົາຈະທຳລາຍເຈົ້າດັ່ງທຳລາຍອັດມາກໍບໍ່ໄດ້ ຫລືເຮັດຕໍ່ເຈົ້າດັ່ງທີ່ເຮັດຕໍ່ເຊບົວອິມນັ້ນ? ຈິດໃຈເຮົາບໍ່ຍອມໃຫ້ເຮົາເຮັດດັ່ງນັ້ນເລີຍ ຄວາມຮັກທີ່ເຮົາມີກໍແຮງທີ່ສຸດສຳລັບເຈົ້າ.