Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 16:10 - ພຣະຄຳພີສັກສິ

10 ບັດນີ້ ໃນ​ທົ່ງໄຮ່​ທົ່ງນາ​ທີ່​ມີ​ດິນ​ດີ​ກໍ​ບໍ່ມີ​ຜູ້ໃດ​ຢູ່​ເປັນ​ສຸກ. ບໍ່ມີ​ຜູ້ໃດ​ໂຮຮ້ອງ​ຫລື​ຂັບລຳ​ທຳເພງ​ໃນ​ສວນອະງຸ່ນ​ເລີຍ. ບໍ່ມີ​ຜູ້ໃດ​ບີບ​ໝາກອະງຸ່ນ​ເຮັດ​ເຫຼົ້າ​ອະງຸ່ນ ສຽງ​ໂຮຮ້ອງ​ອັນ​ຊົມຊື່ນ​ຍິນດີ​ນັ້ນ​ໄດ້​ໝົດໄປ​ສາ​ແລ້ວ.

Uka jalj uñjjattʼäta Copia luraña




ເອຊາຢາ 16:10
13 Jak'a apnaqawi uñst'ayäwi  

ພວກເຂົາ​ບີບ​ໝາກກອກເທດ​ໃຫ້​ເປັນ​ນໍ້າມັນ ແລະ​ໄດ້​ບີບ​ໝາກອະງຸ່ນ​ໃຫ້​ເປັນ​ເຫຼົ້າ ແຕ່​ພວກເຂົາ​ເອງ​ນັ້ນ​ພັດ​ບໍ່ໄດ້​ກິນ​ຫຍັງ ຕ່າງ​ກໍ​ພາກັນ​ຫິວກະຫາຍ​ທັງນັ້ນ.


ຊາວ​ເມືອງ​ຮ້ອງ​ດ່າ​ຕາມ​ຫົນທາງ​ຍ້ອນ​ບໍ່ມີ​ເຫຼົ້າ​ອະງຸ່ນ​ດື່ມ​ອີກ. ຄວາມສຸກ​ໝົດ​ໄປ​ຈາກ​ດິນແດນ​ຢ່າງ​ບໍ່ມີ​ມື້​ຈະ​ກັບຄືນ​ມາ.


ດຽວນີ້ ພວກເຈົ້າ​ຄົງ​ອີ່ມໜຳ​ສຳລານ​ໃຈ​ແລ້ວ​ນໍ ແຕ່​ປີ​ໜ້າ​ໃນ​ເວລາ​ດຽວກັນ​ນີ້ ພວກເຈົ້າ​ຈະ​ສິ້ນຫວັງ​ເພາະ​ຈະ​ບໍ່ມີ​ໝາກອະງຸ່ນ​ໃຫ້​ພວກເຈົ້າ​ເກັບ.


ຄວາມສຸກ ແລະ​ຄວາມ​ຊົມຊື່ນ​ຍິນດີ​ໄດ້​ຖືກ​ນຳ​ເອົາ​ໜີໄປ​ຈາກ​ທີ່ດິນ​ອັນ​ອຸດົມສົມບູນ​ຂອງ​ໂມອາບ. ເຮົາ​ໄດ້​ເຮັດ​ໃຫ້​ນໍ້າ​ອະງຸ່ນ​ເຊົາ​ໄຫລ​ຈາກ​ທີ່​ບີບ​ໝາກອະງຸ່ນ; ບໍ່ມີ​ຄົນ​ເຮັດ​ເຫຼົ້າ​ອະງຸ່ນ​ອີກ​ແລ້ວ ແລະ​ບໍ່ມີ​ສຽງ​ໂຮຮ້ອງ​ຊົມຊື່ນ​ຍິນດີ.


ຈຸດຈົບ​ກຳລັງ​ມາເຖິງ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້. ເວລາ​ນັ້ນ​ມາ​ໃກ້​ແລ້ວ ເມື່ອ​ການ​ສະຫລອງ​ທີ່​ພູ​ແຫ່ງ​ຮູບປັ້ນ​ຈະ​ບໍ່ມີ​ອີກ​ຕໍ່ໄປ ມີ​ແຕ່​ຄວາມ​ສັບສົນ​ວຸ້ນວາຍ​ເທົ່ານັ້ນ.


ເຄືອ​ອະງຸ່ນ​ແລະ​ກົກ​ໝາກເດື່ອ​ກໍ​ຮ່ວງໂຮຍ ຕົ້ນ​ໝາກພີລາ ກົກ​ຕານ​ແລະ​ຕົ້ນໝາກຈອງ​ດ້ວຍ. ຄື​ຕົ້ນ​ໝາກໄມ້​ທຸກໆ​ຕົ້ນ​ກໍ​ຫ່ຽວແຫ້ງ​ຕາຍໄປ ຄວາມ​ຊົມຊື່ນ​ຂອງ​ປະຊາຊົນ​ກໍ​ສູນຫາຍ​ໄປສິ້ນ.


ພວກເຈົ້າ​ຂົ່ມເຫັງ​ຄົນ​ຍາກຈົນ ແລະ​ລັກ​ເອົາ​ເຂົ້າຂອງ​ຂອງ​ພວກເຂົາ. ເພາະສະນັ້ນ ພວກເຈົ້າ​ຈຶ່ງ​ຈະ​ບໍ່ໄດ້​ຢູ່​ໃນ​ເຮືອນ​ຫລັງ​ງາມໆ​ທີ່​ພວກເຈົ້າ​ສ້າງ​ຂຶ້ນ​ມາ​ດ້ວຍ​ຫີນ ຫລື​ຈະ​ບໍ່ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ສວນ​ອັນ​ສວຍງາມ​ທີ່​ພວກເຈົ້າ​ໄດ້​ເຮັດ​ໄວ້.


ການ​ຮ້ອງໄຫ້​ຄວນຄາງ​ຈະ​ມີ​ຢູ່​ໃນ​ສວນອະງຸ່ນ​ທຸກແຫ່ງ. ສິ່ງ​ເຫຼົ່ານີ້​ທັງໝົດ​ຈະ​ເກີດຂຶ້ນ ເພາະວ່າ​ເຮົາ​ຈະ​ມາ​ລົງໂທດ​ພວກເຈົ້າ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ວັນ​ນັ້ນ​ກຳລັງ​ມາ​ເຖິງ ເມື່ອ​ຕົ້ນ​ເຂົ້າ​ຈະ​ໃຫຍ່​ໄວ​ກ່ອນ​ເວລາ​ພໍ​ກ່ຽວ ແລະ​ໝາກອະງຸ່ນ​ກໍ​ໃຫຍ່​ໄວ​ກ່ອນ​ເວລາ​ບີບ​ອະງຸ່ນ ນໍ້າ​ອະງຸ່ນ​ຈະ​ຍ້ອຍ​ລົງ​ຈາກ​ພູເຂົາ ແລະ​ໄຫລ​ສູ່​ພູນ້ອຍ.


ຊັບສົມບັດ​ຂອງ​ພວກເຂົາ​ຈະ​ຖືກ​ປຸ້ນ ແລະ​ເຮືອນ​ຂອງ​ພວກເຂົາ​ຈະ​ຖືກ​ທຳລາຍ. ພວກເຂົາ​ຈະ​ບໍ່ໄດ້​ຢູ່​ໃນ​ເຮືອນ​ທີ່​ພວກເຂົາ​ກໍ່ສ້າງ​ເອງ ຫລື​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ສວນ​ທີ່​ພວກເຂົາ​ປູກ​ເອງ.”


ພວກເຂົາ​ພາກັນ​ອອກ​ໄປ​ທີ່​ສວນອະງຸ່ນ ເພື່ອ​ເກັບ​ເອົາ​ໝາກອະງຸ່ນ​ມາ​ເຮັດ​ເຫຼົ້າ ແລະ​ຈັດ​ງານ​ກິນລ້ຽງ​ຂຶ້ນ​ໃນ​ວັດ​ຂອງ​ພວກເຂົາ. ພວກເຂົາ​ກິນ​ແລະ​ດື່ມ​ທັງ​ເວົ້າ​ເຍາະເຍີ້ຍ​ສຽດສີ​ອາບີເມເຫຼັກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka