Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 16:1 - ພຣະຄຳພີສັກສິ

1 ຈາກ​ເມືອງ​ເສລາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ປະຊາຊົນ​ແຫ່ງ​ໂມອາບ​ສົ່ງ​ລູກແກະ​ໄປ ເພື່ອ​ເປັນ​ຂອງຂວັນ​ໃຫ້​ຜູ້ປົກຄອງ​ໃນ​ນະຄອນ​ເຢຣູຊາເລັມ.

Uka jalj uñjjattʼäta Copia luraña




ເອຊາຢາ 16:1
8 Jak'a apnaqawi uñst'ayäwi  

ແລ້ວ​ເພິ່ນ​ກໍ​ເອົາ​ຊະນະ​ຊາວ​ໂມອາບ. ເພິ່ນ​ໄດ້​ບັງຄັບ​ພວກ​ຊະເລີຍເສິກ​ໃຫ້​ນອນ​ລົງ​ດິນ ແລະ​ຂ້າ​ສອງ​ໃນ​ສາມ​ຄົນ​ຖິ້ມ. ດັ່ງນັ້ນ ຊາວ​ໂມອາບ​ຈຶ່ງ​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ກະສັດ​ດາວິດ ແລະ​ພວກເຂົາ​ກໍ​ຍອມ​ເສຍສ່ວຍ​ໃຫ້​ເພິ່ນ.


ກະສັດ​ອາມາຊີຢາ​ຂ້າ​ທະຫານ​ຊາວ​ເອໂດມ​ສິບພັນ​ຄົນ ໃນ​ຮ່ອມພູ​ເກືອ; ເພິ່ນ​ຢຶດເອົາ​ເມືອງ​ເສລາ​ໄດ້ ແລະ​ເອີ້ນ​ຊື່​ເມືອງ​ນີ້​ວ່າ​ໂຢກເທເອນ ຊຶ່ງ​ຊື່​ນີ້​ຍັງ​ມີ​ຢູ່​ເທົ່າ​ທຸກ​ວັນນີ້.


ກະສັດ​ເມຊາ​ແຫ່ງ​ໂມອາບ​ໄດ້​ລ້ຽງ​ແກະ​ໄວ້​ຢ່າງ​ຫລວງຫລາຍ; ແລະ​ທຸກ​ປີ​ໃດ ເພິ່ນ​ໄດ້​ເສຍສ່ວຍ​ໃຫ້​ກະສັດ​ແຫ່ງ​ອິດສະຣາເອນ ລູກແກະ​ໜຶ່ງແສນ​ໂຕ ແລະ​ຂົນແກະ​ຈາກແກະ​ໜຶ່ງແສນ​ໂຕ.


ທ່ານ​ຈົ່ງ​ຈ່າຍ​ເງິນ​ນີ້​ຢ່າງ​ລະມັດ​ລະວັງ ເພື່ອ​ຊື້​ລູກ​ງົວເຖິກ, ແກະເຖິກ, ລູກແກະ, ເຂົ້າ, ເຫຼົ້າ​ອະງຸ່ນ ແລະ​ໃຫ້​ເອົາ​ສິ່ງ​ເຫຼົ່ານີ້​ຖວາຍ​ເທິງ​ແທ່ນບູຊາ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຂອງ​ທ່ານ​ໃນ​ນະຄອນ​ເຢຣູຊາເລັມ.


ມື້ນີ້​ສັດຕູ​ໄດ້​ມາຮອດ​ເມືອງ​ໂນບ​ແລ້ວ ແລະ​ຢູ່​ໃນ​ທີ່ນັ້ນ​ພວກເຂົາ​ກຳລັງ​ຍົກ​ກຳປັ້ນ​ໃສ່​ພູເຂົາ​ຊີໂອນ ຄື​ໃສ່​ນະຄອນ​ເຢຣູຊາເລັມ.


ເມືອງ​ທີ່​ຖິ່ນ​ແຫ້ງແລ້ງ ຈົ່ງ​ຍົກຍໍ​ພຣະເຈົ້າ​ເດີ ປະຊາຊົນ​ທີ່​ເມືອງ​ເກດາ ຈົ່ງ​ສັນລະເສີນ​ພຣະເຈົ້າ ຂໍ​ໃຫ້​ຄົນ​ທີ່​ອາໄສ​ຢູ່​ໃນ​ເມືອງ​ເສລາ ຮ້ອງ​ຈາກ​ຈອມພູ​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ


ປະຊາຊົນ​ທຸກໆຄົນ​ໃນ​ດິນແດນ​ຈະ​ຕ້ອງ​ນຳ ເຄື່ອງ​ຖວາຍ​ເຫຼົ່ານີ້ ໄປ​ໃຫ້​ເຈົ້າຊາຍ​ຜູ້ປົກຄອງ​ຊາດ​ອິດສະຣາເອນ.


ນະຄອນ​ເຢຣູຊາເລັມ​ເອີຍ ເຈົ້າ​ເປັນ​ບ່ອນ​ທີ່​ພຣະເຈົ້າ​ເຝົ້າເບິ່ງ​ປະຊາຊົນ​ຂອງ​ພຣະອົງ ເໝືອນ​ດັ່ງ​ຄົນລ້ຽງແກະ​ຜູ້ໜຶ່ງ​ທີ່​ເຝົ້າເບິ່ງ​ຝູງແກະ​ຂອງຕົນ​ຢູ່​ເທິງ​ຫໍຄອຍ; ເຈົ້າ​ຈະ​ເປັນ​ເມືອງເອກ​ແຫ່ງ​ຣາຊອານາຈັກ​ອີກເທື່ອໜຶ່ງ ທີ່​ເຈົ້າ​ໄດ້​ເຄີຍ​ເປັນ​ມາ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka